ຫມາຍເຫດ
ການລຽນລໍາດັບ
ໄມ້
ຕ່າງໆ ຂ້າງເທິງນີ້ ຄນະ ບັນດິດ ເເຫ່ງ ກົມ ວັນນະຄະດີ
ໄດ້ສ້ອມເອົາ ເເຕ່ ພວກ ທີ່ ມີ ສຽງ ຄ້າຍຄືກັນ ມາລຽນ ໃສ່ ຂ້າງກັນ ເພື່ອ
ຄວາມສະດວກ ໃນ ການອ່ານ
ອັກຂຣະລໍາດັບ
ການລຽນ ສຣະ
ໃຫ້ຖຶກຕ້ອງ ຕາມ ອັກຂຣະລໍາດັບ ຈໍາພວກ ສຣະ
ສີ່ຕົວສຸດທ້າຍ ນອກຈາກ ສຣະ ພິເສດ ຄວນລຽນ ດັ່ງນີ້ ຄື
- ລໍາດັບ ໒໑ ຕ້ອງເເມ່ນ ສຣະ ອົວະ (ົວະ)
- ລໍາດັບ ໒໒ ຕ້ອງເເມ່ນ ສຣະ ອົວ (ົວ)
- ລໍາດັບ ໒໓ ຕ້ອງເເມ່ນ ສຣະ ເອຶອ (ເຶອ)
- ລໍາດັບ ໒໔ ຕ້ອງເເມ່ນ ສຣະ ເອືອ (ເືອ)
ອັກຂຣະລໍາດັບ
ດັ່ງກ່າວນີ້ ໄດ້ອີງເອົາ ຕາມ
ການລຽນລໍາດັບ ພຍັນຊນະ ຕ່າງໆ ຄືດັ່ງ ລໍາດັບ ຂອງ ຕົວ ຣ ລ ວ ຫ ອ ຮ ເເຕ່ຫາກວ່າ
ຖ້າຖືຕາມ ອັກຂຣະລໍາດັບ ທຸກຢ່າງ ຕົວ ຍໍເຟື້ອງ (◌ຽ)
ຕ້ອງຢູ່ ທ້າຍ ສຣະປ່ຽວ ທຸກຕົວ ສະນັ້ນ ເຮົາ ສາມາດ ຄິດໄດ້ວ່າ ລໍາດັບ ຂອງ
ສຣະເອັຽະ ກັບ ສຣະເອັຽ ຄວນຢູ່ ທ້າຍສຸດເລີຍ
ຖ້າຖືຕາມ
ສຣະລໍາດັບ ພານໃນ ຈໍານວນ ໒໘
ຕົວນັ້ນ ສຣະເອັຽະ ກັບ ສຣະເອັຽ ຢູ່ຖືກບ່ອນ ຄື ຫລັງຈາກ ສຣະເອິ ກັບ ສຣະເອີ
(ອີງຕາມ ຫລັກ ໄວຍາກອນ ລາວ)
ສ່ວນມາກເເລ້ວ
ເຮົາ
ຈະເຫັນ ເພິ່ນ ຂຽນ ຕາມ ກົ້ນກັນ ໄປ ເເບບນີ້ ຄື ເຶອ
ເືອ ົວະ
ົວ (ໂດຍຂາດ Cohérence ຄື ຂາດ ຄວາມສອດຄ່ອງ
ນັ້ນເອງ)
ດ້ວຍເຫດນີ້
ຂ້າພະເຈົ້າ ຈິ່ງຕັດສິນໃຈ
ລຽນ ຕາມ ອັກຂຣະລໍາດັບ
ສິ່ງສໍາຄັນທີ່ຄວນຮູ້
ການອ່ານ ໄມ້
ຕ່າງໆ ຂ້າງເທິງນີ້ ຕ້ອງ ຖືເອົາ ສຽງສັ້ນ ເເລະ ສຽງຍາວ ເປັນ ຫລັກ ໃນ
ການຟ້ອງຄໍາ
ຕົວ
ຍໍເຟື້ອງ ຕົວນີ້
"◌ຽ" ຕັ້ງຢູ່
ເເຖວຈົມ ຖ້າວ່າ
ທ່ານ ຢາກໃຊ້ເປັນ ສຣະອອຍ "ຕົວນີ້" ຕອງ ຕັ້ງຢູ່ ເເຖວລອຍ ຫລື ຕັ້ງຢູ່ ເທິງ
ເເຖວ ເເລະ ກ່ອນຫນ້ານັ້ນ ເພິ່ນ ລອກ ອອກຈາກ ອັກສອນ ທັມ ຊຶ່ງຕົວນີ້ ຈະມີຮູບ
ເເບບດຽວກັນ ກັບ ຕົວຍໍເຟື້ອງ ເເຕ່ຫາງ ຂອງ ມັນ ຕ້ອງ ຍາວຂຶ້ນ ໄປກວມເອົາ
ຕົວຫນັງສື
ທີ່ ປະກອບ ເຂົ້າກັບ ຕົວນີ້
|