|
(
ຣູປຕາ ໑ - ໂຄງຮ່າງ ຂອງ ພຍາງ ) ພຍາງ ຫມາຍເຖິງ ພຍັນຊນະ “ຕົວຕົ້ນ”
ທີ່ ປະກອບ ກັບ
ສຣະ ພ້ອມດ້ວຍ ຕົວສະກົດ ເເລະ ການຜັນສຽງ ຖ້າ ມີ
ຊຶ່ງ ທັງຫມົດນີ້ (ອັກສອນ ຊຸມນີ້ ) ຕ້ອງ ໃຫ້ ອ່ານອອກ ເປັນ ສຽງດຽວ ພ້ອມກັນ ຍົກເວັ້ນ ຕົວສະກົດ
ພິເສດ ທັງຫລາຍ ພ້ອມດ້ວຍ ບັນດາ ຕົວຫນ້າ ຂອງ ພຍັນຊນະຈູງ ທີ່ ບໍ່ ມີ ສຣະອະ ປະກອບ ເເຕ່
ເພິ່ນ ກໍ ນັບເປັນ ພຍາງນຶ່ງ ເຫມືອນກັນ
ການທວນ “ຄວາມຊົງຈໍາ”
ເເມ່ສະກົດ
ທັງເເປດ
ຣູປຕາ ໒
ຈະເວົ້າໄດ້ ອີກຢ່າງນຶ່ງ ວ່າ ຕົວສະກົດ ຫລື ຕົວກໍ້າ ( ຕົວກໍ້າທ້າຍ ) ເປັນ ພຍັນຊນະ ຕົວທ້າຍ ຫລື ຕົວສຸດທ້າຍ ຂອງ ພຍາງ ເເຕ່ລະພຍາງ ນັ້ນເອງ ( ຣູປຕາ ໑ ) ນອກຈາກ ກໍຣະນີ ທີ່ ພຍາງ ດັ່ງກ່າວ ສະກົດ ດ້ວຍ ຕົວສະກົດ ພິເສດ ( ນະ ພຍາງ ກາງຄໍາ ) ເເລະ ກໍຣະນີ ທີ່ ພຍາງນັ້ນ ເປັນ ວິສາມັນນາມ ( ເເຕ່ຫາກວ່າ ຕ້ອງ ໃຫ້ ພຍາງ ຂອງ ວິສາມັນນາມ ທີ່ ຂຽນ ເເບບໃຫມ່ນັ້ນ ອ່ານອອກ ເປັນ ຄໍາລາວ ໄດ້ ) ວິສາມັນນາມ ຫມາຍເອົາ ຄໍາ ທີ່ ເປັນ ຊື່ຄົນ ນາມສະກຸນ ຊື່ສິ່ງຂອງ ຊື່ຖິ່ນຖານ ຊື່ສັດ ດັ່ງນີ້ ເປັນຕົ້ນ “ຕົວກໍ້າ” ເປັນ ຄໍາລາວ ເເທ້ໆ ຊຶ່ງ ເພິ່ນ ຮຽກ ອີກຢ່າງນຶ່ງ ວ່າ ຄໍາມູນ ( ເປັນ ມູນ ມໍຣະດົກ ທີ່ ຕົກ ທອດ ມາ ຕັ້ງເເຕ່ ດັ້ງເດີມ ) ຊຶ່ງ ຕົວສະກົດ ມາຈາກ ຄໍາ ສົນທິ ບາລີ ສະກະຕະ ( ສະ+ກະຕະ ) ຊຶ່ງ “ສະ” ເເປວ່າ ພ້ອມກັນ ດ້ວຍ ກັບ ນໍາ ເເລະ “ກະຕະ” ເເປວ່າ ເຮັດເເລ້ວ ໄດ້ເຮັດ ເຮັດຮຽບຮ້ອຍເເລ້ວ ເຮັດເສັດເເລ້ວ ຖ້າ ເຮົາ ເເປ ຄໍາບາລີ ກັບຫລັງ “ສະກະຕະ” ຈະ ເເປວ່າ ໄດ້ເຮັດ ຮ່ວມກັນເເລ້ວ ເເຕ່ ເເມ່ນ ເຮັດ ຫຍັງ ກັນເເທ້_? ເຮັດ ໃຫ້ ພຍາງ ກັບ ສຽງ ຂອງມັນ ນັ້ນເເລ ປ່ຽນ
ຫມາຍຄວາມວ່າ ພຍາງ ທີ່
ຕອນຕົ້ນ ມີ
ພຽງເເຕ່ ພຍັນຊນະ ຕົ້ນ
ພຍາງ ປະກອບ ດ້ວຍ ສຣະ ເທົ່ານັ້ນ ເມື່ອ ເອົາ ຕົວສະກົດ ( ຕົວກໍ້າ )
ມາຕື່ມໃສ່ ກໍ້າທ້າຍ ຂອງ ມັນ ພຍາງ ດັ່ງກ່າວ ກໍ ປ່ຽນ ສຽງ ໄປ ເປັນ ສຽງໃຫມ່
ຍ້ອນວ່າ ພຍາງເດີມ ໄດ້ເປັນ
ພຍາງໃຫມ່ ໄປເເລ້ວ ເເລະ ການສະກົດຈິດ ກໍ
ເປັນ ເຊັ່ນດຽວກັນ ເພາະ ມັນ ຫມາຍເຖິງ ການ ທີ່ ເຮັດ ໃຫ້ ຈິດ ປ່ຽນ ຈາກ ສະພາບເດີມ ຂອງມັນ ນັ້ນເອງ
ຈະ ເວົ້າ ເເບບສັ້ນໆ ວ່າ ປ່ຽນ ພຍາງເດີມ ໄປ ເປັນ ພຍາງ ຕົວໃຫມ່ ( ພ້ອມທັງ ສຽງ ຂອງມັນ ) ຕົວຢ່າງ - ບາ ເປັນ
ເເມ່ກະກາ ເທົ່ານັ້ນ
- ບາ ສະກົດ ດ້ວຍ ຕົວງໍ ເປັນ ບາງ ທີ່ ພາໃຫ້ ສຽງ ປ່ຽນ ຈາກ ບາ - ເຮືອ ສະກົດ ດ້ວຍ ຕົວນໍ ເປັນ ເຮືອນ ທີ່ ພາໃຫ້ ສຽງ ປ່ຽນ ຈາກ ເຮືອ ເເມ່ທັງເເປດ
ບໍ່ ໄດ້ ຫມາຍເຖິງ ພຍາງ
ເເມ່ທັງເເປດ ບໍ່ ເປັນ ຖ້ອຍຄໍາ ສະນັ້ນ ເຮົາ ຈະ ອ່ານ ມັນ ໂດຍ ລໍາພັງ ກໍ ບໍ່
ໄດ້ ຍ້ອນວ່າ ເຮົາ ອ່ານ ສຣະ ໂດຍ ລໍາພັງ ບໍ່ ໄດ້ ດັ່ງນັ້ນ ເພິ່ນ ຈຶ່ງ ຄັດ
ເອົາ ພຍັນຊນະ ຕົວທໍາອິດ ມາ ປະກອບ ກັບ ໄມ້ສຽງ ຂອງ ເເຕ່ລະເເມ່ ເພື່ອ ໃຫ້
ອ່ານ ເປັນ ຖ້ອຍຄໍາ ໄດ້ ສ່ວນ ໄມ້ທໍາອິດ
ຂອງ
ເເຕ່ລະເເມ່ນ ທີ່ ປະກອບ ກັບ ຕົວກໍ ເພິ່ນ ເອົາ
ຜົນຮັບ ດັ່ງກ່າວ ມາຕັ້ງ ເປັນ ຊື່ ຂອງ ເເມ່
ເເຕ່ລະເເມ່ ຄືດັ່ງ ຕົວກໍ ( ກ ) ປະສົມ ກັບ
-
ໄມ້ ທໍາອິດ ຂອງ ເເມ່ ທໍາອິດ ຊຶ່ງ ເປັນ ໄມ້ອັກ
( ັກ ) ຊື່ວ່າ ເເມ່ກັກ
- ໄມ້ ທໍາອິດ ຂອງ ເເມ່ ທີສອງ ຊຶ່ງ ເປັນ ໄມ້ອັງ ( ັງ ) ຊື່ວ່າ ເເມ່ກັງ - ໄມ້ ທໍາອິດ ຂອງ ເເມ່ ທີສາມ ຊຶ່ງ ເປັນ ໄມ້ອາຍ ( ◌າຍ ) ຊື່ວ່າ ເເມ່ກາຍ - ໄມ້ ທໍາອິດ ຂອງ ເເມ່ ທີສີ່ ຊຶ່ງ ເປັນ ໄມ້ອັດ ( ັດ ) ຊື່ວ່າ ເເມ່ກັດ - ໄມ້ ທໍາອິດ ຂອງ ເເມ່ ທີຫ້າ ຊຶ່ງ ເປັນ ໄມ້ອັນ ( ັນ ) ຊື່ວ່າ ເເມ່ກັນ - ໄມ້ ທໍາອິດ ຂອງ ເເມ່ ທີຫົກ ຊຶ່ງ ເປັນ ໄມ້ອັບ ( ັບ ) ຊື່ວ່າ ເເມ່ກັບ - ໄມ້ ທໍາອິດ ຂອງ ເເມ່ ທີເຈັດ ຊຶ່ງ ເປັນ ໄມ້ອັມ ( ັມ ) ຊື່ວ່າ ເເມ່ກັມ - ໄມ້ ທໍາອິດ ຂອງ ເເມ່ ທີເເປດ ຊຶ່ງ ເປັນ ໄມ້ອາວ ( ◌າວ ) ຊື່ວ່າ ເເມ່ກາວ ເເມ່
ເຫມືອນດັ່ງ ເເມ່ເຮືອນ ເເມ່ຊື່ ເເມ່ຈ້າງ ເເມ່ທັບ
ເເມ່ມົດ ເປັນຕົ້ນ
ຫມາຍເຖິງ ການເຕົ້າໂຮມ ຂອງ ຄົນ ສັດ ຫລື ສິ່ງຂອງ ທັງຫລາຍ
ຢູ່ ບ່ອນ ດຽວກັນ ເເລະ ພາຍໃຕ້ ສິ່ງ ດຽວກັນ ດັ່ງນັ້ນ ເເມ່ກັກ
ກໍ ມີ ໄມ້ສຽງ ຫລື
ລູກໄມ້ ທັງຫລາຍ ທີ່ ມີ ລັກສນະ
ຢ່າງດຽວກັນ ເຕົ້າໂຮມ ຢູ່
ພາຍໃຕ້ ເເມ່ ດຽວກັນ
Des huit consonnes finales formant des syllabes fermées Par Khamphéo Phouphetlinthong
© 2008-2011
Laocom
Education.
All
rights
reserved. |