ໄທເຫນືອ- ເມື່ອ ຄສ.໑໙໗໒ ຜູເຖົ້າບ້ານພັນພ້າວທີ່ເຄີຍເປັນນາຍຮ້ອຍ(ພໍ່ຄ້າ) ຮ້ອງພວກນີ້ວ່າ ໄທເຫນືອ

ມວຍເສືອ (ບັ້ນທ້າຍ)
ມວຍເສືອ ເເບບນີ້ ຕອນຍັງນ້ອຍ ຂ້າພະເຈົ້າ ເຄີຍເຫັນ ໄທສາຣະວັນ ຟ້ອນ ເເລະ ກໍເຄີຍເຫັນ ເເກວສາຣະວັນ ຟ້ອນໃຫ້ ຂ້າພະເຈົ້າ ເບິ່ງ ເເລະ ລາວບອກວ່າ ເເມ່ນ ມວຍເສືອ ຊຶ່ງ ເພິ່ນເອງ ກໍໄດ້ ຮຽນນໍາ ພໍ່ເຖົ້າ ຜູ່ນຶ່ງ ທີ່ ເປັນ ຄຣູ ຄົນລາວ ຄົນເເກວ ຜູ່ນີ້ ມີ ອາຍຸ ປະມານ ໓໐ ປີ ເມື່ອ ຄສ.໑໙໗໐


ມວຍເສືອ (ບັ້ນທ້າຍ)
ມວຍເສືອ ກໍມີຫລາຍເເບບຢູ່ດ້ວຍກັນ ດັ່ງ ມວຍຫມາກເເປບ ມວຍດາບ (ຟ້ອນດາບ) ມວຍ ສາມຂຸມ ເເບບກໍາລັງພາຍໃນ ເເລະອື່ນໆອີກ ຊຶ່ງໃນປັດຈຸບັນການ ທາງໂຮງຮຽນ ສາວຫລິງ [shao Ling] ໄດ້ນໍາເອົາ ມວຍ ເເບບນີ້ ເຂົ້າໄປບັນຈຸຢູ່ໃນ ນຶ່ງໃນສີ່ເເບບ ຂອງ ມວຍ ສາວຫລິງ ນັ້ນເອງ ເເລະ ເເບບ ຂອງ ຄົນລາວຊາວໄທ ເຫລົ່ານີ້ ເຂົາ ຮຽກກັນວາ ເເບບ(style) ເສືອ ຝຣ.tigre, ອັງ.tiger ເເລະ ເຂົາກໍຍັງຮຽກ ມວຍເສືອ ເຫມືອນເດີມ ດັ່ງດຽວກັນ ກັບ ການຮ້ອງຊື່ ຂອງ ມວຍຄົນລາວ ນັ້ນເອງ


ໄທດໍາລໍາພັນ
ສິບຫ້າປີ ເເຫ່ງຄວາມຫລັງ ເເລະ ເເຫ່ງຄວາມຫວັງ ກໍໄດ້ຜ່ານມາຫລາຍປີເເລ້ວ ສິ່ງ ທີ່ ເເກວ ກືນໄປເເລ້ວ ຂ້າພະເຈົ້າ ບໍ່ເຄີຍເຫັນ ມັນ ຄາຍອອກ ຈັກເທື່ອ ຈໍາໄວ້ໃຫ້ດີ ເເລະ ຢ່າໃຫ້ ປວັດ ຂອງ ຄົນລາວ ຊໍ້າຮອຍເກົ່າ ເເລະ ຂໍໃຫ້ຄົນລາວ ຈົງ ປຸ້ມລຸມກັນ ຢ່າປ່ອຍໃຫ້ເເຕ່ ຊາດອື່ນ ກືນກິນ


ຟ້ອນໄທເຫນືອ
ໄທເຫນືອ ມາຈາກ ການ ທີ່ ຄົນລາວ ຮ້ອງ ໄທ ພວກນີ້ ມາເເຕ່ໃດໆ ໃນເມື່ອ ລາວ ເຄີຍຕີເສິກ ກັບ ສຍາມ ເເລະ ບັ້ນຫລັງໆມາ ສຍາມ ກໍກາຍເປັນ ໄທຍ (ຄສ.1933) ໂດຍ ການກືນກິນ ພາກສ່ວນ ຂອງ ລ້ານຊ້າງ ໄປນັ້ນເອງ ເເລະ ອີກປະການນຶ່ງ ຄົນລາວ ຮ້ອງກັນເອງວາ "ໄທ" ຢູ່ເເລ້ວ (ສາມເເສນໄທ) ດັ່ງນັ້ນ ຄົນໄທຍ ຈິ່ງຮ້ອງ ໄທເຫນືອນີ້ວ່າ ໄທໃຫຍ່ ຕາມ ເເຜນການ ການເມືອງ ຂອງ ເຂົາເຈົ້າ ຫມາຍຄວາມວ່າ ໄທໃຫຍ່ ເປັນ ຊື່ ທາງດ້ານການເມືອງ ຫລາຍກວາ ຊື່ ເເທ້ ຂອງ ໄທ ຈໍາພວກນີ້ (ຄົນລາວ ເເມ່ນ ໄທນ້ອຍ)
     ເປັນຫຍັງ ຄົນລາວ ຈຶ່ງຮ້ອງພວກນີ້ວ່າ ໄທເຫນືອ?
     ຕາມ ການສັງເກດ ສ່ວນຕົວ ຜິວ່າ ເຮົາ ເເຕ້ມຮູບ ເເຜນທີ່ ຂອງ ອານາຈັກ ລ້ານຊ້າງ ເຮົາ ຈະ ເຫັນໄດ້ວ່າ ໄທຊານ ຢູ່ເທິງ ເເລະ ເກືອບຢູ່ ເຄິ່ງກາງ ຂອງ ລ້ານຊ້າງ (ລ້ານຊ້າງ ເລີ້ມຈາກ ກາວບັງ[Cao Bang] (Baie d'Along ຢູ່ ວຽດນາມ) ໄປຈົບຢູ່ ລ້ານນາ) ເເລະ ສິ່ງສໍາຄັນ ທີ່ ເຮົາ ບໍ່ ຮູ້ ຄື ເມືອງ ຊານ[Shan] ໃນ ສໄມກ່ອນນັ້ນ ເຄີຍເປັນພາກສ່ວນນຶ່ງ ຂອງ ລ້ານຊ້າງ ຫລື ບໍ່ເປັນ ເພາະວາ ຂາພະເຈົ້າ ຍັງບໍ່ທັນເຄີຍອ່ານ ຫນັງສື ກ່ຽວກັບ ເຣື່ອງນີ້ ເທື່ອ
     ບາງຄັ້ງ ໄທຜົ້ງສາລີ ກໍຖືກຮ້ອງ ໄທເຫນືອ ເຫມືອນກັນ ເເຕ່ ໄທລາວ ທີ່ຢູ່ ພາກສ່ວນ ເເຫ່ງ ອື່ນໆ ທາງ ທິດເຫນືອ ຂອງ ລ້ານຊ້າງ ບໍ່ຖືກຮ້ອງ ໄທເຫນືອ ກໍຍ້ອນວ່າ ພວກເຫລົ່ານີ້ ມີຊື່ ຈໍາເພາະ ຢູ່ເເລ້ວ ດັ່ງ ໄທດໍາ ໄທເເດງ ໄທຂາວ ເເລະ ໄທເກົ່າ (ດໍາ ເເດງ ຂາວ ເເມ່ນຮ້ອງຕາມ ສີຂອງ ເສື້ອ ເເລະ ສາຍເເອວ ທີ່ ເເມ່ຍິງ ນຸ່ງນັ້ນເອງ)
     ອີງຕາມ ເອກສານ ທີ່ ບັນທຶກ ການເດີນທາງ ຂອງ ທ່ານ Raquez ຂຽນໄວ້ ເມື່ອ ຄສ. 1909 ທ່ານ ກ່າວໄວ້ວ່າ ຄົນລາວ ຮ້ອງ ຄົນຈໍາພວກນີ້ວ່າ ໄທເຫນືອ ອີກປະການນຶ່ງ ພວກ ຜູ່ເຖົ້າ ທີ່ ມີ ອາຍຸ ປະມານ 60 ຫາ 80 ປີ ເມື່ອ ຄສ. 1970 ເເລະ ທີ່ເຄີຍເປັນ ນາຍຮ້ອຍ (ພໍ່ຄ້າ) ຊຶ່ງ ເປັນ ໄທບ້ານ ສວນມອນ ເເລະ ໄທບ້ານ ພັນພ້າວ (ຝັ່ງໄທຍ) ໄດ້ ເລົ່າສູ່ ຂ້າພະເຈົ້າ ຟັງວ່າ ເພິ່ນ ຮ້ອງ "ໄທເຫນືອ" ສໍາລັບ ພວກ ຄົນລາວ ທີ່ຢູ່ ພະມ້າ ເເລະ ທີ່ຢູ່ ຈີນ ອັນ ຕຣົງກັບ ການບັນທຶກ ຂອງ ທ່ານ Raquez ນັ້ນເອງ


ຟ້ອນໄທ
ໄທບ້ານ ເເມ່ນ ຄົນທີ່ຢູ່ໃນບ້ານນັ້ນ - ໄທເມືອງ ໄທໃຕ້ ໄທອິສານ ໄທດໍາ ໄທເເດງ ໄທຂາວ ໄທອາຫົມ ໄທກະດາຍ ໄທລື້ ໄທນົ້ງ ໄທຈວງ ໄທໃຫຍ່ ຫລື ໄທເຫນືອ ຊຶ່ງມີ ໄທເຂີນ ເເລະ ໄທອື່ນໆ ອີກ ເເມ່ນ ຄົນ ຈໍາພວກ ທີ່ມີ ການປາກເວົ້າ ເປັນ ພາສາ ໄທລາວ ເເຕ່ຕ້ອງ ຣະວັງ ນ້ອຍນຶ່ງ ຄື ເພິ່ນ ບໍ່ ຮ້ອງ ຈັກເທື່ອວ່າ ໄທເເມ້ວ ຫລື ໄທເເກວ ເພາະວ່າ ພາສາ ຂອງ ພວກ ເຫລົ່ານີ້ ບໍ່ ເເມ່ນ ພາສາ ໄທ ຫລື ພາສາ ລາວ (ໄທ ບໍ່ເເມ່ນ ໄທຍ)
     "ໄທ" ຕາມ ຄວາມຫມາຍ ທີ່ ບັນທຶກໄວ້ ໃນ ຫນັງສື ທັມມະສາດໂບຮານ ກ່າວວ່າ ເເມ່ນ ພວກ ທີ່ ບໍ່ ເປັນ ຂ້າເສິກ ເເລະ ພວກທີ່ ບໍ່ ເປັນ ຂ້ອຍຂ້າມ້າໃຊ້ ຕ່າງໆ ໃນ ສັງຄົມ ຂອງ ຄົນລາວ ໃນ ສໄມນັ້ນ ດ້ວຍເຫດດັ່ງກ່າວນີ້ ເຮົາຈະໄດ້ຍິນຄົນເເປຄໍາ ໄທ ນີ້ວ່າ ຝຣ.Libre ຫລື ອັງ.Free ອິສຣະພາບ ຫລື ອິສຣະ ລ້າໆ ຕີຄວາມຫມາຍ ເປັນ "ບໍ່ຂຶ້ນກັບໃຜ" (ບໍ່ ໃຫ້ ຜູ່ອື່ນ ປົກຄອງ ເເລະ ບໍ່ ໃຫ້ ປະເທດ ອື່ນ ມາປົກຄອງ)
     ໄທຍ ຫລື ໄທຍ໌ ຫມາຍເຖິງ ປະຊາຊົນ ຂອງ ປະເທດ ໄທຍ ຄື ຝຣ.Thaïlande ອັງ.Thailand ເເລະ ຂຽນເປັນ ພາສາ ລາຕິນ ເປັນ Thai ເພື່ອ ຫມາຍເຖິງ ປະຊາຊົນ ຂອງ ປະເທດໄທຍ ເເລະ Tai ຫມາຍເຖິງ ຄົນລາວຊາວໄທ ໂດຍ ທົ່ວໄປ
     ເເຕ່ມີ ຂໍ້ຍົກເວັ້ນ ຢ່າງນຶ່ງ ຄື ໃນເມື່ອ ຈີນ ໄດ້ ປ່ຽນ ຫລັກການ ການຂຽນ ຫນັງສື ລາຕິນ ໃສ່ ພາສາ ຈີນ ເຂົາ ປ່ຽນ ຕົວ T ເປັນ ຕົວ D ດັ່ງ "Teng Xiao Ping" ເປັນ "Deng Xiao Ping" ເເລະຄືດັ່ງ Tai ມາເປັນ Dai ຈຶ່ງຕ້ອງເຂົ້າໃຈ ໄປໃນ ທໍານອງນີ້
     ຕາມຫລັກການເເລ້ວ ເຮົາຄວນຂຽນ ໄທລາວ ເປັນຄໍາລາຕິນເເບບນີ້ ຄື Tailao ເເທນທີ່ ຈະຂຽນ Thailao ເເຕ່ວ່າ ຂ້າພະເຈົ້າ ມັກຂຽນ Thailao ຍ້ອນ ຂ້າພະເຈົ້າ ຄິດວ່າ ໄທຍ໌ ມາຈາກ ບາລີ Day ຫລື Daya[ໄທຍະ] ອັນຂຽນດ້ວຍ ທັຍ ຫລື ທັຍຍະ ນັ້ນເອງ
      ນັກຄົ້ນຄວ້າ ທັງຫລາຍ ໄດ້ຕັ້ງການສົມມຸດສາກົນຂຶ້ນ ຢ່າງນຶ່ງ ຄື ຂຽນ Tai[ໄທ] ສໍາລັບ ຄົນລາວຊາວໄທ ທັງຫລາຍ ເເລະ ຂຽນ Thai[ໄທຍ] ສໍາລັບ ປະຊາຊົນ ຂອງ ປະເທດ ໄທຍ ຫລື Thailand ອັນ ປະກອບດ້ວຍ ສຍາມ ເເລະ ພາກສ່ວນ ຂອງ ລ້ານຊ້າງ ເປັນຕົ້ນ

ບຸນຫົດນໍ້າ ບຸນສົງການ ໑


ບຸນຫົດນໍ້າ ບຸນສົງການ ໒


ບຸນຫົດນໍ້າ ບຸນສົງການ ໓


ເພງ ໑

໑໐
ເພງ ໒




໑໑
ເພງ ໓

໑໒
ສໍາພາດ ຂຸນເສິກ ໑
ຍອດເສິກ ເປັນຊື່ຂອງທ່ານນັກຣົບຜູ່ນຶ່ງ
໑໓
ສໍາພາດ ຂຸນເສິກ ໒
ຍອດເສິກ ເປັນ ຂຸນເສິກ ຜູ່ສໍາຄັນ ຜູ່ນຶ່ງ ໃນ ການຕໍ່ສູ້ກູ້ຊາດ ໄທຊານ ຈາກ ການຍຶດຄອງ ຂອງ ພະມ້າ ທີ່ຕົກເຂົ້າໄປໃນ ສະຫະພາບ ພະມ້າ ພາຍໃຕ້ ການປົກຄອງ ຂອງ ຈັກພັດ ອັງກິດ






14
ກອງທັບເເຫ່ງຊາດໄທຊານ

15
ປະເທດຊານບໍ່ຂຶ້ນກັບໃຜ

16
ກໍາພ້າເຫລືອຕາຍ

17
ເປັນຊານໃນພະມ້າ

18
ວັນຊາດ 1/໑

19
ວັນຊາດ 2/໒

20
ວັນຊາດ 3/໓

21
ວັນຊາດ 4/໔

22
ວັນຊາດ 5/໕

23
ວັນຊາດ 6/໖
ຟ້ອນມວຍ ລາຍໄທ
24
ວັນຊາດ 7/໗
ມວຍເສືອ ຟ້ອນດາບ ຊັດຫລາວ ມວຍຫມາກເເປບ ຯລຯ
25
ວັນຊາດ 8/໘
ມວຍເສືອ
26
ວັນຊາດ ປີທີ 61
07/02/1947 - 03/02/2008









ກັບເມືອຫນ້າທໍາອິດ

ກັບເມືອຫນ້າເດີມ
© 2008-2009 Laocom Education.
Dernière révision: vendredi 6 mars 2009
Informations modifiables sans préavis.