#
|
ເຄື່ອງຫມາຍ
ອັນນີ້ ບົງບອກ ປະຕິນາມ ຄືື ຄໍາ ທີ່ ມີ ຄວາມຫມາຍ ກົງກັນຂ້າມ ກັບ ຄໍາ ທີ່
ນໍາເອົາມາ ອະທິບາຍ |
=
|
ເຄື່ອງຫມາຍ
ອັນນີ້ ບົງບອກ ສະນາມ ຄືື ຄໍາ ທີ່ ມີ ຄວາມຫມາຍ ອັນດຽວກັນ ຫລື ຄໍາ ທີ່ ມີ
ຄວາມຫມາຍ ໃກ້ກັນ ທີ່ສຸດ |
-
|
ເຄື່ອງຫມາຍ
ອັນນີ້ ບົງບອກ ບ່ອນຢູ່ ຫລື ບ່ອນວາງ ຂອງ ຄໍາ ທີ່ ນໍາເອົາມາ ອະທິບາຍ |
(
)
|
ເຄື່ອງຫມາຍ
ອັນນີ້ ບົງບອກ ຄໍາອະທິບາຍ ເເບບສັ້ນໆ
|
|
|
|
|
|
ການໃຊ້ ຄໍາ ຂ້າງລຸ່ມນີ້
|
໑
|
ໃກ້
|
ໃກ້ຄຽງ
# ຫ່າງກັນ ໄກກັນ ( ໃກ້ # ໄກ )
|
໒
|
ໃຄ
|
ຫົວສີໃຄ
( ຫົວສິງໃຄ ຫົວຂີງໃຄ )
|
໓ |
ໃຄ |
ເຫັດໃຄ
( ທີ່ ເກີດ ຢູ່ ຈອມ ໂພນປວກ )
|
໔ |
ໃຄ່
|
ໃຄ່ໂພງ
(ໂພງ # ເເວບ ຍຸບ ) |
໕ |
ໃຄ່ |
ໃຄ່ຟົກ
( ຟົກ ບວມ ຫລື ເບົາບວມ ) |
໖ |
ໃຄ່ |
ໃຄ່ຫາ
ໃຄ່ຫາບ້ານ ( ປາຖນາ ປະສົງ "ຢາກ ທາງ ກາມຄຸນ ຫລາຍກວ່າ" ເເຕ່ວ່າ ຕາມ ປຶ້ມ ຂອງ
ທ່ານ ຄໍາຈັນ ປຣະດິດ ທີ່ ເປັນ ນັກຂຽນ ລາວ ຄາວກ່ອນ ຄໍານີ້ ຈະ ຕ້ອງ ຂຽນ ດ້ວຍ
ສຣະໄອ ໄມ້ມະໄລ ດັ່ງນີ້ "ໄຄ່" ເເລະ ໃນ
ສະບັບ ອື່ນໆ ພ້ອມດ້ວຍ ຂອງໄທຍ ຄໍານີ້ ຂຽນ ດ້ວຍ ສຣະໄອ ໄມ້ມ້ວນ ) |
໗ |
ໃຄ້
|
ມື້ໃຄ້
ປີໃຄ້ ( ປີໃຄ້ ກົງກັບ ປີກຸນ ຣາສີ ຫມູ )
|
໘ |
ໃຄ້ |
ໃຄ້ຄວນ
( ຄຶດເຖິງ ນຶກຄຶ ພິດຈາຣະນາ ) |
໙ |
ໃຄ້ |
ຄັ່ງໃຄ້
( ມົວເມົາ ຫລົງໄຫລ ) |
໑໐ |
ໃງ່
|
ຂີ້ໃງ່
( ນາມ ) ໃງ່ ຂີ້ຝຸ່ນ (
ກິຣິຍາ )
|
໑໑ |
ໃຈ
|
ກະດອງໃຈ
ເຂົ້າໃຈ ຂຶ້ນໃຈ ຄັກໃຈ ຈັບໃຈ ເຈັບໃຈ ສງົບໃຈ ຊື່ນໃຈ ດີໃຈໄດ້ໃຈ ຕົກໃຈ
ທຸກໃຈ ນ້ອຍໃຈ ຣະງັບໃຈ ລັ່ງເລໃຈ ຫົວໃຈ ຫົວໃຈວາຍ
ເຫງົາໃຈ ຫຍຸ້ງໃຈ ຫນັກໃຈ ຫມັ້ນໃຈ ອຸກໃຈ ອຶດອັດໃຈ ຮ້ອນໃຈ ຯລຯ
( ໃຈນ້ອຍ # ໃຈໃຫຍ່ ) ໃຈກັດ
ໃຈດີ ໃຈດໍາ ໃຈຜີ ໃຈມານ ໃຈລອຍ ໃຈຮ້າຍ ຯລຯ
|
໑໒ |
ໃຈ້
|
ມື້ໃຈ້
ປີໃຈ້ ( ປີໃຈ້ ກົງກັບ ປີຊວດ ຣາສີ ຫນູ )
|
໑໓ |
ໃສ
|
ຢູ່ໃສ
ໄປໃສ ມາເເຕ່ໃສ ຈາກໃສໄປຫາໃສ ບ້ານເຈົ້າຕິດຕໍ່ກັບໃສເເດ່
|
໑໔ |
ໃສ |
ເສາະໃສ
( ໃສ # ຂຸ່ນ ) |
໑໕ |
ໃສ່
|
ໃສ່ເກີບ
( ສຸບໃສ່ # ຖອດອອກ - ເອົາໃສ່ # ເອົາອອກ )
|
໑໖ |
ໃສ້
|
ມື້ໃສ້
ປີໃສ້ ( ປີໃສ້ ກົງກັບ ປີມະເສັງ ຣາສີ ງູ )
|
໑໗ |
[
ໃຊ ]
|
(
ເພິ່ນ ບໍ່ ໃຊ້ ໃນ ພາສາລາວ
ເເຕ່ ໄທຊຽງໃຫມ່ ເວົ້າ ເເນວນີ້ ເເລະ ເເປວ່າ ຍອດຢ້ຽມ )
|
໑໘ |
ໃຊ່
|
ບໍ່ໃຊ່ເເມ່ນ
ມິໃຊ່ເເມ່ນ ມິໃຊ່ ບໍ່ໃຊ່ ( ຢູ່ ຫ້ວຍຊາຍ ເເລະ ຢູ່
ສວັນນະເຂດ ມີ ຄົນ ໃຊ້ "ມິ" ຕາງ ຄໍາ ບໍ່ )
|
໑໙ |
ໃຊ້
|
ໃຊ້ສອຍ
ໃຊ້ຫນີ້ ໃຊ້ສິນ ໃຊ້ກັມ ໃຊ້ເວນ ການໃຊ້ |
໒໐ |
ໃຍ
|
ໃຍບົວ
ໃຍເເມງມຸມ ໃຍຝ້າຍ ໃຍໃຫມ ( ເສັ້ນ ນ້ອຍໆ ເເລບໆ ບາງໆ
ຮຽກວ່າ ໃຍ )
|
໒໑ |
ໃຍ
|
ໃສໃຍ
( ໃຍ ເເປວ່າ ຢອກອໍ້ເເອ້ # ຈິງໃຈ ຈິງໃຈຈິງຈັງ )
|
໒໒ |
ໃຍ
|
ຫ່ວງໃຍ |
໒໓ |
ໃດ
|
ຜູ້ໃດ
ອັນໃດ ບ່ອນໃດ ຍາມໃດ ເເບບໃດ ( ບອກ ຄໍາຖາມ )
ມາຈາກ ພາສາຝຣັ່ງ QQOQC
( Qui fait Quoi, Où, Quand et Comment )
ຜູ້ໃດ ເຮັດ ອັນໃດ ຢູ່ ບ່ອນໃດ ໃນ ຍາມໃດ ເເລະ ເເບບໃດ ເເທ້ ໃຫ້ ຄົນລາວເຮົາ ?
ຊຶ່ງ ຄໍາ ເທົ່າໃດ ບັນຈຸ ຢູ່ ໃນ ຄໍາ ເເບບໃດ
|
໒໔ |
ໃຕ
|
ໃຕໄກ່
ໃຕເປັດ ( ຕັບໃຕໄສ້ພຸງ )
|
໒໕ |
ໃຕ້
|
ໃຕ້ຕຽງ
ໃຕ້ຟ້າ ໃຕ້ລ່າງ ໄທໃຕ້ ທິດໃຕ້ ຫົນໃຕ້ ( ໃຕ້ # ເຫນືອ )
|
໒໖ |
ໃນ
|
ໃນເມືອງ
ບ້ານນອກ ( ໃນ # ນອກ )
|
໒໗ |
ໃບ
|
ໃບຄໍາ
ໃບເງິນ ໃບຕອງ
ໃບໄມ້ ໃບຫນ້າ ເງິນໃບນຶ່ງ ເຈັ້ຽໃບນຶ່ງ ຈານສອງໃບ ຖ້ວຍໃບນຶ່ງ
|
໒໘ |
ໃບ້
|
ໃບ້(ກິນຫົວຄົນ)
ຄົນໃບ້ ( # ຄົນ ທັມມະດາ ຄົນບໍ່ໃບ້ ຄົນດີ )
|
໒໙ |
ໃຜ
|
ໃຜເປັນເຈົ້າ
ໃຜເປັນເຈົ້າຂອງ ປະເທດຂອງໃຜ |
໓໐ |
ໃຝ່
|
ໃຝ່ໃຈ
ໃຝ່ຝັນ ໃຝ່ຫາ ( ເຝີຝັນ ເເບບ ລະເມີເຜີຝັນ ) ຟັກໃຝ່ |
໓໑ |
ໃພ້
|
ນ້ອງໃພ້
ເອື້ອຍໃພ້ ຫລານໃພ້ ນ້າໃພ້_(_ນ້າສາວໃພ້_) ອາໃພ້ ລູກໃພ້ ລູກສະໃພ້ (_ເເມ່ຍິງ ທີ່ ເປັນ ເມັຽ ຂອງ
ລູກຊາຍ_)
|
໓໒ |
ໃຢ
|
ໃຢໆ
( ຢຸດໆ! ໂຢະໆ! ຢ່າຟ້າວ! ຮວາຍ! )
|
໓໓ |
ໃຫ້
|
ໃຫ້ທ້າຍ
ໃຫ້ທານ ເອົາໃຫ້ ( ນອກຈາກ ຮ້ອງໄຫ້ ຫລື ໄຫ້ກ້າກໆ ຊຶ່ງ ມີ ນໍ້າຕາ ໄຫລອອກ )
- ຄໍາ ໃຫ້ ທຸກຄໍາ ຈະ ຂຽນ ດ້ວຍ ສຣະໄອ ໄມ້ມ້ວນ
ທັງນັ້ນ ນອກຈາກ ຄໍາ ໄຫ້ກ້າກໆ ຫລື ຮ້ອງໄຫ້ ຢ່າງດຽວ
|
໓໔ |
ໃຮ່
|
ໃຮ່ນາ
ນາໃຮ່ນຶ່ງ ນາສອງໃຮ່ ( ໃຮ່ ໃຊ້ ສະເພາະ ຄວາມກວ້າງ ຂອງ ນາ ຢ່າງດຽວ ດັ່ງ
ນາພັ່ນນຶ່ງ ຫລື ນາຕອນນຶ່ງ ນາທົ່ງນຶ່ງ ) ເເຕ່ວ່າ ເພິ່ນ ຂຽນ ໄຮ່ສວນ ເຊັ່ນ ເຮັດສວນ ເຮັດໄຮ່ ດ້ວຍ ສຣະໄອ
ໄມ້ມະໄລ
|
໓໕ |
ໃຫຍ່
|
ຜູ້ໃຫຍ່
# ຜູ້ນ້ອຍ ( ໃຫຍ່ # ນ້ອຍ ) ໃຫຍ່ໂຕ
|
໓໖ |
ໃຫມ
|
ປັບໃຫມ
|
໓໗ |
ໃຫມ່
|
ຂອງໃຫມ່
ເສື້ອໃຫມ່ ຫນ້າໃຫມ່ (ໃຫມ່ # ເກົ່າ ) ເກົ່າເຂົາ ໃຫມ່ເຮົາ
|
໓໘ |
ໃຫລ
|
ໃຫລຍາມນອນ
ນອນໃຫລ ( ເຫລີ ) ຫລັບໃຫລ ໃຫລຕາຍ ຫລົງໃຫລ ( ຄໍາ ໃຫລ ມີ ເຄົ້າ ມາຈາກ ຄໍາ ເຫລີ ດັ່ງ ນອນໃຫລ ຫລື ນອນເຫລີ
ເປັນຕົ້ນ ເເຕ່ວ່າ ຄໍາ ໄຫລເຮືອ ນໍ້າໄຫລ ເປັນຕົ້ນ ຈະ
ຂຽນ ດ້ວຍ ສຣະໄອ ໄມ້ມະໄລ ( ໄມ້ມາຍ ) ຫມາຍຄວາມວ່າ ສິ່ງ ໃດ ທີ່ ໄຫລ ເເບບ ນໍ້າ ນັ້ນ ໃຫ້ ຂຽນ ດ້ວຍ ສຣະໄອ ໄມ້ມະໄລ )
|
໓໙ |
[
ໃວ ]
|
ເພິ່ນ ບໍ່ ໃຊ້ ໃນ ພາສາລາວ ເເຕ່
ໄທຊຽງໃຫມ່ ເເລະ ໄທເມືອງສິງ ລາງບ່ອນ ເວົ້າ "ໄວໆ" ວ່າ "ເວີຍໆ" ຊຶ່ງ ການຂຽນ
ປະໄວ້ ໃນ ທີ່ນີ້ ກໍ ເພື່ອ ຢາກ
ໃຫ້ ທ່ານ ຊາບ ນໍາກັນ ເພື່ອ ການເເບ່ງປັນ ເເຕ່ ເພິ່ນ ບໍ່ ໃຊ້ ໃນ ພາສາ ລາວ
|
|
|
|
|
໓໙
- ໒ = ໓໗ ຊຶ່ງ ຫມາຍຄວາມວ່າ
ຄໍາ ທີ່ ປະກອບ ດ້ວຍ ສຣະໄອ
ໄມ້ມ້ວນ ໃນ
ພາສາລາວ ມີ
ສາມສິບເເປດ ຄໍາ ເທົ່ານີ້ ນອກຈາກນັ້ນ ຄໍາໃດ ທີ່ ຂຽນ ດ້ວຍ ພຍັນຊນະ
ຕົວຕົ້ນ ຕົວດຽວກັນ ພ້ອມທັງ ມີ ສຽງ ດຽວກັນ ຈະ ປະກອບ ດ້ວຍ ສຣະໄອ ໄມ້ມະໄລ |
|
|
ຄວາມເປັນມາ ຂອງ ສຣະໄອ
ໄມ້ມ້ວຍ (
ໃ◌ )
ອີງຕາມ
ພຈນານຸກຣມລ້ານນາ ສະບັບເເມ່ຟ້າຫລວງ ວ່າ ດັ່ງນີ້ « ທັ້ງນີ້ ໄດ້ພົບ ໃນ ຄໍາພີ ຣຸ່ນເກົ່າ ເມື່ອ ປຣະມານ
ພ.ສ.໒໑໐໐ ນັ້ນ ປຣາກົດ ການໃຊ້ ໃ- ປຣະມານ ໗ ຄໍາ ... »
ອັນ ຫມາຍຄວາມວ່າ ການໃຊ້ ສຣະໄອ ໄມ້ມ້ວນ ມີ ມາ ໄດ້ ຫລາຍ ສັຕວັດ ເເລ້ວ (
ພຸທສັກຣາດ ປ່ຽນ ຣະຫວ່າງ ມື້ ເພັງ ຂອງ ເດືອນ ເມສາ-ພືສພາ / Avril-Mai )
ສຽງໄອ ໃນ ພາສາ ລາວ ເເລະ ພາສາ ໄທລາວ ທັງຫລາຍ ມີ ສາມ ສຽງ ຄື ສຣະໄອ ໄມ້ມາຍ
ຫລື ສຣະໄອ ໄມ້ມະໄລ ນຶ່ງ ( ໄ◌ ) ສຣະໄອ ໄມ້ມ້ວນ ນຶ່ງ ( ໃ◌ ) ເເລະ ໄມ້ໄອ ຫລື
ສຽງໄອ ທີ່ ມີ ເຄົ້າ ມາ ຈາກ ພາສາ ບາລີ ນຶ່ງ ( ັຍ ) [ ມາຍ#ມ້ວນ ດັ່ງ ມາຍອອກ
ມ້ວນເຂົ້າ] ຊຶ່ງ ຊື່ ອັນ ເເທ້ຈິງ ຂອງ ໄ◌ ເເມ່ນ ໄມ້ມະໄລ ເເລະ ຄໍານີ້ ບໍ່
ເເມ່ນ ຄໍາ ທີ່ ມາ ຈາກ ພາສາ ໄທຍ ເເຕ່ຢ່າງໃດ ອີກປະການນຶ່ງ ຍັງ ມີ ສຽງໄອ ອີກ
ສຽງນຶ່ງ ທີ່ ນັກບາລີ ມັກ ຂຽນ ເເລະ ທີ່ ອ່ານອອກ ເຄິ່ງສຽງເອີຍ ເເລະ
ເຄິ່ງສຽງໄອ ເເຕ່ ສ່ວນຫລາຍ ເພິ່ນ ຈະ ອ່ານ ເປັນ ສຽງໄອ ທັງນັ້ນ ຄື ເ◌ຍຍະ[ໄອຍະ[eyya] ຫລື ໄອ] ໃນ ມາກເຊຍເຢິ
( Marseilles )
ສຣະໄອ ໄມ້ມ້ວນ ສງວນ ໄວ້ ຂຽນ ຄໍາໃດ ທີ່ ໄທເຫນືອ ( ຄົນລາວ ທາງ ເຫນືອ ) ເວົ້າ
ອອກ ເປັນ ສຽງສຣະເອີ ( ເີ ) ອັນ ມີ ສຽງຍາວ ຊຶ່ງ ໄທໃຕ້ ອ່ານ ຄໍານັ້ນ ເປັນ
ສຽງ ສຣະໄອ ອັນ ມີ ສຽງສັ້ນ ດ້ວຍເຫດນີ້ ການຈັດ
ລໍາດັບ ເພິ່ນ ຈຶ່ງ ຈັດ ສຣະໄອ ໄມ້ມະໄລ ( ໄ◌ ) ຂຶ້ນ ກ່ອນ ສຣະໄອ ໄມ້ມ້ວນ ( ໃ◌
) ທັງນີ້ ກໍ ເພາະວ່າ ການຈັດ ລໍາດັບ ໃນ ພາສາ ລາວ ໃນ ພາສາ ບາລີ ເເລະ ໃນ ພາສາ
ສັນສະກຣິດ ເພິ່ນ ຈັດ ສຣະ ທີ່ ມີ ສຽງສັ້ນ ຂຶ້ນ ກ່ອນ ສຣະ ທີ່ ມີ ສຽງຍາວ ສເມີ
ດັ່ງ ◌ະ ◌າ ິ ີ ເປັນຕົ້ນ ເເລະ ໄ◌ ໃ◌ ເົາ ໍາ ເປັນປາຍ ຊຶ່ງ ຈຸດນີ້ ຄື ຈຸດ
ສໍາຄັນ ທີ່ ເຮົາ ຄວນ ຈໍາ ໄວ້ ໃຫ້ ດີ
|