ການຂຽນເເບບສາກົນ ທີ່ໃຊ້
ຫນັງສື ລາຕິນ ຂຽນນັ້ນ ອາຈານ ລໍາວຽງ ອິນທະຫມອນ ໄດ້ວາງເເບບ ຂອງ ເພິ່ນ ປະໄວ້
ຢູ່ໃນປຶ້ມ "ຂ້ອຍອ່ານ ຂ້ອຍຂຽນພາສາລາວ" (ISBN 2-84279-131-2) ເເຕ່ວ່າ
ເເບບສາກົນ ດັ່ງກ່າວນີ້ ກໍມີສອງວິທີ ຄື ສ່ຽງຝຣັ່ງໂກ (francophone) ເເລະ
ສ່ຽງອັງໂກ
(anglophone) ເເລະ ສຽງ ທີ່ ອາຈານ ລໍາວຽງ ໃຊ້ຂຽນ ໃນປຶ້ມຂອງເພິ່ນ ເເມ່ນ ສຽງ
ທີ່ໃກ້ຖັດກັບ ສ່ຽງຝຣັ່ງໂກ
ທ່ານ Tatsuo Hoshino
ເເລະທ່ານ Russell Marcus ໄດ້ວາງເເບບການຂຽນຫນັງສືລາວ ດ້ວຍ ຫນັງສື ລາຕິນ
ໄປເເບບໃຫມ່ອີກ ເເບບຂອງທ່ານທັງສອງນີ້ ກໍເປັນຫນ້າສົນໃຈເຫມືອນກັນ ສ່ວນມາກ
ເເມ່ນ ວິທີ ທີ່ທ່ານສະກົດ ສຽງສັ້ນ ດ້ວຍ ອັກສອນ "ː" ຊຶ່ງ ອັກສອນ ຕົວນີ້
ເພິ່ນໃຊ້ ສໍາລັບ ສະກົດ ພຍາງ ສຽງຍາວ ຫລື ເພື່ອ ບອກວ່າ ພຍາງ ດັ່ງກ່າວ ມີ
ສຽງຍາວ ຖ້າ ອີງຕາມ ອັກສອນ ສັງໂຍກ ສາກົນ (API / IPA)
ອັກສອນສັງໂຍກສາກົນ ສ່ຽງຝຣັ່ງໂກ ກັບ ສ່ຽງອັງໂກ ມີ ຄວາມເເຕກຕ່າງກັນ ພຽງ
ເລັກນ້ອຍ
ຫມາຍເຫດ
*_ຄໍາປຸຣະນະສັງຂຍາ
ເເມ່ນຄໍາສັງຂຍາ ທີ່ບອກລໍາດັບ (ສັງ-ຂະ-ຫຍາ)
*_ຄໍາປົກຕິສັງຂຍາ
ເເມ່ນຄໍາສັງຂຍາ ທີ່ບອກຈໍານວນເລກທັມມະດາ ຫລື ຈະຮຽກເປັນ ຄໍາສັງຂຍາ ລ້າໆ ກໍໄດ້
*_ຄໍາສັງຂຍາວິເສດ
ເເມ່ນຄໍາສັງຂຍາ ທີ່ບອກຈໍານວນເລກທັມມະດາ ເເລະ ບອກລັກສນະ(ຊນິດ) ຂອງ ຄໍານາມ
ຫລື ຄໍາສັພນາມ (ທີ່ຢູ່ຂ້າງຫນ້າ) ເຊັ່ນ ເຮືອນຫລັງນຶ່ງ ຄົນສອງຄົນ ເຮືອສາມລໍາ
ທ່ານສີ່ທ່ານ ພຣະຫ້າອົງຫລືຫ້າຕົວ ຣົດເຈັດຄັນ ຊຶ່ງ ຫລັງນຶ່ງ ສອງຄົນ ສາມລໍາ
ສີ່ທ່ານ ຫ້າອົງ ເຈັດຄັນ ເຫລົ່ານີ້ ເປັນ ຄໍາສັງຂຍາວິເສດ ສ່ວນຄໍາເຫລົ່ານີ້
ຄືດັ່ງ ຫລັງ ຄົນ ລໍາ ທ່ານ ອົງ ຄັນ ບອກລັກສນະ ຫລື ບອກຊນິດ ຂອງ ຄໍາ
ທີ່ຢູ່ຂ້າງຫນ້ານັ້ນເອງ
*** ສະນັ້ນ ການທີ່ເຮົານິຍົມເວົ້າກັນໃນປັດຈຸບັນນີ້
ດ້ວຍການເລີ້ມຕົ້ນກ່າວປໂຍກຂຶ້ນວ່າ (ຫລາຍໆທ່ານໄດ້ກ່າວມາເເລ້ວ...)
ຊຶ່ງ ສ່ວນມາກ ເເມ່ນ ການເເປ ອອກມາຈາກ ພາສາຝຣັ່ງອັງກິດນັ້ນ ຈະສອດຄ່ອງ ຫລື
ຈະຖືກຕ້ອງ ກັບ ພາສາລາວ ຫລືບໍ່ ກໍຂໍໃຫ້ທ່ານຄິດໃຊ້ ຕາມເຫມາະສົມ ເເລະ ຖ້າ
ຈະອີງຕາມ ຫລັກ ໄວຍາກອນເເລ້ວ ເຫັນວ່າ ຈະບໍ່ເຂົ້າ ເເນ່ວເເນ້ ກັບ ພາສາລາວ
ອັນນີ້ ຄື ຜົນສະທ້ອນ ໃນ ການຂາດ ຫລັກ ໄວຍາກອນ ນັ້ນເອງ
*******_ຄໍາສັງຂຍາວິເສດນີ້ບໍ່ຄວນມີຂຶ້ນໃນໄວຍາກອນລາວ
ເພາະວ່າ ເຮົາໃຊ້ ຄໍາປົກຕິສັງຂຍາ ກັບ ຄໍາປຸຣະນະສັງຂຍາ ກໍພຽງພໍ ກັບ
ຄວາມຕ້ອງການ ຊຶ່ງ ການໃຊ້ຄໍາສັງຂຍາວິເສດ ຈະເປັນ ບັນຫາ ໃນ ການຂຽນ ຫນັງສື
ຄໍາໃຜຄໍາມັນ ເເລະ ອີກປະການນຶ່ງ ຄໍາ(ສັບ) ທີ່ບອກ ຈໍານວນ ກໍມີເເລ້ວ ເເລະ
ຄໍາ(ສັບ) ທີ່ບອກ ລັກສນະ ຫລື ບອກຊນິດ ກໍມີຢູ່ເເລ້ວເຫມືນກັນ ຂ້າພະເຈົ້າ
ຈິ່ງຄິດວ່າ ບໍ່ຈໍາເປັນ
ຄໍາປົກຕິສັງຂຍາ ເເລະ
ສັງຂຍາວິເສດ ໃນພາສາລາວ ເພິ່ນໃຊ້ ພຍັນຊນະກຸ່ມໃດເເນ່ ? (ປົກ-ກະ-ຕິ)
- ຄໍາສັງຂຍາທີ່ຂຽນດ້ວຍ
ອັກສອນກາງ ມີຄື ເຈັດ ເເປດ
ເກົ້າ ກື ຕື້ ຕິ່ວ ຕົງ ຕັງ (ເອັດ)
-
ຄໍາສັງຂຍາທີ່ຂຽນດ້ວຍ ອັກສອນສູງ
ມີຄື ສູນ ສອງ ສາມ ສີ່ ສິບ ເເສນ ຫ້າ ຫົກ
- ຄໍາສັງຂຍາທີ່ຂຽນດ້ວຍ
ອັກສອນຕໍ່າ
ມີຄື ນຶ່ງ ຊາວ ລ້ານ
- ຄໍາສັງຂຍາທີ່ຂຽນດ້ວຍ
ອັກສອນປະສົມ
ມີຄື (ຫນຶ່ງ) ຫມື່ນ
ຄໍາປຸຣະນະສັງຂຍາ
ໃນພາສາລາວ ທີ່ບອກລໍາດັບ ເພິ່ນໃຊ້ ພຍັນຊນະກຸ່ມໃດເເນ່ ?
- ຈຽງ ບອກລໍາດັບທໍາອິດ
ຫລື
ລໍາດັບທີນຶ່ງ
- ຍີ່ ບອກລໍາດັບທີສອງ
- ສ່ວນຄໍາປຸຣະນະສັງຂຍາຕົວອື່ນໆ ຈະເປັນຄໍາດຽວກັນກັບ ຄໍາສັງຂຍາ ຂ້າງເທິງນີ້
- ຄໍາ (ອ້າຍ) ຈະບໍ່ຫມາຍເຖິງລໍາດັບ ທີ່ ໃຫຍ່ກວ່າ ສູງກວ່າ ຕລອດໄປ ເເຕ່
ຈະຫມາຍເຖິງ ການທີ່ ເພິ່ນ ຕັ້ງ ຫລື ສົມມຸດເອົາ ສິ່ງໃດສິ່ງນຶ່ງ ຂຶ້ນກ່ອນຫມູ່
ເທົ່ານັ້ນ
ພຍັນຊນະທີ່ໃຊ້ຂຽນຄໍາສັງຂຍາເຫລົ່ານີ້
ມີ ອັກສອນຕໍ່າພຽງສາມຕົວ ຄື ຕົວ ນ ຊ ລ ນອກຈາກນັ້ນ ອັກສອນ ທີ່ ເພິ່ນ ໃຊ້ຂຽນ
ຄໍາສັງຂຍາ ມາຈາກຈໍາພວກ ອັກສອນສູງ ເເລະ ອັກສອນກາງ ທັງນັ້ນ ດັ່ງນັ້ນ ການຂຽນ
ນຶ່ງ ຫລື ຫນຶ່ງ ເຮົາຄວນຈະໃຊ້ຕົວ ນ ຫລືຕົວ ຫນ ກໍຂໍໃຫ້ທ່ານຄິດເອົາເອງ
ເພາະວ່າ ກົດເກນ ການໃຊ້ ຄໍານີ້ ເພິ່ນ ບໍ່ໄດ້ກໍານົດໄວ້ ເເຕ່ຢ່າງໃດ ເເລະ ທາງ
ດ້ານໄວຍາກອນ ຄົນລາວ ຍັງບໍ່ທັນໄດ້ຖົກຖຽງກັນ ກ່ຽວກັບ ການໃຊ້ ພຍັນຊນະ ສາມ
ຈໍາພວກນີ້ ໂດຍສະເພາະເເລ້ວ ເເມ່ນ ການໃຊ້ ອັກສອນຕໍ່າ ໃນ ການຂຽນ ຄໍາສັບ ທີ່
ມີ ສຽງດຽວກັນ ກັບ ສຽງ ຂອງ ຄໍາສັບ ທີ່ ຂຽນດ້ວຍ ອັກສອນ ຈໍາພວກ ອື່ນ
ສໍາລັບ ຂ້າພະເຈົ້າເເລ້ວ
ຂ້າພະເຈົ້າໃຊ້ຕົວ ນ ຂຽນຄໍາສັງຂຍາ ນຶ່ງ ຍ້ອນວ່າ ຕົວ ນ ເປັນພຍັນຊນະປ່ຽວ ເເລະ
ຂ້າພະເຈົ້າ ຈະຂຽນໄດ້ໄວກວ່າ ການໃຊ້ ພຍັນຊນະປະສົມ ຫນ ເພາະວ່າ ຕົວຫລ້າຫລັງນີ້
ມີ ສອງຕົວ