Lao Learning - Apprendre la langue lao
Lao Memory - Memoires des lao Archives Ecritures lao
Children & Enfants
Mokhene lao, khaen learning, apprendre le khene Prajña, le savoir, la philosophie
Des molam lao - Chanteurs traditionels laotien Des musiques et anciennes chansons du Laos
Galleries des arts et des photos sur le Laos et les lao Des anciens films du royaume du Laos
Livre d'or sur apprendre la langue lao - guestbook on Lao learning Phoum Panna Lao, Culture générale
Learn Lao language - Apprendre la langue lao
Prononciation des alphabets lao - Lao alphabets pronunciation
Comment écrire des lettres laotiennes - How to write the Lao letters
La grammaire lao - The Lao grammar
La numération Lao - The Lao numeration
Les calendriers lao, The lao calendars
Sara Ai Mai mouane, Sara Ai mai muan
Mae thang 8, Les consonnes finales laotiennes, the Lao final consonnants
Les cours de laotien - Lao courses
Cours de lao niveau débutant - The Lao beginner courses
Les cours de lao niveau intermédiaire, The Lao intermediate language
Les cours avancés de la langue lao - The Lao advanced language
Les cours de lao par modules - The Lao language learning by modules
How to learn the Lao language
Informatique lao
Ecole primaire lao en ligne - The Lao primary school online - ໂຮງຮຽນລາວ
Projet collectif - The collaboration network
Lao contact
How to learn the Lao language


© 2008-2010 Laocom.
 Tous droits réservés.




How to play the lao khaen or khene, the Lao mouth organ
ເເຄນເເປດ ຫນ.໑ ຫນ.໒ ຫນ.໓ ຫນ.໔ ຫນ.໕ ຫນ.໖ ຫນ.໗ ຫນ.໘ ຫນ.໙ ຫນ.໑໐ ຫມໍເເຄນ

L'orgue à bouche, le Khene - The Lao mouth organ, the Khaen







ຖ້າ ເຮົາ ຫັນ ເວລາ ໃຫ້ ກັບຄືນ ຫລັງ ເຂົ້າໄປ ໃນ ສັຕວັດ ກ່ອນກີ້ ເຮົາ ຈະ ເຫັນ ໄດ້ ດີ ວ່າ ຈີນ ຍີ່ປຸ່ນ ເເລະ ເຜົ່າ ຕ່າງໆ ເເຫ່ງ ພາກໃຕ້ ຂອງຈີນ ກໍ ເປົ່າ ເເຄນ ເຫມືອນກັນ ກັບ ຄົນລາວຊາວໄທ ເເຕ່ ເຮົາ ບໍ່ ຮູ້ ວ່າ ໃຜ ນໍາເເບບ ໃຜ ກັນເເທ້ ເພາະ ຄົນລາວຊາວໄທ ກໍ ຢູ່ ພາກໃຕ້ ຂອງ ຈີນ ມາ ໄດ້ ດົນນານ ເເສນນານ ຄຽງຄູ່ກັນ ກັບ ຈີນ ຕລອດ ມາ ເເລະ ສິ່ງ ທີ່ ເຮົາ ສາມາດ ຮູ້ ໄດ້ ກໍ ຄື ຄົນລາວ ທຸກຫົນ ທຸກເເຫ່ງ ນິຍົມກັນ ເປົ່າ ເເຄນ ເເຕ່ ເຫນືອ ຕລອດ ໃຕ້

ເພິ່ນ ເປົ່າ ເເຄນ ປະກອບ ການອ່ານ ຫນັງສື ການຂັບ ການລໍາ ເເລະ ອື່ນໆ ອີກ ຈົນ ເພິ່ນ ສາມາດ ເວົ້າ ໄດ້ ວ່າ ບ່ອນໃດ ກິນ ເຂົ້າຫນຽວ ເປົ່າ ເເຄນ ເເລະ ຢູ່ ເຮືອນສູງ ບ່ອນນັ້ນ ເເມ່ນ ບ້ານ ຄົນລາວ

ການເປົ່າເເຄນ ອາດ ຈະ ມີ ຫມໍເເຄນ ຄົນດຽວ ເປັນ ຜູ້ເປົ່າ ເເຕ່ ບາງຄັ້ງ ກໍ ມີ ຫມໍເເຄນ ເປັນ ຄນະ ມາ ເປົ່າ ຮ່ວມກັນ ເພື່ອ ປະກອບ ເປັນ ວົງດົນຕຣີ ຄນະນຶ່ງ

ເເຄນ ທີ່ ຈະ ກ່າວ ເຖິງ ໃນ ບົດຮຽນນີ້ ຄື ເເຄນເເປດ ຫມາຍຄວາມວ່າ ເເຄນ ດວງ ທີ່ ມີ ເເປດຄູ່ ເທົ່ານັ້ນ ຫລື ເເຄນ ທີ່ ມີ ສິບຫົກ ລູກ ນັ້ນເອງ ສໍາລັບ ເເຄນເກົ້ານັ້ນ ຂ້າພະເຈົ້າ ຍັງ ບໍ່ ຮູ້ ສຽງ ຂອງ ຄູ່ ທີເກົ້າ ເທື່ອ ຈິ່ງ ບໍ່ ໄດ້ກ່າວ ເຖິງ ໃນ ບົດນີ້ ອັນ ເປັນ ຫນ້າເສັຽດາຍ ທີ່ສຸດ ທີ່ ຄົນລາວເຮົາ ປ່ອຍປະລະໄລ ໄປ ເລີຍ

ຂໍ ອຸທິດ ຜົນງານ ອັນນ້ອຍໆ ອັນນີ້ ເເດ່
  • ທ່ານ ທຸກໆ ຄົນ ທີ່ ສົ່ງເສີມ ການເປົ່າ ເເລະ ການສຶກສາ ຊຶ່ງ ປະກອບ ດ້ວຍ ການຕິ ເພື່ອ ຫວັງ ພັທນາ ເເຄນ ໃຫ້ ເຂົ້າ ຂັ້ນ ສາກົນ

  • ຜູ້ ເປັນ ພໍ່ ເປັນ ເເມ່ ທີ່ ສົ່ງເສີມ ລູກ ຂອງຕົນ ໃຫ້ ຮຽນ ເປົ່າ ເເຄນ ເພື່ອ ປົກປ້ອງ ຮັກສາ ມູນມໍຣະດົກ ອັນນີ້ ໄວ້ ໃຫ້ ຍືນ ຍາວນານ ເທົ່າ ທີ່ ຈະ ນານ ໄດ້

  • ຫມໍເເຄນ ຫມໍລໍາ ພ້ອມດ້ວຍ ຊ່າງເເຄນ ທຸກໆ ທ່ານ

  • ນັກຣ້ອງ ນັກເສບ ທີ່ ໃຊ້ ສຽງເເຄນ ປະກອບ ສຽງເພງ

  • ນັກຂຽນ ທຸກຄົນ ທີ່ ໄດ້ຂຽນ ເເລະ ທີ່ ຈະ ຂຽນ ຂໍ້ຄວາມ ຕ່າງໆ ກ່ຽວກັບ ເເຄນ

  • ເເລະ ພິເສດສຸດ ເເດ່ ເດັກນ້ອຍ ລາວ ທຸກຄົນ ທີ່ ຮຽນ ເປົ່າ ເຄນ ພ້ອມດ້ວຍ ນັກຮຽນເເຄນ ທຸກຄົນ

ຫມາຍເຫດ ກ່ຽວກັບ ຄໍາ ເຕົ້າ/ເບົ້າ ເເລະ ຮູເປົ່າ/ປາກ/ດາກ
ຖ້າ ເຮົາ ຮຽກ ເຕົ້າ ເຫມືອນ ເຕົ້ານົມ ຫລື ຫມາກນໍ້າເຕົ້າ ຫມາຍຄວາມວ່າ ມັນ ຕັ້ງ ໄດ້ ເເລະ ມັນ ເປັນ ຕົນເອງ ໂດຍ ບໍ່ ອາໄສ ສິ່ງໃດ ມາ ຄໍ້າ ມັນ ກໍ ຢູ່ ຄື ບໍ່ ຂຶ້ນ ກັບ ໃຜ ເເລະ ກໍ ບໍ່ ຕິດ ກັບ ອັນໃດ ຫລື ບໍ່ ໃຫ້ ອັນໃດ ມາ ຕິດເກາະຫ້ອຍ ຢູ່ນໍາ ອັນນີ້ ຄື ລັກສນະ ທີ່ ເປັນ ຕົນເອງ ໃນ ທໍານອງ ດັ່ງ ທີ່ ໄດ້ກ່າວ ມາ ນີ້ ປາຍ ຂອງ ເຕົ້ານັ້ນ ເພິ່ນ ຈະ ຮຽກ ວ່າ ຫົວ ຄືດັ່ງ ຫົວນົມ ນັ້ນເອງ ເເຕ່ຫາກວ່າ ກົ້ນ ຂອງເຕົ້າ ພັດ ມີ ຮູ (ຮູເປົ່າ ຄື ບ່ອນ ທີ່ ເພິ່ນ ເອົາ ປາກ ເປົ່າ ເເຄນ) ຮູ ດັ່ງກ່າວນີ້ ເພິ່ນ ຈະ ຮຽກວ່າ ປາກ ກໍ ບໍ່ ໄດ້ ຍ້ອນວ່າ ມັນ ຢູ່ ທາງທ້າຍ ຂອງ ເຕົ້າ ນັ້ນເອງ ສະນັ້ນ ເຮົາ ສາມາດ ຮຽກ ທ້າຍເຕົ້າ ບ່ອນ ທີ່ ຮູ ຢູ່ ນັ້ນ ໄດ້ ອີກຢ່າງນຶ່ງວ່າ ດາກ ເເລະ ຮູ ທີ່ ຢູ່ ດາກນັ້ນ ກໍ ຄື ຮູດາກ ນັ້ນເອງ ສິ່ງ ທີ່ ກ່າວ ມາ ນີ້ ຄື ຂໍ້ສັງເກດ ຂໍ້ທີນຶ່ງ ສ່ວນ ຂໍ້ສອງນັ້ນ ເພິ່ນ ສາມາດ ຮຽກ ສິ່ງ ອັນນີ້ ໄດ້ ເຫມືອນກັນ ວ່າ ເບົ້າ ເເລະ ເບົ້າ ເປັນ ສິ່ງ ທີ່ ສັງກັດ ຢູ່ ໃນ ອັນໃດອັນນຶ່ງ ຫລື ຖືກ ພາກສ່ວນໃດ ພາກສ່ວນນຶ່ງ ກວມໄວ້ ເພິ່ນ ຈິ່ງ ຮຽກ ເບົ້າ ໃນ ກໍຣະນີນີ້ ເພິ່ນ ຈະ ຮຽກ ສົ້ນ ຂອງ ເບົ້າ ທັງສອງສົ້ນ ນັ້ນວ່າ ສົ້ນໃດ ເປັນ ປາຍ ຫລື ສົ້ນໃດ ເປັນ ທ້າຍ ຫລື ຕື່ມອີກວ່າ ສົ້ນໃດ ເປັນ ຫົວ ກໍ ໄດ້ ທຸກຢ່າງ ເເລະ ຮູ ທີ່ ຢູ່ ທ້າຍ ຫລື ສົ້ນ ນັ້ນ ເພິ່ນ ຈະ ຮຽກ ປາກ ກໍ ໄດ້ ຢ່າງ ບໍ່ ຂ້ອງຄາ ປະການໃດ ທັງສິ້ນ

ສິ່ງ ສໍາຄັນ ທີ່ ຄວນ ຮູ້ ກໍ ຄື ຢູ່ ໃນ ເຕົ້ານັ້ນ (ຮຽກ ຕາມ ທີ່ ເພິ່ນ ໄດ້ພາກັນເວົ້າ) ມີ ລີ້ນ ສະນັ້ນ ຖ້າ ມີ ລີ້ນ ມັນ ຕ້ອງ ມີ ປາກ ເເລະ ປາກ ຂອງມັນ ກໍ ຕ້ອງ ຢູ່ ຫົວ (ຫົວນົມ) ຝຣັ່ງ ຄົງ ຮຽກ ຮູເປົ່າ ວ່າ Embouchure ຊຶ່ງ ຫມາຍເຖິງ ສິ່ງ ທີ່ ເພິ່ນ ຍັດ ໃສ່ ຄາ ປາກ ຢູ່ນັ້ນ ຫລື ຄາບ ຢູ່ ປາກນັ້ນ ເພື່ອ ຜລິດ ສຽງ (ຄວາມເເຕກຕ່າງ ຣະຫວ່າງ ຄາບຢູ່ປາກນັ້ນ ກັບ ເອົາປາກຄາບຢູ່ນັ້ນ ? )

ສລຸບເເລ້ວ ອັນ ທີ່ ເຮົາ ຮຽກ ເຕົ້າເເຄນ ນັ້ນ ສົມຄວນ ຈະ ຮຽກ ເຕົ້າ ຫລື ສົມຄວນ ຈະ ຮຽກ ເບົ້າ ເພາະ ລາງຄົນ ເພິ່ນ ກໍ ຮຽກ ເບົ້າ ຢູ່ເເລ້ວ ເເທນທີ່ ຈະ ຮຽກ ຮູເປົ່າ ເຮົາ ສາມາດ ຮຽກ ປາກ(ເຕົ້າ) ໄດ້ ຫລື ບໍ່ໄດ້ ເເຕ່ວ່າ ຢ່າ ໃຫ້ ຄໍາເວົ້າ ຕ້ານກັນເອງ ໃນ ການຂຍາຍ ຄວາມຄິດ ຖ້າ ທ່ານ ມີ ຄວາມຄິດ ດີກວ່ານີ້ ກະຣຸນາ ເເບ່ງປັນ ກັບ ຂ້າພະເຈົ້າ ດ້ວຍ





  • ຮູເເພວ ຫມາຍເຖິງ ຮູ ຂ້າງໃນ ທີ່ ເພິ່ນ ເຈາະ ໃສ່ ຢູ່ ສົ້ນລູກເເຄນ ເເຕ່ລະລູກ ເພື່ອ ປັບສຽງ (Accorder) ເເລະ ເພື່ອ ເຮັດ ໃຫ້ ສຽງ ຂອງ ລູກເເຄນ ຕ່າງໆ ກົງກັບ ຄື້ນ ຂອງມັນ (Fréquences. ເບິ່ງ ຣູປນາມ ໔ ຈັຕວາ) ຫລື ເພື່ອ ທຽບ ສຽງເເຄນ ໃຫ້ ກົງກັບ ຄວາມຕ້ອງການ ເຊັ່ນ ສຽງ ໂດ ເຣ ມີ ຟາ ຊອນ ລາ ຊີ ໂດ

  • ຖ້າ ຄໍາ ເເພວ ເປັນ ກິຣິຍາ ຄໍານີ້ ຕ້ອງ ຫມາຍເຖິງ ອາການ ທີ່ ເພິ່ນ ພວມ ປັບ ສຽງ ສິ່ງໃດສິ່ງນຶ່ງ ເເລະ ຖ້າ ເເປ ເປັນ ຄໍາຝຣັ່ງ ມັນ ຈະ ກົງ ກັບ ຄໍາ Accorder "un instrument" ເພາະສະນັ້ນ ຂໍ ໃຫ້ ທ່ານ ຈົງ ເບິ່ງ ຄວາມຫມາຍ ຂອງ ຄໍາ ເເພວ ກັບ ຄໍາ Accord ໃນ ພາສາ ຝຣັ່ງ

    ສລຸບເເລ້ວ ຮູເເພວ ຄື ຮູ ທີ່ ເພິ່ນ ປັບ ໃຫ້ ມັນ ເຂົ້າ ກັບ ສຽງ ທີ່ ເພິ່ນ ຕ້ອງການ ຫລື ທີ່ ເພິ່ນ ເຈາະ ໃຫ້ ມັນ ໄດ້ ສຽງ(ງອກ) ຕາມ ຄວາມຕ້ອງການ ຂອງ ເພິ່ນ

  • ຣູປນາມ ອ່ານວ່າ ຣູບ-ປະ-ນາມ ເເຕ່ ອ່ານ ຄໍາ ປະ ບໍ່ ໃຫ້ ເຕັມ ຄໍາ ເຫມືອນດັ່ງ ຄໍາລາວ ປະເປືອຍ ຊຶ່ງ ພຍາງ ປະ ຈະ ຖືກ ອ່ານ "ເຕັມປາກ"ເຕັມຄໍາ ສ່ວນຫລາຍເເລ້ວ ຄົນ ທັງຫລາຍ ຈະ ມັກ ອ່ານ ຄໍານີ້ ວ່າ ຣູ-ປະ-ນາມ ເເຕ່ ຕາມທີ່ຈິງ ເຮົາ ຄວນ ອ່ານ ເປັນ ຣູບ-ປະ-ນາມ ຍ້ອນ ຕົວປໍ (ປ) ເປັນ ຕົວສະກົດ ພິເສດ ນັ້ນເອງ

ສໍາລັບ ຫລັກ ການອ່ານ ໃນ ພາສາ ບາລີ ເພິ່ນ ຈະ ບໍ່ ອ່ານ ຕົວສະກົດ ຊຶ່ງ ເປັນ ພຍັນຊນະ ຕົວ ທີນຶ່ງ ໃນ ວັກ ຕ່າງໆ ນັ້ນ ໃຫ້ ອອກສຽງ ເເຕ່ວ່າ ເຮົາ ກໍ ເຫັນ ກໍຣະນີ ທີ່ ເພິ່ນ ຍົກເວັ້ນ ຕລອດ ເຫມືອນດັ່ງ "ປົກຕິ" ຊຶ່ງ ຕົວສະກົດ ຕົວກໍ (ກ) ກໍ ເປັນ ຕົວທີນຶ່ງ ຂອງ ວັກ ທໍາອິດ ຢູ່ເເລ້ວ ຍ້ອນວ່າ ຄໍາ ຕ່າງໆ ເຫລົ່ານີ້ ມີ ເຄົ້າ ມາ ຈາກ ພາສາ ສັນສະກຣິດ ນັ້ນເອງ ດັ່ງນັ້ນ ເຮົາ ຈິ່ງ ບໍ່ ສາມາດ ຮູ້ ໄດ້ ວ່າ ຫລັກການ ທີ່ ເພິ່ນ ໄດ້ບັນຍັດ ໄວ້ ເເລ້ວ ມີ ມູນຄວາມຈິງ ເຖິງ ຂນາດໃດ ກັນເເທ້ ຖ້າ ເປັນ ພາສາ ສັນສະກຣິດ ມັນ ຈະ ບໍ່ ມີ ຫລັກການ ອັນ ເເນ່ນອນ ຫລື ຣະບຽບ ທີ່ ເຄັ່ງຄັດ ເຫມືອນດັ່ງ ພາສາ ບາລີ (ເວົ້າ ເຕັມສົບເຕັມປາກ ຫມາຍເຖິງ ການເວົ້າ ເເບບ ທີ່ ມີ ອິສຣະ ເວົ້າ ສຸດຢຽດ ເເບບດຽວ ກັບ ຢຽດເເຂ່ງຢຽດຂານັ້ນ ---- { ເຕັມອົກເຕັມປາກ ເຕັມອົກເຕັມໃຈ ໃຫ້ ທ່ານ ຊອກຫາ ຕີ ຄວາມຫມາຍ ລອງ ເບິ່ງ })












1- Article sur le khene à télécharger par Phouphetlinthong  ສາກ ເອົາ ເຣື່ອງ ເເຄນລາວ ລົງ ມາ ອ່ານ
2- Texte pour le Molam par Okinh Soumlpholphakdy  ກອນລໍາລາວ ໂດຍ ໂອກິ່ນ ຊຸມພົນພັກດີ











Le Khene lao ou le Khaen lao en 10 leçons par Phouphetlinthong


apprendre à jouer le khene
How to play the Lao khaen, the Lao mouth organ




Lundi 1er décembre 2008
ກັບເມືອຫນ້າທໍາອິດ ເທິງ/Haut/Up

© 2008-2011 Laocom Education. All rights reserved.
dernière révision: Samedi 29 janvier 2011

Informations modifiables sans préavis.