ມະຫາດເລັກເດັກນ້ອຍ   (ຄວນສົ່ງເສີມເດັກເເບບໃດ ກະຣຸນາເເບ່ງປັນກັນທີ່ນີ້)

ຫນ້ານີ້ ເປັນ ຫນ້າ ທີ່ ທາງ ຄນະເຮົາ ຈັດ ພິເສດ ເເດ່ ເດັກນ້ອຍ ລາວ ທຸກຄົນ ທາງ ຄນະເຮົາ ຈະ ພຍາຍາມ ເຮັດ ສຸດຄວາມສາມາດ ເພື່ອ ສ້າງ ຜົນງານ ເເຫ່ງ ໂຄງການ ອັນນີ້ ໃຫ້ ເກີດເປັນ ຜົນສໍາເຣັດໄດ້ ບໍ່ຫລາຍກໍຫນ້ອຍ ທ່ານ ທຸກຄົນ ສາມາດ ເຂົ້າຮ່ວມ ຮັບຜິດຊອບ ນໍາກັນໄດ້ ເພື່ອ ສົ່ງເສີມ ໂຄງການ ອັນນີ້ ໃຫ້ໄປໄກ ເທົ່າທີ່ຈະໄກໄດ້
  • ວ່າດ້ວຍ ການສຶກສາ ຂອງ ເດັກນ້ອຍ ລາວ ໂດຍ ທົ່ວໄປ ໃນ ປະເທດ ເເລະ ນອກ ປະເທດ
  • ການຂີດຂຽນ ຂອງ ເດັກນ້ອຍ ລາວ ຈະ ເປັນ ພາສາໃດ ກໍຕາມ
  • ການໃຫ້ກຽດ ເເລະ ການຍ້ອງຍໍ ນັກຮຽນ ເເລະ ນັກສຶກສາ ລາວ
  • ຈຸດປະສົງ ເເລະ ການເເລກປ່ຽນ ຄວາມຄິດເຫັນ ຣະຫວ່າງ ນັກຮຽນ ເເລະ ນັກສຶກສາ ລາວ ໂດຍ ທົ່ວໄປ 
  • ການຊອກຫາ ຊັພຍາກອນ ຕ່າງໆ ເພື່ອ ອໍານວຍ ຄວາມສະດວກ ໃນ ການເເລກປ່ຽນ ເເລະ ໃນ ການສຶກສາ ຂອງ ເດັກນ້ອຍ ລາວ
ຖ້າ ຜູ່ໃດ ມີ ຄວາມສາມາດ ເເບ່ງປັນ ຜົນງານ ຂອງ ຕົນ ໃນ ດ້ານໃດ ດ້ານນຶ່ງ ຫລື ຢາກ ສເນີ ຄວາມຄິດເຫັນ ເເນວໃດ ກະຣຸນາ ຕິດຕໍ່ ໄປ ຍັງ ຄນະເຮັດວຽກ


  • ຫນັງສື ຂ້າງລຸ່ມ ນີ້ ໄດ້ມາຈາກ ການຮໍ່າຮຽນ ຂອງ ເດັກນ້ອຍ ລາວ ທີ່ ປະເທດ ຝຣັ່ງ ເພື່ອ ໃຫເປັນ ເເບບຢ່າງ ເເກ່ ເດັກນ້ອຍ ຣຸ່ນໃຫມ່ ທີ່ ກໍາລັັງ ຈະກ້າວ ເຂົ້າສູ່ ຫ້ອງ ມັທຍົມ ປີ ທີສອງ ຫ້ອງນີ້ (ອາຍຸຂອງເດັກມີພຽງເເຕ່ ໑໑ ຫາ ໑໒ ປີ) ທາງຄນະເຮົາ ໄດ້ນໍາເອົາ ການຂີດຂຽນ ຂອງ ເດັກ ພາຍໃນ ໂຮງຮຽນ ມາລົງ ໃນ ເວັບໄຊ ເເຫ່ງນີ້ ເເລະ ເພື່ອ ເປັນ ການສົ່ງເສີມ ເດັກນ້ອຍ ລາວ ໂດຍທົ່ວໄປ ອີກດ້ວຍ ເເຕ່ ຫນ້າເສັຽດາຍ ທີ່ ຫນັງສື ເຫລົ່ານີ້ ຂຽນ ເປັນ ພາສາຝຣັ່ງ ຖ້າ ມີ ຜູ່ໃຈບຸນ ມາເເປ ເປັນ ພາສາລາວ ເພື່ອ ໃຫ້ ເດັກນ້ອຍ ຢູ່ ເມືອງລາວ ສາມາດ ອ່ານເຂົ້າໃຈ ເເລະ ໃຫ້ ເກີດ ມັນສມອງ ຈະເປັນ ປໂຍດ ຫລາຍທີ່ສຸດ ເເກ່ ສັງຄົມ ລາວ ອັນທີ່ ຍັງບໍ່ທັນ ເຄີຍມີມາກ່ອນ (ຂໍ ຂອບໃຈ ລ່ວງຫນ້າ ນໍາ ຜູ່ທີ່ ຈະມາເເປ)
ກັບເມືອຫນ້າທໍາອິດ
 
 
© 2008 Laocom Education.