ຫນັງສືລາວ - ການອອກເເບບຕົວອັກສອນລາວ

    ຕາມປົກຕິເເລ້ວ ການຂຽນປໂຍກຕ່າງໆໃນພາສາລາວກັບພາສາໄທຍ ເພິ່ນບໍ່ໃຊ້ ຈຸດ ຈໍ້າເມັດ ຫລືເຄື່ອງຫມາຍອື່ນໆເເຕ່ປະການ ໃດໆ ເພິ່ນເເຍກປໂຍກຕ່າງໆອອກຈາກກັນ ດ້ວຍການຍະວ່າງເທົ່ານັ້ນ ເເຕ່ບາງຄັ້ງບາງຄາວ ເຮົາກໍຕ້ອງການໃຊ້ເຄື່ອງຫມາຍເຫລົ່ານີ້ ເຫມືອນກັນ [Ponctuation]  ເຊັ່ນວ່າ ການຂຽນຈໍານວນເລກ ການຂຽນວັຈນານຸກົມ ເເລະ ການຂຽນອື່ນໆທາງດ້ານວິທຍາສາດ ເປັນຕົ້ນ ສະນັ້ນ ເຖິງເເມ່ນວ່າຈະບໍ່ມີການໃຊ້ເຄື່ອງຫມາຍດັ່ງກ່າວນີ້ກໍຈິງ ການອອກເເບບຕົວອັກສອນລາວເເຕ່ລະເເບບ ຫລືວ່າ ການອອກເເບບເເມ່ພິມລາວເເຕ່ລະຢ່າງນັ້ນ ນັກອອກເເບບທຸກຄົນ [Designer] ຈໍາເປັນຈະຕ້ອງກໍານົດເຄື່ອງຫມາຍເຫລົ່ານີ້ ເຂົ້າ ໃສ່ໃນຮ່າງຂອງເເມ່ພິມຫລືເຂົ້າໃສ່ໃນຈໍານວນອັກສອນທີ່ຕົນຈະສ້າງມັນຂຶ້ນມານັ້ນຢູ່ສເມີ ທັງນີ້ກໍເພື່ອໃຫ້ຂນາດສ່ວນຂອງຈໍາພວກ ຕົວອັກສອນທັງຫລາຍ ເຂົ້າເຫມາະສົມກັນດີນັ້ນເອງ


    ອີກປະການນຶ່ງ ການອອກເເບບເເມ່ພິມລາວເເຕ່ລະຢ່າງນັ້ນມີຄວາມຫຍຸ້ງຍາກລໍາບາກຫລາຍ  ເພາະວ່າ ຫນັງສືລາວເເຕ່ລະຕົວ ມີຂອດເເລະເຕັມໄປດ້ວຍການຂົດໆງໍໆ ຫລື "ຄວາມຄົດລ້ຽວ" ຫລາຍໂພດ ສອງມາ ການສະກົດຫນັງສືລາວມີຢູ່ດ້ວຍກັນສີ່ຖ້ານ ດັ່ງ

  • ຖ້ານ ໑ ຄື ຂຽນຕາມເເຖວ(ລອຍ) ຕົວຢ່າງ ◌ທ◌

  • ຖ້ານ ໒ ຄື ຂຽນຕາມເເຖວຈົມ ຊຶ່ງມີຢູ່ສອງຢ່າງດ້ວຍກັນ ເຊັ່ນ ພາກສ່ວນທີ່ຢູ່ຂ້າງລຸ່ມມີ ◌ຼ ◌ູ ◌ຸ ເເລະ

    • ພາກສ່ວນທີ່ຢູ່ຂ້າງເທິງມີ ◌ ◌ ◌ ◌ ◌ ◌ໍ ◌ັ ◌ົ ◌ິ ◌ີ ◌ຶ ◌ື ຈໍາພວກນີ້ເປັນຈໍາພວກທີ່ຢູ່ໃນຖ້ານ ໓ ເເລະເສີມດ້ວຍ

  • ຖ້ານ ໔ ຄື ◌່ ◌້ ◌໊ ◌໋ (◌໌) ທີ່ໃຊ້ໄວ້ຂຽນໃສ່ເທິງຫົວຂອງ ◌ິ ◌ີ ◌ຶ ◌ື ◌ັ ◌ົ ◌ໍ ດັ່ງນີ້ເປັນຕົ້ນ

  • ຖ້ານ ໕ ຕົກຢູ່ໃນກໍຣະນີພິເສດ ຕົວຢ່າງວ່າເຮົາຢາກຂຽນ "ຫລຸດ" ເຮົາມີສິດຂຽນຕົວ ◌ຫ◌ ເເລະຕົວ ◌ຼ ເເລະຕົວ ◌ຸ ເເລະຕົວ ◌ດ◌ ເພາະວ່າ ເພິ່ນບໍ່ເຄີຍມີກົດຣະບຽບສໍາລັບກໍຣະນີນີ້ຈັກເທື່ອ ອັນຫມາຍຄວາມວ່າ ການສະກົດຫນັງສືລາວ ສາມາດມີ ໄດ້ ໕ ຊັ້ນ ຫລື ໕ ຖ້ານນັ້ນເອງ ເເຕ່ໃນພາກປະຕິບັດເເລ້ວມີພຽງເເຕ່ ໔ ຖ້ານເທົ່ານັ້ນ

ໃນເມື່ອເປັນດັ່ງນີ້ ເເຖວເເຕ່ລະເເຖວກໍຕ້ອງຫ່າງໄກກັນສເມີ ອັນພາໃຫ້ຂາດຄວາມສວຍງາມເປັນຂອງທັມມະດາ ດ້ວຍເຫດນີ້ ທ່ານຈະສັງເກດເຫັນໄດ້ວ່າ ນັກອອກເເບບເເຕ່ລະຄົນ ຈະເປັນຄົນລາວຫລືຄົນຊາດອື່ນໆກໍຕາມ ຂະເຈົ້າຈະພາກັນຂົດຫາງຕົວ ◌ງ◌ ຂຶ້ນ ຫລື ເເຜງຫາງຕົວ ◌ງ◌ ໃຫ້ໄປເປັນເເບບໃຫມ່ ເພື່ອຫລີກການໄປໂຄມກັບສຣະ ◌ຸ ◌ູ ນັ້ນເອງ ເເລະ ເພື່ອ ເວັ້ນການໄປໂຄມ ເອົາຫາງຂອງ ◌ຽ◌ ເເລະ ຕົວອື່ນໆທີ່ມີຫາງດັກລົງລຸ່ມ ເເລະ ລັກສນະການເເຕ້ມຕົວ ຽ◌ ນີ້ກໍຕົກຢູ່ໃນທໍານອງດຽວກັນນັ້ນເອງ ໂດຍທີ່ບໍ່ກ່າວໄປເຖິງຕົວອື່ນທີ່ມີບັນຫາເເບບດຽວກັນ ນອກຈາກການຄົດໂງ້ງຂອງອັກສອນ ເເຕລະຕົວນັ້ນເອງ


    ບັດນີ້ ຍັງເຫລືອຈໍາພວກ ◌ິ ◌ີ ◌ຶ ◌ື ◌ ◌ ◌ ◌ ◌ໍ ◌ ◌ັ ◌ົ ທີ່ໄປໂຄມເອົາຫາງຂອງຕົວ ◌ປ◌ ◌ຝ◌ ◌ຢ◌ ◌ຟ◌ (ຝີ ຟົ້ງ ຟື້ນ) ເເລະຈໍາພວກວັນນະຍຸດທີ່ໄປໂຄມກັບຫົວຂອງສຣະ ◌ິ ◌ີ ◌ຶ ◌ື ◌ັ ◌ົ (◌ໍ) ໃນເມື່ອເຮົາຜະສົມສຣະດັ່ງກ່າວນີ້ກັບຈໍາພວກ ວັນນະຍຸດ ດ້ວຍເຫດນີ້ ຂ້າພະເຈົ້າຈິ່ງເຂົ້າໃຈວ່າ ຄົນໄທຍເຄີຍພິມຫນັງສືຫລາຍກວ່າລາວ ເເລະ ການພິມຫນັງສືໃນສໄມກ່ອນ ເພິ່ນຕ້ອງຜລິດ ເເມ່ພິມຫລືຫລໍ່ເເມ່ພິມເອົາເອງ ເພິ່ນຈິ່ງຮູ້ຈັກດັດເເປງຕົວອັກສອນໄປໄກກ່ອນຄົນລາວ ທັງໆທີ່ຄົນໃນສອງປະເທດ ເຄີຍມີ ການຂີດຂຽນເເບບດຽວກັນມາກ່ອນເເລ້ວ


    ດັ່ງທີ່ໄດ້ກ່າວມາຂ້າງເທິງນີ້ ໄທຍ໌ຈິ່ງຕັດຫົວຂອງອັກສອນຈໍາພວກນີ້ອອກປະມານ ໑/໔ (◌ິ ◌ີ ◌ຶ ◌ື) ເເຕ່ຖ້າຫາກວ່າ ເຮົາ ອອກເເບບອັກສອນລາວ ໂດຍບໍ່ໃຫ້ມີຫົວຂອດ ຫລື ໂດຍບໍ່ຂອດຫົວຂອງມັນ ຄວາມຫຍຸ້ງຍາກກໍຜ່ອນລົງຫລາຍເຕີບ ຖ້າເຮົາລົງມື ທົດລອງອອກເເບບອັກສອນລາວດ້ວຍຕົນເອງ ເຮົາຈະເຂົ້າໃຈບັນຫາດັ່ງກ່າວໃນທັນທີທັນໃດໂລດ


    ຕົວຢ່າງເເມ່ພິມທີ່ທ່ານ ດຣ. ສົມອົກ ນໍາມາໃຊ້ນີ້ເປັນການສະເເດງເຖິງຄວາມສລາດໃນການອອກເເບບຫນັງສືລາວອີກເເບບນຶ່ງ ຊຶ່ງ ຂ້າພະເຈົ້າ ຂໍສະເເດງຄວາມໂຄຣົບມາຍັງນັກອອກເເບບຜູ່ນີ້ເປັນພິເສດ ເຖິງເເມ່ນວ່າ ຍັງມີຫລາຍອັນທີ່ຍັງບໍ່ເຂົ້າຮູບຮອຍຢູ່ກໍດີ ເຮົາຄວນນໍາເອົາບາງສິ່ງບາງຢ່າງໃນຈໍາພວກອັກສອນເຫລົ່ານີ້ ນໍາມາດັດເເປງ ຫລື ນໍາມາໃຊ້


ເເດ່ນັກອອກເເບບເເມ່ພິມລາວທຸກຄົນ


ຄໍາເເພວ ພູເພັຊຣ໌ລິນທອງ


ເມື່ອວັນທີ ໓໐-໐໔-໒໐໐໘ ເດືອນ ເມສາ ພ.ສ. ໒໕໕໐ ເເຫ່ງເມືອງ ປາຣີສ ທີ່ປະເທດຝຣັ່ງ


ກັບເມືອຫນ້າທໍາອິດ
ກັບເມືອຫນ້າຕົ້ນ
 
© 2008 Laocom Education.