ສາຣະລໍາດັບ
     ການລຽນຄໍາສັບຕາມລໍາດັບນີ້ ບໍ່ຫມາຍຄວາມວ່າ ທຸກຄໍາຈະຖືກລຽນຕາມລໍາດັບຂອງອັກຂຣະລາວເເທ້ (ອັກຂຣະລໍາດັບ) ເພາະວ່າ ການລຽນລໍາດັບນະທີ່ນີ້ ເເມ່ນລຽນດ້ວຍໂປຣເເກຣມອັນນ້ອຍໆອັນນຶ່ງ ເເລະ ມັນຈະລຽນໄປຕາມນໍ້າຫນັກ ຂອງ ບັນດາຫນັງສື ເເລະ ບັນດາ ອັກສອນຕ່າງໆ ທີ່ເປັນສ່ວນປະກອບຂອງຄໍາສັບທຸກຄໍາ ເເຕ່ວ່າ ນໍ້າຫນັກອັນນັ້ນເເມ່ນເລກປະຈໍາຕົວຂອງອັກສອນເເຕ່ລະຕົວ ນັ້ນເອງ ຕົວຢ່າງ ◌ວ◌ ເເມ່ນ ໓໗໕໑ - ◌ສ◌ ເເມ່ນ ໓໗໕໔ ເເລະຕົວ ◌ຫ◌ ເເມ່ນ ໓໗໕໕ (ເລກຖານ ໑໐)
      ອີງຕາມ ການກົດເລກ ຂອງ ອົງການ ຢູນິກົດ[Unicode] ເພິ່ນ ກົດເລກ ຕົວ ◌ສ◌ ຫລັງຈາກ ຕົວ ◌ວ◌ ເເລະ ກ່ອນ ຕົວ ◌ຫ◌ ອັນຫມາຍຄວາມວ່າ ບໍ່ຖືກຕ້ອງຕາມອັກຂຣະລໍາດັບຂອງລາວ ນີ້ຄືຜົນສະທ້ອນ ໃນເມື່ອເຮົາອາໄສເເຕ່ຄົນຕ່າງຊາດ ເເລະ ໃນເມື່ອເເຮົາ ຂາດຄົນລາວ ຜູ່ຊ່ຽວຊານ ເເລະ ກ່ອນອື່ນຫມົດ ຄື ຂາດຄົນລາວ ຜູ່ສົນໃຈ ນໍາໂຊກຊາຕາກັມຂອງບ້ານເກີດເມືອງນອນຂອງຕົນເອງ

     ທ່ານຕ້ອງຮູ້ວ່າການໃຊ້ Internet Explorer ຂອງ Microsoft ມັກມີບັນຫາຫລາຍກວ່າການໃຊ້ Firefox (Mozilla Firefox) ທີ່ໄດ້ມາລ້າໆ ເເລະ ໄວກວ່າ ຄັກກວ່າ IE ຫລາຍເທົ່າ (Firefox ຈະອ່ານຫນັງສືລາວໄດ້ດີ ເເລະ ຫນ້ອຍຫນັກຫນ້ອຍຫນາທີ່ Firefox ຈະມີບັນຫາ ສໍາລັບຫນັງສືລາວ ເເລະ ສໍາລັບໂປຣເເກຣມຕ່າງໆອີກດ້ວຍ ຖ້າທ່ານສົນໃຈ ໃຫ້ພຍາຍາມໄປອ່ານຢູ່ຫົວຂໍ້ ສື່ມະຕິກ ເລື້ອຍໆ ເເລະຢູ່ຫົວຂໍ້ ຫນັງສືລາວ ຄນະຂອງພວກເຮົາຈະຄ່ອຍເອົາເອກສານການອະທິບາຍຕ່າງໆເຂົ້າໃສ່ ຕາມເວລາເເລະຄວາມສາມາດ)


ທີ ລົງເມື່ອວັນທີ ອັກຂຣະລໍາດັບ ລິຂກອນ ປິດົກ
໐໐໐໑ ໒໐໐໗-໐໕-໑໐ ເເຜງເເມ່ພິມລາວເເບບໃຫມ່  (La refonte d'un clavier lao) . ພູເພັຊຣ໌ລິນທອງ ຫນັງສືລາວ
໐໐໐໒ ໒໐໐໖-໐໙-໒໙ ການສະກົດຫນັງສືລາວ  (Règles syntaxiques des consonnes dans une syllabe) . ພູເພັຊຣ໌ລິນທອງ ຫນັງສືລາວ
໐໐໐໓ ໒໐໐໗-໐໙-໑໖ ພາສາເປັນກໍາລັງອັນເເຮງກ້າເເລະອັນສໍາຄັນທີ່ສຸດ ຂອງຊົນຊາດນຶ່ງ Phouphetlinthong ຫນັງສືລາວ
໐໐໐໔ ໑໙໗໕-໐໒-໒໐ ໂຄງການການເມືອງ ໑໘ ຂໍ້ ( ເເບບຈຽງ ) ຣັຖບານປະສົມຊົ່ວຄາວ ສັນຍາ
໐໐໐໕ ໑໙໗໕-໐໒-໒໐ ໂຄງການການເມືອງ ໑໘ ຂໍ້ ( ເເບບຍີ່ ) ຣັຖບານປະສົມຊົ່ວຄາວ ສັນຍາ
໐໐໐໖ ໑໙໗໖-໐໓-໒໕ ວາຣະສານ ມິຕພາບທະຫານລາວ ໑ ມິຕພາບທະຫາມລາວ ວາຣະສານ
໐໐໐໗ ໑໙໗໖-໐໔-໑໒ ວາຣະສານ ມິຕພາບທະຫານລາວ ໒ ມິຕພາບທະຫາມລາວ ວາຣະສານ
໐໐໐໘ ໒໐໐໖-໐໕-໐໕ ວາຣະສານ ມິຕພາບທະຫານລາວ ໓ ມິຕພາບທະຫາມລາວ ວາຣະສານ
໐໐໐໙ ໒໐໐໔-໑໑-໐໖ ຫນັງສືກ່ຽວກັບການປະຊຸມ ຄ.ສ. ໒໐໐໔ ກຂ ສາຣະຄະດີ
໐໐໑໐ ໒໐໐໖-໐໘-໐໖ ອະດີດນັກສຶກສາກົດຫມາຍເເລະການປົກຄອງເເຫ່ງຊາດ IRDA ສາຣະຄະດີ
໐໐໑໑ ໒໐໐໗-໑໐-໐໐ ປະຕິວັດລາວ (Bilan désastreux de la révolution commu. lao) Axanay deune diao ສາຣະຄະດີ
໐໐໑໒ ໒໐໐໘-໐໓-໒໓ ກອງທັບເເຫ່ງຊາດ  (Armée Nationale Lao) Khamthay Sithandone ສາຣະຄະດີ
໐໐໑໓ ໒໐໐໘-໐໔-໓໐ ການອອກເເບບອັກສອນລາວ ຕອນ ໑  . ພູເພັຊຣ໌ລິນທອງ ຫນັງສືລາວ
໐໐໑໔ ໒໐໐໗-໑໑-໐໑ ເວັບໄຊທີ່ຈະເປັນປໂຍດເເກ່ທ່ານເເລະລູກຂອງທ່ານ (PDF) . ພູເພັຊຣ໌ລິນທອງ ສື່ມະຕິກ
໐໐໑໕ ໒໐໐໗-໑໑-໐໘ ໂປຣເເກຣມເສີມຣະບົບຄອມພິວເຕີ  PDF
. ພູເພັຊຣ໌ລິນທອງ ສື່ມະຕິກ
໐໐໑໖ ໒໐໐໘-໐໔-໒໙ ວີທີຕັ້ງເເມ່ພິມເຂົ້າໃສ່ຣະບົບວິນໂດວ  (ລາວ-ຝຣັ່ງ) - PDF . ພູເພັຊຣ໌ລິນທອງ ສື່ມະຕິກ
໐໐໑໗ ໒໐໐໘-໐໕-໐໒ ຕັ້ງເເມ່ພິມເຂົ້າໃສ່ວິນໂດວ  ( ລາວ-ອັງກິດ) - PDF ) . ພູເພັຊຣ໌ລິນທອງ ສື່ມະຕິກ
໐໐໑໘ ໒໐໐໘-໐໓-໐໐ ເເຜງເເມ່ພິມລາວ ອໍຣະມະນີ ໒໐໐໕ - Oramany 2005 Lao keyboard  ( V1 )   ( V2 ) . ພູເພັຊຣ໌ລິນທອງ ສື່ມະຕິກ
໐໐໑໙ ໒໐໐໗-໑໐-໐໐ ກາຕຸນລາວ   PDF( N1   N2   N3   N4 ) ຫມໍຜີ ການເເຕ້ມ
໐໐໒໐ ໑໙໐໓-໐໗-໐໐ ເມືອງສິງ ຄ.ສ. ໑໙໐໓-໑໙໐໔ (ກ່ຽວກັບຊົນເຜົ່າ) - PDF
Revue coloniale ສາຣະຄະດີ
໐໐໒໑ ໒໐໐໖-໑໐-໓໑ ສຶໂດກຶ ຫລື ສຸໂດກຸ . ພູເພັຊຣ໌ລິນທອງ ການຫລິ້ນ
໐໐໒໒ ໒໐໐໗-໐໒-໒໓ ທ່ານຫມໍຈົບຈາກວຽດນາມ ໑ ( ສໍາລັບພິມໃສ່ຂ້າງຫນ້າ ຂ້າງຫລັງ ຂອງເຈັ້ຽໃບດຽວກັນ ເເລ້ວພັບເຄິ່ງ ) - PDF . ພູເພັຊຣ໌ລິນທອງ ນິທານກ້ອມ
໐໐໒໓ ໒໐໐໗-໐໒-໒໓ ທ່ານຫມໍຈົບຈາກວຽດນາມ ໒ (ພິມໃສ່ເຈັ້ຽ A4) - PDF . ພູເພັຊຣ໌ລິນທອງ ນິທານກ້ອມ
໐໐໒໔ ໒໐໐໕-໑໑-໑໔ ຕລົກ ໂດຍ ທ່ານ ຜຸຍ ສີສົມຫວັງ  (PDF) ຜຸຍ ສີສົມຫວັງ ນິທານກ້ອມ
໐໐໒໕ ໒໐໐໕-໑໑-໑໘ ຕລົກ ໂດຍ ທ່ານ ປຣະສິທ (PDF) - (PDF Bis) ທ່ານ ປຣະສິທ ນິທານກ້ອມ
໐໐໒໖ ໒໐໐໘-໐໕-໐໘ ວິທີໃຊ້ໂປຣເເກຣມຂຽນຫນັງສືລາວຢູນິກົດ (PDF) . ພູເພັຊຣ໌ລິນທອງ ສື່ມະຕິກ
໐໐໒໗ ໒໐໐໘-໐໕-໐໘ ໂປຣເເກຣມ ອໍຣະມະນີ ໒໐໐໕  . ພູເພັຊຣ໌ລິນທອງ ສື່ມະຕິກ
໐໐໒໘ ໒໐໐໘-໐໕-໑໕ ຈໍາປາເມືອງລາວ (PDF) Koupranom ABHAY
ເພງ
໐໐໒໙ ໒໐໐໘-໐໗-໐໙ ໄກສອນ ຢ້ານຖືກຈັບໄປສັມນາ (PDF) ນໍ້າຕົກຕາດຫລີ່ຜີ ນິທານກ້ອມ
໐໐໓໐ ໒໐໐໘-໐໙-໒໓ ອັກສອນ ສໍາລັບໃຊ້ຂຽນ ກາຕູ່ນ ລາວ (PDF) - (PDF1) ຄໍາເເພວ ພູເພັຊຣ.
ອັກສອນ
໐໐໓໑ ໒໐໐໘-໐໙-໒໓ ອັກສອນສໍາລັບກາຕູ່ນລາວ | 2 | 3 | 7 | 8 | 9 | 91 | 10 | ຄໍາເເພວ ພູເພັຊຣ. ອັກສອນ
໐໐໓໒ ໒໐໐໘-໑໑-໑໗ ສັມນາ ສິນຫາ PDF ຄໍາເເພວ ພູເພັຊຣ. ສາຣະຄະດີ
໐໐໓໓ ໒໐໐໘-໑໑-໑໗ (PDF) ຮຽນເປົ່າເເຄນ ດ້ວຍຕົນເອງ - ໐໓/໐໗ & ໑໐/໐໘ ຄໍາເເພວ ພູເພັຊຣ. ການຫລິ້ນ
໐໐໓໔ ໒໐໐໙-໐໒-໒໖ (PDF) ການໃຊ ປໂຍກ ໃນພາສາລາວ ຄໍາເເພວ ພູເພັຊຣ. ໄວຍາກອນ
(໑)

(໒) (໓)


(໑) ເລຂລໍາດັບ ອ່ານວ່າ ເລຂະລໍາດັບ - (໒) ລິຂກອນ ຈາກຄໍາ ລິຂກຣ ລິຂະ[ລິຂ] ກັບ ກອນ(ກຣ) ຊຶ່ງ ລິຂະ ເເປວ່າ ຂຽນ ພິມ ກົດ ກຣ[ກະຣະ] ຕາມປົກຕີເປັນຄໍາກິຣິຍາ ເເປວ່າ ເຮັດ ໃນທີ່ນີ້ ຂ້າພະເຈົ້າຕີຄວາມຫມາຍມາເປັນ ຜູ່ເຮັດ ຜູ່ກະທໍາ (auteur, author) ຂ້າພະເຈົ້າເເຕ່ງຄໍາ ລິຂກອນ ຂຶ້ນມາເພື່ອໄວ້ໃຊ້ເເທນຄໍາວ່າ ຜູ່ຂຽນ (écrivain, writer) - (໓) ປິດົກ ດັ່ງ ພຣະໄຕປິດົກ ມາຈາກບາລີ ປິຕະກະ ເເປວ່າ ກະຕ່າ ກອງ ພວກ ຫມວດ ຫມູ່ ຂ້າພະເຈົ້າເອົາຄໍາ ປິດົກ(ລໍາດັບ) ຫລື ປິຕະກະ(ລໍາດັບ) ມາທຽບໃສ່ groupe, Catégorie /Category ເພາະວ່າ ການຈັດລໍາດັບ ຫລື ການວິເຄາະທາງດ້ານ ສື່ມະຕິກ(informatique, informatics) ນັກສື່ມະຕິກ ຫລື ສື່ມະຕິກອນ ຕ້ອງການຄໍາສັບອັນເເຈ່ມເເຈ້ງ ທາງດ້ານຄວາມຫມາຍ ຖ້າຄໍາສັບນັ້ນຍັງບໍ່ທັນມີເທື່ອ ເຂົາເຈົ້າ ຈໍາເປັນ ຈະຕ້ອງ ເເຕ່ງຂຶ້ນເອງ ຊາມຊາ ເພິ່ນ ເເຕ່ງ ຄໍາສັບ ໃຫມ່ ຢ່າງ ເປັນ ທາງການ ຂຶ້ນມາ [ສະນັ້ນ ການເເປສັບເຫລົ່ານີ້ ຈະຜິດ ຫລື ຖືກ ປະການໃດ ຂໍໃຫ້ທ່ານ ເກັບກໍາເອົາໄປຄິດເພື່ອປັບປຸງຊ່ວຍກັນ ເເລະ ນໍາຄິດໃຊ ້ຕາມ ເຫມາະສົມ ເເຕ່ບໍ່ໄດ້ຫມາຍຄວາມວ່າ ຈະໃຫ້ຜູ່ອື່ນຖືເອົາໄປເປັນຫລັກ ຢ່າງໃດໆ ຖ້າຫາກວ່າ ທ່ານມີຄວາມຄິດ ອັນເຫມາະສົມ ກະຣຸນາ ເເບ່ງປັນ ຄວາມຮູ້ຂອງທ່ານ ເເດ່ ຄນະ ຂອງ ພວກເຮົາດ້ວຍ]







ກັບເມືອຫນ້າທໍາອິດ
ກັບເມືອຫນ້າຕົ້ນ


© 2003-2008 Laocom Archives.
Dernière révision: Mercredi 25 février 2009.
Informations modifiables sans préavis.