Lao Learning - Apprendre la langue lao
Lao Memory - Memoires des lao Archives Ecritures lao
Children & Enfants
Mokhene lao, khaen learning, apprendre le khene Prajña, le savoir, la philosophie
Des molam lao - Chanteurs traditionels laotien Des musiques et anciennes chansons du Laos
Galleries des arts et des photos sur le Laos et les lao Des anciens films du royaume du Laos
Livre d'or sur apprendre la langue lao - guestbook on Lao learning Phoum Panna Lao, Culture générale
Learn Lao language - Apprendre la langue lao
Prononciation des alphabets lao - Lao alphabets pronunciation
Comment écrire des lettres laotiennes - How to write the Lao letters
La grammaire lao - The Lao grammar
La numération Lao - The Lao numeration
Les calendriers lao, The lao calendars
Sara Ai Mai mouane, Sara Ai mai muan
Mae thang 8, Les consonnes finales laotiennes, the Lao final consonnants
Les cours de laotien - Lao courses
Cours de lao niveau débutant - The Lao beginner courses
Les cours de lao niveau intermédiaire, The Lao intermediate language
Les cours avancés de la langue lao - The Lao advanced language
Les cours de lao par modules - The Lao language learning by modules
How to learn the Lao language
Informatique lao
Ecole primaire lao en ligne - The Lao primary school online - ໂຮງຮຽນລາວ
Projet collectif - The collaboration network
Lao contact
How to learn the Lao language


© 2008-2010 Laocom.
 Tous droits réservés.




How to play the lao khaen or khene, the Lao mouth organ
ເເຄນເເປດ ຫນ.໑ ຫນ.໒ ຫນ.໓ ຫນ.໔ ຫນ.໕ ຫນ.໖ ຫນ.໗ ຫນ.໘ ຫນ.໙ ຫນ.໑໐ ຫມໍເເຄນ
Musical notes of the khaen or the Lao khene


ໃຫ້ ທ່ານ ຊ້ອມ ຫລິ້ນ ສຽງ ເຫລົ່ານີ້ ຄວບ ເປັນ ຄູ່ກັນ ສເມີ  ກັບໄປກັບມາ ໂດຍ ໃຊ້ ນິ້ວມື ທີ່ ໄດ້ກໍານົດ ໄວ້ເເລ້ວ ໃນ ຣູປນາມສອງ

  • ສຽງນ້ອຍ      ຫມາຍເຖິງ ສຽງສູງ ອີງ ຕາມ ພາສາ ຫມໍເເຄນ

  • ສຽງໃຫຍ່      ຫມາຍເຖິງ ສຽງຕໍ່າ (ສຽງທຸ້ມ)

  • [8]           ຫມາຍຄວາມວ່າ ທ່ານ ຈະ ອັດ ຮູນັບ ທີເເປດ ຫລືບໍ່ ກໍ ໄດ້ (ຕາມໃຈ ທ່ານ / facultatif)

  • [9]/[16]   ຫມາຍຄວາມວ່າ ທ່ານ ຈະ ອັດ ຮູນັບ ທີ 9 ຫລື ຈະ ອັດ ຮູນັບ ເລກ.16 ກໍ ສຸດເເລ້ວ ເເຕ່ ທ່ານ

  • ລູກເເຄນ_1 ຫາ ລູກເເຄນ_8 ເເມ່ນ ມືຊ້າຍ ເປັນ ຜູ້ກໍາກັບ

  • ລູກເເຄນ_9 ຫາລູກເເຄນ_16 ເເມ່ນ ມືຂວາ ເປັນ ຜູ້ກໍາກັບ ເເລະ ນິ້ວມື ເເຕ່ລະນິ້ວ ກໍາກັບ ຮູນັບ ສອງຮູ ດ້ວຍກັນ (ຣູປນາມ 2) ນອກຈາກ ນິ້ວໂປ້ ກັບ ນິ້ວກ້ອຍ ກໍາກັບ ພຽງເເຕ່ ຮູນັບ ຮູດຽວ

  • ການກົດ ຕົວນຶ່ງ ຢູ່ ລຸ່ມ ເເລະ ຕົວນຶ່ງ ອີກ ຢູ່ ເທິງ ເພື່ອ ໃຫ້ ຕຣົງກັນ ຫມາຍ ບອກ ໃຫ້ ທ່ານ ຫລິ້ນ ຮູ ເຫລົ່ານັ້ນ ພ້ອມກັນ

ຣູປຕາຫົກ ຂ້າງເທິງນີ້ ສະເເດງ ເຖິງ ວິທີ ເປົ່າ ເເຄນ ໃຫ້ ຄວບ ເປັນ ສຽງຄູ່ກັນ ໄປ ຍ້ອນວ່າ ການເປົ່າເເຄນ ເພິ່ນ ເປົ່າ ສຽງນ້ອຍ ຄວບກັບ ສຽງໃຫຍ່ ສເມີ ເເລະ ຈະ ຊ່ວຍ ໃຫ້ ທ່ານ ຂຽນ ລາຍເເຄນ ເເລະ ສຽງເພງ ໄດ້ ຕາມ ຄວາມສາມາດ ຂອງ ທ່ານ ຍ້ອນວ່າ ທ່ານ ສາມາດ ຂຽນ ເປັນ ຕົວເລກ ໃຫ້ ເສັດ ເສັຽກ່ອນເເລ້ວ ຈິ່ງ ປ່ຽນ ມາ ເປັນ ຕົວງອກ ພາຍຫລັງ ກໍ ມີ ຄວາມສະດວກດີ ເຫມືອນກັນ ເເຕ່ ຢ່າ ລືມ ວ່າ ພວກ ຫມຸ່ມນ້ອຍ ຄວນ ເລີ້ມຕົ້ນ ຂຽນ ເປັນ ຕົວງອກ ໂດຍຕຣົງ ທ່ານ ຈິ່ງ ສາມາດ ຮຽນ ຣະບົບ ຫມາກຖົ່ວງອກ ຄື ຊອນເເຟເຊິ[solfège] ສາກົນ ໄປ ໃນ ຕົວ ໄດ້

ສົມມຸດ ວ່າ ທ່ານ ເປົ່າ ສຽງເພງ ສຽງດຽວ ເຊັ່ນ ໂດ ໂດ ຊອນ ມີ ທ່ານ ກໍ ຈົດ ພຽງເເຕ່ ເລກ 1 1 6 4 ຫມາຍຄວາມວ່າ ທ່ານ ເປົ່າ ລູກເເຄນ ລູກຈຽງ ຫລັງຈາກນັ້ນ ຈິ່ງ ເປົ່າ ລູກຈຽງ ຫລັງຈາກນັ້ນ ຈິ່ງ ເປົ່າ ລູກຫົກ ເເລະ ຫລັງຈາກນັ້ນ ກໍ ເປົ່າ ລູກສີ່ ເທົ່ານັ້ນເອງ ເເຕ່ວ່າ ເມື່ອ ເວລາ ທ່ານ ເປົ່າ ສຽງ ຄວບກັນ ທ່ານ ຈໍາເປັນ ຕ້ອງ ຈົດ ສຽງ ທຸກສຽງ ທີ່ ທ່ານ ເປົ່າ ຄວບກັນນັ້ນ ຊ້ອນກັນ ສເມີ ເພື່ອ ບົ່ງບອກ ໃຫ້ ຜູ້ອ່ານ ຮູ້ ວ່າ ທ່ານ ຄວນ ເປົ່າ ງອກ ຈໍາພວກໃດ ຄວບກັນ ເເລະ ງອກ ຈໍາພວກໃດ ອີກ ທ່ານ ຄວນ ເປົ່າ ຕາມຫລັງ ກັນໄປ

ສລຸບເເລ້ວ ຈໍາພວກ ງອກ ຫລື ສຽງ ທີ່ ຄວນ ເປົ່າ ຄວບກັນ ຕ້ອງ ຈົດ ຊ້ອນກັນ ເເລະ ຈໍາພວກ ງອກ ທີ່ ຄວນ ເປົ່າ ຕາມ ຫລັງກັນ ໄປ ຄວນ ຈົດ ເປັນ ເເຖວ ໄປ ເລີຍ

ວິທີ ຈົດ ສຽງ ຫລື ຈົດ ງອກ ຈະ ມີ ຢູ່ ສອງ ຢ່າງ ດ້ວຍກັນ ຄື ຈົດ ເປັນ ເເຖວ ເເຕ່ ໃຊ້ ເຄື່ອງຫມາຍ ຕ່າງກັນ ນຶ່ງ ເເລະ ຈົດ ເປັນ ເເບບ ດັ່ງ ທີ່ ໄດ້ກ່າວ ມາ ຂ້າງເທິງນີ້ ນຶ່ງ

ວິທີ ຈົດ ເປັນ ເເຖວ ທີ່ ໃຊ້ ເຄື່ອງຫມາຍ ຂອງ ເລກບວກ ກັບ ເຄື່ອງຫມາຍ ຍະວ່າງ ຈະ ຢູ່ ໃນ ທໍານອງນີ້ ຄື

  • 1  1  6  4   ສຽງ ເເຕ່ລະສຽງ ຈະ ຕ້ອງ ເປົ່າ ໃຫ້ ເປັນ ສຽງເຕັມ ສຽງນຶ່ງ

  • 1  1/6  4   ສຽງ.1 ກັບ ສຽງ.4 ຈະ ຕ້ອງ ເປົ່າ ໃຫ້ ເປັນ ສຽງເຕັມ ສຽງນຶ່ງ ສ່ວນ ສຽງ.1/6 ຄື ສຽງ.1 ເເລະ ສຽງ.6 ຈະ ຕ້ອງ ເປົ່າ ສຽງລະ ເຄິ່ງນຶ່ງ ເທົ່ານັ້ນ ເເລະ ຖ້າ ເຮົາ ເອົາ ສຽງ ສອງສຽງນີ້ ບວກກັນ ສຽງ ຂອງ ມັນ ຈະ ມີ ສຽງເຕັມ ສຽງນຶ່ງ ສຽງເຕັມ ສຽງນຶ່ງ ຫມາຍເຖິງ ສຽງ ທີ່ ກົງກັບ ບາດຕີ ບາດນຶ່ງ ຕາມ ທີ່ ເພິ່ນ ໄດ້ກໍານົດ ໄວ້ ໃນ ຣະບົບ ເພງ ຫລື ໃນ ພາສາ ຂອງ ເພງ ນັ້ນເອງ

  • 1+1+6+4   ຫມາຍຄວາມວ່າ ທ່ານ ຈະ ຕ້ອງ ເປົ່າ ສຽງ ເຫລົ່ານີ້ ພ້ອມກັນ ຫລື ຄວບກັນ

ສິ່ງ ທີ່ ກ່າວ ມາ ສາມ ຂໍ້ນີ້ ຄື ວິທີ ຈົດ ເປັນ ເເຖວ ໄປ ເລີຍ ເຖິງຢ່າງໃດກໍຕາມ ຖ້າ ທ່ານ ຄິດ ວ່າ ວິທີໃດ ຈະ ອໍານວຍ ຄວາມສະດວກ ໃຫ້ ເເກ່ ທ່ານ ທ່ານ ກໍ ເລືອກ ໃຊ້ ຕາມ ໃຈ ມັກ ສິ່ງ ສໍາຄັນ ເເທ້ນັ້ນ ຄື ທ່ານ ຕ້ອງ ໃຊ້ ຕົວເລກ ໃຫ້ ຖືກ ຕ້ອງ



ໃຫ້ທ່ານຊ້ອມຫລິ້ນສຽງເຫລົ່ານີ້ ກັບໄປກັບມາ ໂດຍໃຊ້ນິ້ວມືທີ່ໄດ້ກໍານົດໄວ້ເເລ້ວໃນ ຣູປນາມສອງ
lecon de khene ou khaen lesson par Phouphetlinthong

Quartes musicales





Vocabulaires - ຄໍາສັບ - Vocabularies


*** ຮູເເພວ
ຫມາຍເຖິງ ຮູ ທີ່ເພິ່ນເຈາະໃສ່ສົ້ນຂ້າງໃນ ຂອງ ລູກເເຄນເເຕ່ລະລູກ ເພື່ອປັບ ສຽງເເຄນ (ເພື່ອ Accorder ສຽງ) ຫລື ເພື່ອທຽບສຽງເເຄນ ໃຫ້ກົງກັບ ຄວາມຕ້ອງການ ເຊັ່ນສຽງ ໂດ ເຣ ມີ ຟາ ຊອນ ລາ ຊີ ໂດ
*** Accords/Chords  
ເເພວ ຫລື ສຽງເເພວ ຕົວຢ່າງ ເເພວໂດ(C) ຫມາຍເຖິງ accord de Do, Do chord[ຂອດໂດ] (ໃນເມື່ອຄໍເເຫບ ຫລື ເວົ້າບໍ່ມີສຽງ ລາງເທື່ອ ເພິ່ນ ຕົ້ມນໍ້າ(ຊາ/Tisane) ໃສ່ຜັກເເພວກິນ ເພື່ອໃຫ້ໄດ້ຍິນສຽງ ຫລື ເພື່ອເຮັດໃຫ້ສຽງຄືນມາ ເເຕ່ຖ້າເພິ່ນວ່າ ຜູ້ບ່າວຜູ້ເເພວ ຂ້າພະເຈົ້າ ຍັງບໍ່ເຂົ້າໃຈໄດ້ ຢ່າງເເນ່ນອນເທື່ອ)


*** Musique paysanne   ເພງພື້ນບ້ານຂອງຝຣັ່ງ ຈະມີ ສຽງທ່ວງ ຄື ສຽງສອງສຽງ ທີ່ເພິ່ນຫລິ້ນຢູ່ ຕລອດ ເວລາ ເຊັ່ນ La quarte musicale ຫລື La quinte musicale ເປັນຕົ້ນ (ຖ້າຢາກເຂົ້າໃຈ ໃຫ້ຊອກຫາເອົາເອງ) (່ວງ??? ຖວ່າງ???)


*** ຖ້າມ (intervalle) ໄລຍະ ຣະຫວ່າງ ງອກສອງງອກ ຫລື ໄລຍະຈາກ ງອກນຶ່ງ ໄປຫາອີກ ງອກນຶ່ງ ເເລະ ໗ ຖ້າມໃດ ມີສຽງ ໘ ສຽງ (ໂດ ເຣ ມີ ຟາ ຊອນ ລາ ຊີ ໂດ) ຊຶ່ງ ເເມ່ນ ບັນດາ ສຽງເເປດສຽງນີ້ເອງ ທີ່ປະກອບເປັນ Octave ນຶ່ງ ອັນທີ່ ຂ້າພະເຈົ້າ ເເປເປັນ ອັດຖາວ (ຕາມປົກຕິ ເພິ່ນກ່າວເຖິງ ໘ ອົງສາ)
*** ສຽງເຕັມ / ສຽງນຶ່ງ ພາສາຝຣັ່ງຮຽກສຽງເຕັມນີ້ວ່າ un ton (ຣູປນາມ 4)
*** ສຽງຖ່ອງ (ເຄິ່ງສຽງ)
ຝຣັ່ງອັງກິດຮຽກສຽງນີ້ວ່າ un demi-ton /(semitone, half step, half tone) (ຮູປນາມ 4) ດັ່ງ ມີ/E ຫາ ຟາ/F ເເລະ ຊີ/B ຫາ ໂດ/C ( ດັ່ງ ຖ່ອງຖົງ ເເຕ່ບໍ່ເເມ່ນ ທ່ອງທ່ຽວ)
ຫມາຍເຫດ
ຖ່ອງ ເປັນຄໍາສັງຂຍາ ເຫມືອນດັ່ງດຽວກັນກັບຄໍາ ເຄິ່ງ ຕາມທັມມະດາເເລ້ວ ຖ່ອງ ຄວນຢູ່ຫນ້າ ຄໍານາມ ເພື່ອ ບົ່ງບອກ ຈໍານວນ ເຄິ່ງນຶ່ງ ເເຕ່ບໍ່ເເມ່ນ ນຶ່ງເຄິ່ງ ຖ່ອງ ຢູ່ຫລັງ ຄໍານາມ ຍ້ອນຄໍານີ້ ເປັນຄໍາ ສະເພາະ ເຈາະຈົງ ໃສ່ ພຽງເເຕ່ ສຽງ ເທົ່ານັ້ນ ຂໍໃຫ້ເຂົ້າໃຈ ໄປໃນທໍານອງນີ້ (ບໍ່ໄດ້ຂາດ Cohérence) (ບົດຝຶກຫັດ: ຕອນໃດ ເພິ່ນໃຊ້ ຖ່ອງ ຕອນໃດ ເພິ່ນໃຊ້ ເຄິ່ງ ເເລະ ຄວາມເເຕກຕ່າງ ຣະຫວ່າງ ຖ່ອງ ກັບ ເຄິ່ງ ?)
*** Accord/Chord
ເເພວ  ຫລື   ສຽງເເພວ ເຊັ່ນ ເເພວໂດ ເເພວເຣ ເເພວມີ ເເພວຟາ ເປັນຕົ້ນ ຫມາຍເຖິງ ບັນດາ ສຽງ ຫລື ງອກ ທີ່ ຖືກບັນຍັດໄວ້ ເພື່ອໃຫ້ຫລິ້ນ ຄວບກັນ ຕາມທັມມະດາ ເເພວນຶ່ງໆ ຈະມີ ສຽງສາມສຽງ ຫລື ງອກສາມງອກ ຂຶ້ນໄປ

ເເພວ ຫລື ສຽງເເພວ ເປັນ ຄໍາ ທີ່ ມີ ມາ ເເຕ່ໃດເເລ້ວ ເເຕ່ ເຮົາ ບໍ່ ເຄີຍ ນໍາ ມາ ໃຊ້ ໃຫ້ ເປັນ ຜົນ ປໂຍດ ໃນ ພາສ າລາວ ຈັກເທື່ອ ຍ້ອນ ຄົນລາວ ເກັ່ງ ພາສາ ຕ່າງດ້າວ ຫລາຍໂພດ ຫລາຍ ກວ່າ ພາສາ ຂອງ ຕົນເອງ ຈົນ ປ່ອຍ ໃຫ້ ຄໍາ ທີ່ ມີ ຢູ່ເເລ້ວ ຫລື ສິ່ງ ທີ່ ເປັນ ມູນ ຂອງ ຕົນ ຢູ່ເເລ້ວ ສລາຍຕາຍຕົວ ໄປເລີຍ ຈົນ ພາ ໃຫ້ ຕົນເອງ ຄິດ ໄປ ວ່າ ຄໍາລາວ ບໍ່ ມີ ດັ່ງ ຄໍາ ລາຍ ຊຶ່ງ ເປັນ ຄໍາ ທຽບເທົ່າ ກັບ ຄໍາຝຣັ່ງອັງກິດ Gamme /Slide ຄໍາ ເຫລົ່ານີ້ ບໍ່ ເປັນ ຄໍາ ທີ່ ຂ້າພະເຈົ້າ ເເຕ່ງຂຶ້ນ ເເຕ່ ເປັນ ຄໍາ ທີ່ ຂ້າພະເຈົ້າ ນໍາ ມາ ໃຊ້ ເພາະ ເປັນ ຄໍາ ທີ່ ມີ ຄວາມຫມາຍ ອັນ ເເນ່ນອນ ເເລະ ສົມຄວນ ທີ່ ເຮົາ ຈະ ໃຊ້ ເເທນ ຄໍາອັງກິດ ຂອດ[chord] ເພື່ອ ຫລີກລ້ຽງ ການເຂົ້າໃຈ ຜິດ ກັບ ຄໍາ ພົກຂອດ ຕ່າງໆ ເເລະ ຄໍາເຫລົ່ານີ້ ເປັນ ຄໍາລາວ ເຮົາເອງ ອີກດ້ວຍ (ທີ່ ໄດ້ຖ່າຍທອດ ມາຈາກ ປູ່ສັງກະສາ ຍ່າສັງກະສີ) ອັນນີ້ ຄື ເເສງ ສະທ້ອນ ໃນ ການຂຽນ ເປັນ ພາສາ ລາວ ຖ້າ ຄົນລາວ ທີ່ ເຂົ້າໃຈ ພາສາ ຝຣັ່ງອັງກິດ ໄດ້ດີ ສົນໃຈ ຂຽນ ເປັນ ພາສາ ລາວ ເເລະ ພາສາ ລາວ ເເຮງ ຈະ ຮັ່ງມີ ດີຂຶ້ນຕື່ມ ນັບມື້


*** ເເພວເລັກ (A. mineur) Des accords mineurs (ຂ້າພະເຈົ້າ ຮຽກສິ່ງເຫລົ່ານີ້ວ່າ ເເພວເລັກ ຫລື ສຽງເເພວເລັກ ເຊັ່ນ Cm(ເເພວໂດເລັກ) Dm(ເເພວເຣເລັກ) ເປັນຕົ້ນ)
*** ເເພວໃຫຍ່ (A. majeur) Des accords majeurs (ເເພວ ຫລື ສຽງເເພວ ເຊັ່ນ CM ຫລື C (ເເພວໂດ) D(ເເພວເຣ) ດັ່ງນີ້ ເປັນຕົ້ນ)
*** ສຽງທ່ວງ ຖ່ວງ? ຖວ່າງ?
ສຽງທ່ວງ ກົງກັບ ສຽງມີ(E) ທີ່ເພິ່ນຫລິ້ນພ້ອມກັບ ສຽງລາ(A) ຫລື ສຽງ ທີ່ເພິ່ນ ອັດ ຮູນັບ ຂອງມັນໄວ້ ຕລອດ ເວລາ ຕອນທີ່ເພິ່ນພວມເປົ່າເເຄນ ຫລິ້ນສຽງອື່ນຢູ່ນັ້ນ
*** Quarte   ທ່ວງ 4  ຫລື ສຽງທ່ວງສີ່   (ຖ່ວງ ຫມາຍເຖິງ ອາການ ທີ່ ດຶງຈ່ອງໄວ້ ດັ່ງ ຖ່ວງດຶງ)
*** Quinte   ທ່ວງ 5  ຫລື ສຽງທ່ວງຫ້າ (ທ່ວງ = ເຂົ້າກັບເວລາ ທັນເວລາ ພໍດີກັບເວລາ ພ້ອມກັບ?ເວລາ ດັ່ງ "ທ່ວງທາວ")
*** Gamme/slide   ລາຍ
*** Note   ງອກ
*** Octave   ອັດຖາວ ເເຜງມາຈາກ ຄໍາບາລີ ອຕຖ[ອັດຖະ] ເເລະ ເເປວ່າ ເເປດ ເເລະ ເປັນ ຄໍາ ທີ່ ຂ້າພະເຈົ້າ ເເຕ່ງຂຶ້ນມາເອງ ພ້ອມດ້ວຍຄໍາ ອັດເຖ
*** Octet/byte   ອັດເຖ ສໍາລັບ ສື່ມະຕິກ[informatique/informatics]


*** ພິເສດ ເເດ່ ທ່ານ
Do not care = ບໍ່ເຕື້ອງ ດັ່ງ ຕົວຢ່າງ ຂ້າງລຸ່ມນີ້
- ຮອດບໍ່ເຕື້ອງ
- ກົກບໍ່ເຕື້ອງຕີງຕາຍຕັ້ງເເຕ່ງ່າ ບາດວ່າງ່າບໍ່ເຕື້ອງສັງມາເຫລື້ອງຕັ້ງເເຕ່ໃບ (ເເທ້ນໍ)
+_ໃຫ້ເເປຄໍາ ເຕື້ອງ ເເລະ ເຫລື້ອງ ນອກຈາກນັ້ນ ກໍໃຫ້ຊອກຫາ ຄໍາເເປ ເປັນ ຄໍາຝຣັ່ງອັງກິດ ເເລະ ກະຣຸນາ ເເບ່ງປັນ ຄໍາເເປ ຂອງທ່ານ ເເດ່ ຂ້າພະເຈົ້າດ້ວຍ
















Jouer le khene lao avec des chiffres au lieu des notes musicales par Phouphetlinthong
ວິທີໃຊ້ ເລກ ເເທນ ງອກ ສໍາລັບ ເເຄນ ໂດຍ ຄໍາເເພວ ພູເພັຊຣລິນທອງ


apprendre à jouer le khene
How to play the Lao khaen, the Lao mouth organ



Article sur le khene à télécharger par Phouphetlinthong  ສາກເອົາເຣື່ອງເເຄນລາວ
Texte pour le Molam par Okinh Soumlpholphakdy  ກອນລໍາລາວ





Lundi 1er décembre 2008
ກັບເມືອຫນ້າທໍາອິດ ເທິງ/Haut/Up

© 2008-2011 Laocom Education. All rights reserved.
dernière révision: Samedi 29 janvier 2011

Informations modifiables sans préavis.