On ne connaît pas la
dimension officielle d'aucun de ces deux drapeaux du Laos ci-dessus,
celui avec un éléphant blanc et tricéphale (xang pheuak) et celui de la
lune ou du disque blanc,. Aucune proportionalité n'est précisée, ni celle de l'éléphant tricéphale, ni celle de la
lune ("thoung" ka deuane) et ni celle de ses trois bandes horizontales.
En ce qui concerne le
drapeau du royaume du Laos, je ne sais pas s'il fallait compter le
sommet en tant que le septième étage ou tout simplement il ne faudrait
pas dessiner ce sommet au dessus du parasol blanc à sept étages.
Le piedestral ne doit avoir que 5 marches. Là non plus, on ne connaît pas la largeur de chaque marche.
Sur la normalisation de
ces drapeaux, personne ne peut me le dire jusqu'à ce jour avec
précision. On sait que la taille de la lune doit être égale à 0.8 fois
la hauteur de la bande bleue, c'est-à-dire à 80%. On ne connaît pas non
plus la hauteur des deux bandes rouges.
ເຮົາບໍ່ເຄີຍຮູ້ຈັກ
ລວງກວ້າງ ເເລະ ລວງຍາວ ກ່ຽວກັບ ທຸງ ຂອງ ພຣະຣາຊອານາຈັກ ລາວ ເເລະ ທຸງ ຂອງ
ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນ ລາວ ພ້ອມດ້ວຍ ພາກສ່ວນ ຂອງ ສິ່ງທີ່ປະກອບ
ໃນທຸງນັ້ນ ເຊັ່ນ ຊ້າງເຜືອກສາມຫົວ ເດືອນ ເສັ້ນສີເເດງເເລະສີຟ້າ ເເລະ ອື່ນໆອີກ
ສິ່ງທີ່ເຮົາສາມາດຮູ້ໄດ້
ກ່ຽວກັບ ທຸງກາເດືອນ ຄື ວົງເດືອນ ຕ້ອງມີຄວາມສູງ 0,8 ເທື່ອ ຂອງເສັ້ນສີຟ້າ
ຫມາຍຄວາມວ່າ 80% ຂອງ ເສັ້ນ ສີຟ້າ ຫລືວ່າ ເສັ້ນສີຟ້າ ຕ້ອງໃຫຍ່ກວ່າ ວົງເດືອນ
20% ນັ້ນເອງ ເເຕ່ຫາກວ່າ ເພິ່ນບໍ່ໄດ້ກໍານົດ ລວງສູງ ຂອງ
ເສັ້ນສີເເດງໄວ້ເເຕ່ຢ່າງໃດ
ຊຶ່ງ ການກໍານົດ ອັນນີ້ ຄົງເເມ່ນ ຣັຖບານ ລາວອິສຣະ ໃນ ສໄມ ເຈົ້າ ເພັຊຣາຊ
ເປັນ ຜູ້ກໍານົດ ປະໄວ້ (???) ຖ້າເພິ່ນກໍານົດ ພຽງເເຕ່ ລວງສູງຂອງເດືອນ
ໃຫ້ເທົ່າກັບ 0,8 ເທື່ອ ຂອງເສັ້ນສີຟ້າ ພ້ອມດ້ວຍ ລວງກວ້າງ ລວງຍາວ ຂອງ ທຸງ
ກໍພຽງພໍກັບຄວາມຕ້ອງການໄດ້
- ເເປດສິບສ່ວນຣ້ອຍ ===> = 80/100 = 0,8
- ຜິວ່າ ລວງສູງ ຂອງ ເສັ້ນສີຟ້າ = 60 ຫຸນ ===> 60x0,8 = 48 ຫຸນ ຫມາຍຄວາມວ່າ ລວງສູງຂອງວົງເດືອນຕ້ອງມີ 48 ຫຸນ
- ຜິວ່າ ລວງສູງ ຂອງວົງເດືອນ = 48 ຫຸນ
===> 48/0,8 = 60 ຫຸນ ຫມາຍຄວາມວ່າ ລວງສູງຂອງ ເສັ້ນສີຟ້າເທົ່າກັບ 60 ຫຸນ
ອີກປະການນຶ່ງ ເຮົາຄວນຮູ້ວ່າ ຊ້າງເຜືອກ ເເລະ ວົງເດືອນ ຕ້ອງ ຢູ່ໃຈກາງ ຂອງທຸງສເມີ