Lao Learning - Apprendre la langue lao
Lao Memory - Memoires des lao Archives Ecritures lao
Children & Enfants
Mokhene lao, khaen learning, apprendre le khene Prajña, le savoir, la philosophie
Des molam lao - Chanteurs traditionels laotien Des musiques et anciennes chansons du Laos
Galleries des arts et des photos sur le Laos et les lao Des anciens films du royaume du Laos
Livre d'or sur apprendre la langue lao - guestbook on Lao learning Phoum Panna Lao, Culture générale
Learn Lao language - Apprendre la langue lao
Prononciation des alphabets lao - Lao alphabets pronunciation
Comment écrire des lettres laotiennes - How to write the Lao letters
La grammaire lao - The Lao grammar
La numération Lao - The Lao numeration
Les calendriers lao, The lao calendars
Sara Ai Mai mouane, Sara Ai mai muan
Mae thang 8, Les consonnes finales laotiennes, the Lao final consonnants
Les cours de laotien - Lao courses
Cours de lao niveau débutant - The Lao beginner courses
Les cours de lao niveau intermédiaire, The Lao intermediate language
Les cours avancés de la langue lao - The Lao advanced language
Les cours de lao par modules - The Lao language learning by modules
How to learn the Lao language
Informatique lao
Ecole primaire lao en ligne - The Lao primary school online - ໂຮງຮຽນລາວ
Projet collectif - The collaboration network
Lao contact
How to learn the Lao language


© 2008-2010 Laocom.
 Tous droits réservés.





How to play the lao khaen or khene, the Lao mouth organ
ເເຄນເເປດ ຫນ.໑ ຫນ.໒ ຫນ.໓ ຫນ.໔ ຫນ.໕ ຫນ.໖ ຫນ.໗ ຫນ.໘ ຫນ.໙ ຫນ.໑໐ ຫມໍເເຄນ
  

Les notes musicales du khene lao correspondant aux notes de piano



ຖ້າ ເຮົາ ປຽບທຽບ  ສຽງ ຫລື ງອກ ຂອງ ເເຄນ ໃສ່ ສຽງ ຫລື ງອກ ຂອງ Piano ດັ່ງ ຣູປນາມສີ່ ຂ້າງເທິງນີ້ ເຮົາ ຈະ ເຫັນ ໄດ້ ວ່າ ອັນໃດ ເປັນ ອັນໃດ ຕາມເປັນຈິງເເລ້ວ ເເຄນ ທີ່ ຂ້າພະເຈົ້າ ມີ ຢູ່ ໃນ ກໍາມື ຂອງ ຂ້າພະເຈົ້າ ນັ້ນ ສຽງ ເເຕ່ລະສຽງ ຂອງ ເເຄນ ຕໍ່າກວ່າ ສຽງ ເເຕ່ລະສຽງ ຂອງ Piano (ປະມານ) ເຄິ່ງສຽງ (1/2 ton) ຫລື ສຽງຖ່ອງ (ເຫມາະສົມກວ່າ) ຊຶ່ງ ເປັນ ສຽງ ກົງກັນຂ້າມ ກັບ ສຽງເຕັມ/ສຽງນຶ່ງ (1 ton) ດັ່ງນັ້ນ ຖ້າ ທ່ານ ທຽບ ສຽງເເຄນ ໃສ່ ສຽງ Piano ມັນ ຈະ ບໍ່ ເຂົ້າກັນ ຍ້ອນວ່າ ມັນ ບໍ່ ຢູ່ ຄື້ນ ດຽວກັນ

ສຽງຖ່ອງ ມີ ດັ່ງນີ້ ຄື ງອກມີ[E] ຫາ ງອກຟາ[F] ເເລະ ງອກຊີ[B] ຫາ ງອກໂດ[C] ສ່ວນ ຖ້າມ  (Intervalle) ຣະຫວ່າງ ງອກ ອື່ນໆນັ້ນ ມີ ສຽງເຕັມ ຫລື ສຽງນຶ່ງ ໃນ ທີ່ນີ້ ຖ້າມ ຫມາຍເຖິງ ຄວາມເເຕກຕ່າງ ຂອງ ຄື້ນ ຕ່າງໆ (Fréquences) ສໍາລັບ ງອກ ເເຕ່ລະງອກນັ້ນ ດັ່ງ ງອກລາ ມີ 440 ເຫິກ [hertz] ຯລຯ (ເບິ່ງ ຣູປນາມສີ່ ຈັຕວາ) ຖ້າ ເຮົາ ກ່າວ ເຖິງ ເຣື່ອງ ເຕັກນິກ ຫລາຍໂພດ ມັນ ຈະ ຫຍຸ້ງ ຈະ ຍາວ (ຂພຈ ມີ ພຽງເເຕ່ ຢາກ ອະທິບາຍ ຄໍາ ທີ່ ຂພຈ ຂຽນລົງ ໃນ ທີ່ນີ້ ເພື່ອ ເສີມ ຄວາມເຂົ້າໃຈ ຜູ້ອ່ານ ເທົ່ານັ້ນ)

440 ຫມາຍເຖິງ 440 ເຫິກ[Hertz] ອັນ ກົງກັບ ການທຸບຕີ ທີ່ ມີ ຈໍານວນ 440 ບາດ ຕໍ່ ວິນາທີ ຊຶ່ງ ການກໍານົດ ອັນນີ້ ມາຈາກ ການກໍານົດ ສາກົນ ເພື່ອ ໃຫ້ ທຸກ ຄົນ ທຽບ ສຽງລາ ຫລື ງອກລາ[La(A)] ໃສ່ ຄື້ນ ດຽວກັນຫມົດ ໃນ ປັດຈຸບັນ ນີ້ ເພິ່ນ ພວມ ປ່ຽນ ຄື້ນ ສຽງລາ ມາ ໃສ່ 442 ເຫິກ ດ້ວຍເຫດນີ້ ນັກເສບ ຈິ່ງ ສາມາດ ເອົາ ເຄື່ອງດົນຕຣີ ຕ່າງໆ ມາ ເສບ ຮ່ວມກັນ ໄດ້ ບາດວ່າ ເຮົາ ຈະ ເອົາ ເເຄນ ເເຕ່ລະດວງ ມາ ເປົ່າ ຮ່ວມກັນ ກໍ ຍັງ ຍາກ ຍ້ອນ ຄື້ນ ຂອງ ສຽງເເຄນ ເເຕ່ລະດວງ ບໍ່ ສເມີກັນ ນັ້ນເເລ (ເເຕ່ ກໍ ບໍ່ ໄດ້ຫມາຍຄວາມວ່າ ຢາກ ໃຫ້ ຄື້ນ ສຽງລາ ຂອງ ເເຄນ ເທົ່າ ກັບ 440 ເຫິກ ເຫມືອນດັ່ງ ຄື້ນ ສຽງລາ ຂອງ ເຄື່ອງດົນຕຣີ ສາກົນ ພຽງເເຕ່ວ່າ ຢາກ ສາມາດ ເປົ່າ ເເຄນ ທຸກດວງ ຮ່ວມກັນ ໄດ້ ເທົ່ານັ້ນ)

ສຽງເເຄນ ທັງຫມົດ ມີ ພຽງເເຕ່ ສອງ ອັດຖາວ(*) ເທົ່ານັ້ນ ຫມາຍຄວາມວ່າ ບໍ່ ມີ ຫຍັງ ຫລວງຫລາຍ ສະນັ້ນ ເຮົາ ຄວນ ທ່ອງ ຂຶ້ນໃຈ ໃຫ້ໄ ດ້ (ຖ່ອງ ເເປວ່າ ເຄິ່ງນຶ່ງ ດັ່ງ ເຂົ້າສານ ຖ່ອງຖົງ ເເລະ ທ່ອງ ອັນນີ້ ຫມາຍເຖິງ ທ່ອງທ່ຽວ ທ່ອງຂຶ້ນໃຈ)

ສຽງ ທີ່ ຢູ່ ຂ້າງລຸ່ມ ດັ່ງ ເລກ 9 ຫມາຍເຖິງ ສຽງຕໍ່າສຸດ ຂອງ ເເຄນ ເເລະ ເລກ 16 ຫມາຍເຖິງ ສຽງສູງ(ສຸດ) ທີ່ ມີ ຢູ່ ໃນ ເເຄນເເປດ ດວງນຶ່ງໆ

ຕົວເລກ ຕ່າງໆ ທີ່ ຫມາຍໃສ່ ຢູ່ ໃນ ວົງດໍານັ້ນ ກົງກັບ ລໍາດັບ ຂອງ ລູກເເຄນ ເເລະ ມີ ສຽງ ກົງກັບ ງອກ ສາກົນ ຫລື notes musicales ຊຶ່ງ ຕົວເລກ ເຫລົ່ານີ້ ໄດ້ຖືກ ເເຕ່ງຂຶ້ນ ສໍາລັບ ຫມໍເເຄນ ທີ່ ອ່ານ ບໍ່ ເປັນ ເເລະ ວົງດໍານັ້ນ ຫມາຍເຖິງ ຕົວງອກ ສາກົນ ນັ້ນເອງ (Des notes musicales)

Les doigtes pour apprendre a jouer le khene lao


ຣູປນາມສີ່ໂທ ຈະ ເປັນ ປໂຍດ ໄດ້ ກໍ ຕໍ່ ໃນເມື່ອ ທ່ານ ໃຊ້ ງອກ ສາກົນ ໃນ ການຂຽນ ສຽງເເຄນ ຕ່າງໆ ໃນ ຕອນນັ້ນ (ສໍາລັບ ຜູ້ທີ່ ອ່ານອອກຂຽນເປັນ) ເລກ ຕ່າງໆ ດັ່ງ ທີ່ ໄດ້ກ່າວ ມານັ້ນ ທ່ານ ບໍ່ ຄວນ ຈະ ໃຊ້ ມັນ ອີກຕໍ່ໄປ ເເລະ ທ່ານ ຄວນ ໃຊ້ ຕົວງອກ ໂດຍ ຕຣົງ ໄປ ເລີຍ ມັນ ຈິ່ງ ຈະ ເປັນ ວິວັທນາການ ຢ່າງ ສົມບູນເເບບ ເເລະ ເເບບ ອັນນີ້ ກໍ ຄື ເເບບ ດຽວກັນ ກັບ ການຫລິ້ນ Piano ນັ້ນເອງ ຊຶ່ງ ຝຣັ່ງ ຮຽກ ວ່າ  Les doigtés /  The fingering ຄື ການຝຶກຫັດ ຫລື ການໃຊ້ ບັນດາ ນິ້ວມືຊ້າຍເເລະຂວາ ໃຫ້ ຖືກຕ້ອງ ນັ້ນເອງ (ການກໍານົດ ເພື່ອ ນັບ ນິ້ວມື້ຊ້າຍ ເເລະ ນິ້ວມືຂວາ ຈາກ ນິ້ວໂປ້ ຫາ ນິ້ວກ້ອຍ ມີ ພຽງເເຕ່ ເລກນຶ່ງ ຮອດ ເລກຫ້າ)

ຍັງ ມີ ອີກ ວິທີນຶ່ງ ດ້ວຍ ການຄິດເເຕ່ງ ຂອງ ຂ້າພະເຈົ້າເອງ ຄື ການສົມມຸດ ນັບ ຈາກ ນິ້ວໂປ້ ໄປ ຫາ ນິ້ວກ້ອຍ ຂອງ ມືຊ້າຍ ເເຕ່ ນຶ່ງ ຫາ ຫ້າ ບັດນີ້ ເຮົາ ມາ ນັບ ນິ້ວໂປ້ ໄປ ຫາ ນິ້ວກ້ອຍ ຂອງ ມືຂວາ ເເຕ່ ຫົກ ຫາ ສິບ ການນັບ ວິທີນີ້ ຈະ ເເຕກຕ່າງ ກັບ ການນັບ ສາກົນ ເເຫ່ງ ການຫລິ້ນ Piano[ປິຢານໂນ] ຍ້ອນວ່າ Les doigtés /  The fingering ສໍາລັບ Piano ມີ Clé de fa ສໍາລັບ ການຫລິ້ນ ງອກ ສະເພາະ ມືຊ້າຍ ເເລະ clé de sol ສໍາລັບ ມືຂວາ ໃນ ເມື່ອ ການຫລິ້ນເເຄນ ບໍ່ມີ clé de fa ເຮົາ ກໍ ສາມາດ ຈົດ ວິທີນີ້ (Les doigtés /  The fingering) ດ້ວຍ ການນັບ ຈາກ ນຶ່ງ ໄປ ຫາ ສີບ ເເລະ ການສົມມຸດ ອັນນີ້ ອາດ ຈະ ເປັນ ຫລັກ ອັນ ສໍາຄັນ ຫລື ຫລັກ ມາຕຖານ ໃນ ການຂີດຂຽນ ບົດຝຶກຫັດ ກ່ຽວກັບ ການຫລິ້ນເເຄນ ຫລື ການເປົ່າເເຄນ

les doigtes du khene ou khaen


ຣູປນາມສີ່ຕຣີ ຈະ ເປັນ ປໂຍດ ໃນ ການເປົ່າເເຄນ ສໍາລັບ ຜູ້ ທີ່ ເກັ່ງເເລ້ວ ດ້ວຍ ການເປົ່າ ພ້ອມທັງ ສຽງເພງ (Mélodie) ເເລະ ພ້ອມທັງ ສຽງເເພວ (Des accords /The chords) ໄປ ພ້ອມໆກັນ

ຮູບ ຂ້າງເທິງນີ້ ເເຕ້ມ ຂຶ້ນມາ ເພື່ອ ເສີມ ຄວາມຄິດ ເເດ່ ຜູ້ ທີ່ ຈະ ຂຽນ (Les doigtés / Fingering) ວິທີ ຫັດຫລິ້ນ ໂດຍ ການໃຊ້ ບັນດາ ນິ້ວມື ທັງສິບນິ້ວ ໃຫ້ ຖືກຕ້ອງ ນັ້ນເອງ ເເຕ່ຫາກວ່າ ຈໍາພວກ ຕົວເລກ ສີຂຽວ ເເລະ ສີຟ້າ ທີ່ ຢູ່ ເທິງ ນິ້ວມື ຕ່າງໆນັ້ນ ໃຊ້ ເເທນ ຕົວງອກ ຊຶ່ງ ຂ້າພະເຈົ້າ ບໍ່ ຄວນ ຂຽນລົງ ໃນ ທີ່ນີ້ ທັງນີ້ ກໍ ເພາະວ່າ ຖ້າ ຈະ ຂຽນ ງອກ ບົນເທິງ ນິ້ວມືນັ້ນ ກໍ ບໍ່ ເຫມາະສົມ ຈິ່ງ ໄດ້ຢືມ ເອົາ ຕົວເລກ ມາ ໃຊ້ ເເທນ ຕົວງອກ ນະ ທີ່ນີ້ ອີກປະການນຶ່ງ ຄື ຖ້າ ເຮົາ ຢາກ ຝຶກ ໃຫ້ ຖືກຕ້ອງ ກັບ ຫລັກ ວິທຍາການ ເຮົາ ຄວນ ໃຊ້ ຕົວເລກ ສະເພາະ ເຕັກນິກ ນິ້ວມື ເທົ່ານັ້ນ ຄື Les doigtés / Fingering ເຫມືອນດັ່ງ ທີ່ ໄດ້ກໍານົດ ໄວ້ ໃນ ຣູປນາມສີ່ໂທ ເທົ່ານັ້ນ

ຜູ້ຂຽນສຽງເເຄນ = Compositeur

Fréquences des notes musicales lao


ຊາວຝຣັ່ງ ໄດ້ກໍານົດ ງອກລາ(ກາງ) ຫລື ສຽງລາກາງ ອັນ ມີ 440 ເຫິກ[Hertz] ໃນ ອັດຖາວສາມ ເເຕ່ ສໍາລັບ ອະເມຣິກາ ອັດຖາວ ອັນດຽວກັນນີ້ ຈະ ກາຍ ເປັນ ອັດຖາວສີ່ (ອັດຖາວ = Octave)



ເເຄນ ບໍ່ ມີ ສຽງຖ່ອງ ຫ້າສຽງ ເຊັ່ນ Do# Ré# Fa# Sol# La#  ຊຶ່ງ ສຽງຖ່ອງ ຫມາຍເອົາ ສຽງ ຂອງ ບັນດາ ລູກດານ ສີດໍາ ທັງຫລາຍ ຂອງ Piano ເເລະ ສຽງເເຄນ ທີ່ ເຮົາ ສາມາດ ບັນເລງ ໄດ້ ຄື ສຽງ ຂອງ ບັນດາ ລູກດານ ສີຂາວ ທີ່ ຈໍາກັດ ຢູ່ ໃນ ຣູປນາມ ໔ ເທົ່ານັ້ນ ດ້ວຍເຫດນີ້ ເຮົາ ຈິ່ງ ບໍ່ ສາມາດ ຈະ ບັນເລງ ສຽງເເຄນ ໄດ້ ທຸກສຽງ ເເລະ ທຸກລາຍ ນອກຈາກ ລາຍໂດ (Gammes de do) ສົມມຸດ ວ່າ ເເຄນ ດວງໃດ ມີ ບັນດາ ຫ້າສຽງ ຈໍາພວກນີ້ ເຮົາ ກໍ ສາມາດ ຫລິ້ນໄດ້ ທຸກໆລາຍ ຈະ ເວົ້າ ໄດ້ ອີກຢ່າງນຶ່ງວ່າ ເປັນ ເຄື່ອງດົນຕຣີ ອັນ ສົມບູນເເບບ

ຕື່ມ ສຽງເເຄນ ຫ້າ ສຽງ ຫມາຍຄວາມວ່າ ຕື່ມ ລູກເເຄນ ສາມຄູ່ ມັນ ອາດ ຈະ ສ້າງ ຄວາມຫຍຸ້ງຍາກ ໂພດ ເກີນໄປ ເພິ່ນ ຈິ່ງ ບໍ່ ໄດ້ເຮັດ ມັນ ຂຶ້ນ ມາ ເວັ້ນເສັຽ ເເຕ່ວ່າ ຈະ ຜລິດຄິດເເຕ່ງ ເຕົ້າ ຫລື ເບົ້າ ເເບບໃຫມ່ ເພື່ອ ເຮັດ ໃຫ້ ເຮົາ ສາມາດ ອັດ ຮູໃດຮູນຶ່ງ ໄດ້ ສຽງຖ່ອງ ຈິ່ງ ຈະ ດັງ ອອກ ມາ ປັສຈາກ ການເສີມ ຈໍານວນ ລູກເເຄນ ເພີ່ມເຕີມ (ຖ້າໃຜເຮັດໄດ້ ກະຣຸນາ ສົ່ງ ຂ່າວ ໃຫ້ ຊາບ ນໍາ ດ້ວຍ - ເເຄນ ໗/໘ + ໓ ຄູ່ = ໑໐/໑໑ ຄູ່ - ຕ້ອງ ສຶກສາ ໂຄງຮ່າງ ໃຫມ່ ? ເປັນໄປໄດ້ )

ຕາມທີ່ຈິງເເລ້ວ ເຮົາ ສາມາດ ບັນເລງ ສຽງເເຄນ ໃສ່ ລາຍໂດ ລາຍເຣ ລາຍມີ ລາຍຟາ ລາຍຊອນ ລາຍລາ ເເຕ່ຫາກວ່າ ຈໍາພວກ ລາຍ ເເຕ່ລະລາຍ ເຫລົ່ານີ້ ຈະ ບໍ່ ມີ ພຽງ ຊື່ດຽວ ພາຍໃຕ້ ກົດເກນ ດຽວກັນ ສະນັ້ນ ຂ້າພະເຈົ້າ ຈະ ກ່າວ ເຖິງ ພຽງເເຕ່ ເຣື່ອງ ການຮຽນ ເປົ່າ ເເຄນ ສ່ວນ ເຣື່ອງ ອື່ນໆ ນັ້ນ ໃຫ້ ທ່ານ ໄປ ສຶກສາ ເອົາເອງ ຢູ່ ບົນ ເວັບໄຊ ຕານີ້ La leçon de piano








ຫມາຍເຫດ

ເພື່ອ ຄວາມເເນ່ນອນ ເຮົາ ຄວນ ຮຽກ ສຽງເເຄນ ຕ່າງໆ ດັ່ງນີ້ ຄື ສຽງ ທີ່ ບັນຍັດ ໄວ້ ຣະຫວ່າງ ສຽງໂດ ກາງ (ສີເຫລືອງ) ເເລະ ສຽງຊີ ກາງ (ຫລັງຈາກ ສຽງລາກາງ ສີເເດງ) ເຮົາ ຄວນຮຽກ ສຽງໃຫຍ່ ຊຶ່ງ ຕາມ ທັມມະດາ ເພິ່ນ ຮຽກ ບັນດາ ສຽງ ເຫລົ່ານີ້ ວ່າ ສຽງກາງ ເເລະ ເຫນືອ ຈາກ ສຽງຊີກາງ ຂຶ້ນ ໄປ ເຮົາ ຄວນ ຮຽກ ສຽງນ້ອຍ/ສຽງສູງ ສ່ວນ ພວກ ທີ່ຢູ່ ກ່ອນ ສຽງໂດກາງ ຫລື ໂດໃຫຍ່ (ສີເຫລືອງ) ເຮົາ ຄວນ ຮຽກ ສຽງຕໍ່າ (ເເລະ ສຽງຕໍ່າ ມີເເຕ່ ສອງສຽງ ເທົ່ານັ້ນ) ອັນນີ້ເເລ ເເມ່ນ ການເວົ້າ ຕາມ ພາສາ ຫມໍເເຄນ

ເເທນທີ່ ເຮົາ ຈະ ຮຽກ ສຽງໃຫຍ່ ເເລະ ສິ່ງ ທີ່ ເຫມາະສົມ ຫລາຍທີ່ສຸດ ຄື ເຮົາ ຄວນ ຮຽກ ບັນດາ ສຽງໃຫຍ່ ທັງຫມົດ ນັ້ນ ເປັນ ສຽງກາງ (ຫລື ສຽງ ຂອງ ອັດຖາວ ກາງ) ຍ້ອນວ່າ ອັດຖາວກາງ ຂອງ ຝຣັ່ງ ຖືກ ກໍານົດ ໃສ່ ອັດຖາວ ສາມ ເເລະ ອັດຖາວ ກາງ ຂອງ ອະເມຣິກາ ກໍ ຖືກ ກໍານົດ ໃສ່ ອັດຖາວ ສີ່ ທັງໆທີ່ ເເມ່ນ ອັດຖາວ ເເຫ່ງ ດຽວກັນ ດັ່ງນັ້ນ ເມື່ອ ເຮົາ ເເປ ຄໍາສັບ ຫລື ໂອ້ລົມ ກັບ ຊົນຊາດ ໃດ ກໍຕາມ ເເລະ ຖ້າ ເຮົາ ເວົ້າ ກັບ ເຂົາ ວ່າ ສຽງ ຂອງ ອັດຖາວ ກາງ ຫລື ສຽງກາງ ເຂົາ ກໍ ຈະ ເຂົ້າໃຈ ທັນທີ ທັນໃດ ສໍາລັບ ຄົນ ທີ່ ເຂົ້າໃຈ ຫລັກ Solfège (ຈະ ເປັນ ຄົນ ຊາດໃດ ເເລະ ອັດຖາວໃດ ກໍ ບໍ່ ສົນ)

ຜິວ່າ ເຮົາ ຖື ຫລັກ ອັນດຽວກັນນີ້ ຄົນ ທັງຫລາຍ ສາມາດ ເວົ້າ ພາສາ ດຽວກັນ ໄດ້ ເຖິງເເມ່ນວ່າ ທ່ານ ຈະມີ ການສຶກສາ ສູງ ຫລື ຕໍ່າ ຈະ ເປັນ ຫມໍເເຄນ ຫລືບໍ່ ກໍຕາມ ກໍ ສາມາດ ເຂົ້າໃຈກັນ ໄດ້ ງ່າຍດາຍ ໂດຍ ຈຸດປະສົງ ຢາກ ໃຫ້ ທ່ານ ເວົ້າ ພາສາ ດຽວ ກັບ ຫມໍເເຄນ ລາວ ທີ່ ບໍ່ ເຂົ້າໃຈ ງອກ ສາກົນ ສລຸບເເລ້ວ ເຮົາ ຄວນ ຮຽກ ບັນດາ ສຽງ ທີ່ ຢູ່ ພາຍໃນ ອັດຖາວ ກາງ ນີ້ (octave) ເປັນ ສຽງກາງ ເເທນທີ່ ຈະ ຮຽກ ເປັນ ສຽງໃຫຍ່ ດັ່ງ ຕົວຢ່າງ ຂ້າງລຸ່ມນີ້

ງອກ
ຄື້ນສາກົນ
ສຽງ


01- ໂດ
523,25Hz
ສູງ /ນ້ອຍ
ຜິວ່າ ທ່ານ ຕົນໃດ ສົນໃຈ ຢາກ ໄດ້ ເເຄນ ທີ່ ມີ ຄື້ນ (Fréquences) ທຽບເທົ່າ ກັບ ຄື້ນ ສາກົນ ທ່ານ ຕ້ອງ ບອກ ຊ່າງເເຄນ ເຮັດ ເເຄນ ໃຫ້ ທ່ານ ພ້ອມທັງ ປັບ ສຽງເເຄນ ໃຫ້ ເຂົ້າ ກັບ ຄື້ນ ຈໍາພວກ ນີ້ ຫລື ໃຫ້ ໄດ້ ສຽງ ປະມານ ສໍ່າ ທີ່ ໄດ້ຫມາຍ ໄວ້ ນີ້ ທ່ານ ຈິ່ງ ຈະ ເປົ່າ ເເຄນ ຮ່ວມກັບ ເຄື່ອງ ດົນຕຣີ ອັນ ອື່ນ ໄດ້ ໃນ ງານ ລື້ນເລີງ ຕ່າງໆ ເເຕ່ ຢ່ າລືມ ວ່າ ຊ່າງເເຄນ ບໍ່ ມີ ເຄື່ອງ ວັດເເທກ ຄື້ນ ດັ່ງກ່າວ ນີ້ ໄດ້ ຖ້າ ທ່ານ ບໍ່ ຖື ໄປ ນໍາ

ສ່ວນຫລາຍ ຊ່າງເເຄນ ຈະ ເລີ້ມ ປັບ ສຽງລາຕໍ່າ ລາເກົ້າ ຫລື ລາ.220 ເຫິກນັ້ນ ກ່ອນ ສຽງອື່ນໆ ເເລ້ວ ຈະ ຖື ເອົາ ສຽງນີ້ ເປັນ ຫລັກ ໃນ ການປັບສຽງ ອື່ນໆ ດ້ວຍ ຫູ ຂອງ ຕົນ ຈໍາໄວ້ໃຫ້ດີ
02- ຊີ
246,94Hz
ຕໍ່າ

03- ເຣ
293,66Hz
ກາງ /ໃຫຍ່

04- ມີ
329,63Hz
ກາງ /ໃຫຍ່
05- ຟາ
349,23Hz
ກາງ /ໃຫຍ່
06- ຊອນ
392,00Hz
ກາງ /ໃຫຍ່
07- ຟາ
698,46Hz
ສູງ /ນ້ອຍ
08- ຊອນ
783,99Hz
ສູງ /ນ້ອຍ




09- ລາ
220,00Hz
ຕໍ່າ

10- ໂດ
261,63Hz
ກາງ /ໃຫຍ່
11- ຊອນ
392,00Hz
ກາງ /ໃຫຍ່
12- ລາ
440,00Hz
ກາງ /ໃຫຍ່
13- ຊີ
493,88Hz
ກາງ /ໃຫຍ່
14- ເຣ
587,33Hz
ສູງ /ນ້ອຍ

15- ມີ
659,26Hz
ສູງ /ນ້ອຍ
16- ລາ
880,00Hz
ສູງ /ນ້ອຍ

ສ່ວນ ຊື່ເເທ້ ຂອງ ລູກເເຄນ ເເຕ່ລະລູກ ຈະກ່າວ ຕາມ ພາຍຫລັງ





ວິທີໄລ່ໃນການຊອກຫາຄື້ນຂອງງອກຕ່າງໆ


ton
Notes
f

ສູດທີ່ໃຊ້ໃນການຊອກຫາຄື້ນຂອງ ສຽງ ຫລື ງອກ
1
B#/C
261,6 Hz





2
C#/Db
277,2 Hz
3
D
293,7 Hz
4
D#/Eb
311,1 Hz
5
E/Fb
329,6 Hz
6
E#/F
349,2 Hz
7
F#/Gb
370,0 Hz
8
G
392,0 Hz
9
G#/Ab
415,3 Hz
10
A
440,0 Hz
11
A#/Bb
466,2 Hz
12
B/Cb
493,9 Hz

ຕົວຢ່າງ
- ໃຫ້ຊອກຫາຄື້ນຂອງ ສຽງລາ ຫລື ງອກລາ ທີ່ຢູ່ອັດຖາວສາມ (ສະເພາະ ຣະບົບ ຝຣັ່ງ) ?

- (ອັດຖາວ(3)-3)=0
- ສຽງ(10)-10=0
- 2 ກໍາລັງ 0 ເທົ່າກັບ 1
- ຄື້ນ=ຂໍ້ອ້າງ x 1 ==> ຄຶ້ນ=440x1 ==> ຄື້ນ=440 ເຫິກ

ຫມາຍເຫດ
- ຕົວເລກ ໒ ໓ ໑໐ ເເລະ ໑໒ ຈະຢູ່ຕາຍຕົວ ຄື ຈະບໍ່ປ່ຽນຈັກເທື່ອ (ຝຣັ່ງຮຽກ Constantes)



ສິ່ງທີ່ຄວນຮູ້


ລັກສນະ ຂອງ ສຽງ ເເຄນ ຈະ ເເຕກຕ່າງກັນ ກັບ ສຽງ ຂອງ ເຄື່ອງດົນຕຣີ ສາກົນ ການເປົ່າເເຄນ ກໍ ຈະ ເປົ່າ ເປັນ ສຽງຄວບກັນ ໄປ ນຶ່ງ ສຽງຄວບ ເເຕ່ລະສຽງ ສ່ວນຫລາຍເເລ້ວ ຈະ ມີ ສຽງສັ່ນ ນຶ່ງ ອັນ ຫມາຍເຖິງ ຄື້ນ ຂອງ ສຽງເເຄນ ຈະ ບໍ່ ກົງກັນ ໑໐໐% ກັບ ຄື້ນ ຂອງ ສຽງ ເຄື່ອງດົນຕຣີ ສາກົນ ດ້ວຍເຫດນີ້ ຖ້າ ເຮົາ ຜ້ຽນ ສຽງເເຄນ ໃຫ້ ເຂົ້າ ກັບ ສຽງງອກ ສາກົນ ເຮົາ ກໍ ສາມາດ ເປົ່າ ເເຄນ ຮ່ວມ ກັບ ເຄື່ອງດົນຕຣີ ອື່ນໆ ໄດ້ ເເຕ່ ກໍ ບໍ່ ໄດ້ຫມາຍຄວາມວ່າ ສຽງ ຂອງ ເເຄນນັ້ນ ຈະ ມ່ວນ ເຫມືອນເດີມ ຍ້ອນວ່າ ເເຄນ ບໍ່ ຢູ່ ໃນ ຣະບົບ ດຽວກັນ ກັບ ເຄື່ອງດົນຕຣີ ສາກົນ ນັ້ນເອງ ອີກປະການນຶ່ງ ສຽງທ່ວງ ທີ່ ຫມໍເເຄນ ພາກັນ ໃຊ້ນັ້ນ ຈະ ບໍ່ ກົງກັນ ຕລອດໄປ ກັບ ສຽງທ່ວງ ສາກົນ (ສຽງທ່ວງ ທີ່ ຫມໍເເຄນ ໃຊ້ນັ້ນ ຍັງ ມີ ຢູ່ ດ້ວຍກັນ ຫລາຍໆ ເເບບ)








*** Accords/Chords :  ເເພວ ຫລື ສຽງເເພວ (ເມື່ອ ສຽງ ມີ ບັນຫາ ເຊັ່ນ ຄໍເເຫບ ຫລື ເວົ້າ ບໍ່ມີສຽງ ລາງເທື່ອ ເພິ່ນ ຕົ້ມນໍ້າ (ຊາ/Tisane) ໃສ່ ຜັກເເພວ ກິນ ເພື່ອ ໃຫ້ ໄດ້ ຍິນ ສຽງ ຫລື ເພື່ອ ເຮັດ ໃຫ້ ສຽງ ຄືນມາ ເເຕ່ ຖ້າ ເພິ່ນ ວ່າ ຜູ້ບ່າວຜູ້ເເພວ ຂ້າພະເຈົ້າ ຍັງ ບໍ່ ເຂົ້າໃຈ ໄດ້ ຢ່າງ ເເນ່ນອນ ເທື່ອ)

ລາຍ
*** Demi-ton/Semi-tone :
ສຽງຖ່ອງ ຫລື ເຄິ່ງສຽງ (ຄໍາອະທິບາຍ ຫນ້າ ໖)
*** Un ton/1 tone :
ສຽງເຕັມ
*** Notation musicale :
ຖົ່ວງອກ (ຄົນລາວ ຮຽກກັນ ຕອນ ໄປຕົກຢູ່ ເມືອງຝຣັ່ງ ໃຫມ່ໆ)
(*) Octave :
ອັດຖາວ (ຂ້າພະເຈົ້າ ເເຕ່ງຂຶ້ນເອງ - ເບິ່ງ ຄໍາອະທິບາຍ ຫນ້າ ໒)
*** Octet/byte :
ອັດເຖ ສໍາລັບ ສື່ມະຕິກ [informatique/informatics & nucléaire]

















Des notes du khene lao ou khaen correspondant à celles du piano par Phouphetlinthong

Notes du Khène et du piano - The musical notes of the Khaen and the piano
The notes of the piano and the Lao khaen, the Lao mouth organ



Article sur le khene à télécharger par Phouphetlinthong  ສາກເອົາເຣື່ອງເເຄນລາວ
Texte pour le Molam par Okinh Soumlpholphakdy  ກອນລໍາລາວ





Lundi 1er décembre 2008
ກັບເມືອຫນ້າທໍາອິດ ເທິງ/Haut/Up

© 2008-2011 Laocom Education. All rights reserved.
dernière révision: Samedi 29 janvier 2011

Informations modifiables sans préavis.