Lao Learning - Apprendre la langue lao
Lao Memory - Memoires des lao Archives Ecritures lao
Children & Enfants
Mokhene lao, khaen learning, apprendre le khene Prajña, le savoir, la philosophie
Des molam lao - Chanteurs traditionels laotien Des musiques et anciennes chansons du Laos
Galleries des arts et des photos sur le Laos et les lao Des anciens films du royaume du Laos
Livre d'or sur apprendre la langue lao - guestbook on Lao learning Phoum Panna Lao, Culture générale
Learn Lao language - Apprendre la langue lao
Prononciation des alphabets lao - Lao alphabets pronunciation
Comment écrire des lettres laotiennes - How to write the Lao letters
La grammaire lao - The Lao grammar
La numération Lao - The Lao numeration
Les calendriers lao, The lao calendars
Sara Ai Mai mouane, Sara Ai mai muan
Mae thang 8, Les consonnes finales laotiennes, the Lao final consonnants
Les cours de laotien - Lao courses
Cours de lao niveau débutant - The Lao beginner courses
Les cours de lao niveau intermédiaire, The Lao intermediate language
Les cours avancés de la langue lao - The Lao advanced language
Les cours de lao par modules - The Lao language learning by modules
How to learn the Lao language
Informatique lao
Ecole primaire lao en ligne - The Lao primary school online - ໂຮງຮຽນລາວ
Projet collectif - The collaboration network
Lao contact
How to learn the Lao language


© 2008-2010 Laocom.
 Tous droits réservés.




How to play the lao khaen or khene, the Lao mouth organ
ເເຄນເເປດ ຫນ.໑ ຫນ.໒ ຫນ.໓ ຫນ.໔ ຫນ.໕ ຫນ.໖ ຫນ.໗ ຫນ.໘ ຫນ.໙ ຫນ.໑໐ ຫມໍເເຄນ
  

How to play khaen or khene




- ລູກເເຄນ ລູກຈຽງ ຫລື ລູກ ທີນຶ່ງ ຂອງ ເເຄນ ເເຕ່ລະ ຂ້າງ ນັ້ນ ຕ້ອງ ເລີ້ມຕົ້ນ ນັບ ຈາກ ນິ້ວໂປ້ ໄປ ຫາ ນິ້ວກ້ອຍ ຖ້າ ຫມໍເເຄນ ທຸກ ຄົນ ຖື ຫລັກ ເເບບ ດຽວກັນ ທ່ານ ກໍ ສາມາດ ເວົ້າ ເຂົ້າໃຈ ກັນ ໄດ້ ງ່າຍດາຍ ອັນ ນີ້ ເປັນ ຫລັກ ທີ່ ຂ້າພະເຈົ້າ ໄດ້ ກໍານົດ ໄວ້ ເພື່ອ ອໍານວຍ ຄວາມສະດວກ ໃນ ກິຈການ ທຸກ ຢ່າງ ກ່ຽວກັບ ເຣື່ອງ ນີ້

- ນິ້ວມື ນິ້ວ ນຶ່ງໆ ມີ ຫນ້າທີ່ ກໍາກັບ ຮູນັບ ສອງ ຮູ (ໃນ ການເປົ່າເເຄນ ຂັ້ນ ພື້ນຖານ) ນອກຈາກ ນິ້ວໂປ້ ກັບ ນິ້ວກ້ອຍ ເທົ່ານັ້ນ ທີ່ ມີ ຫນ້າທີ່ ກໍາກັບ ຮູນັບ ພຽງເເຕ່ ຮູ ດຽວ ສໍາລັບ ຫມໍເເຄນ ຜູ້ ເກັ່ງໆ ນັ້ນ ເພິ່ນ ຈະໃຊ້ ນິ້ວມື ເເຕ່ລະ ນິ້ວ ອັດ ຮູນັບ ຕາມ ຄວາມຕ້ອງການ ຂອງ ເພິ່ນ ດັ່ງ ທີ່ ຂ້າພະເຈົ້າ ຈະ ກ່າວເຖິງ ໃນ ບັ້ນ ຕໍ່ໄປ ຕົວຢ່າງ ຫມໍເເຄນ ທີ່ ເປົ່າ ສຽງເພັງ (Mélodie / Melody) ເເລະ ຫລິ້ນ ສຽງເເພວ(*) (Des accords / The chords) ໄປພ້ອມໆກັນ

- ເເພຊ້າຍ ຫມາຍເຖິງ ບັນດາ ລູກເເຄນ ເເປດ ລູກ ທີ່ ລຽນ ຢູ່ ຄຽງ ຂ້າງ ກັນ ນະ ກໍ້າ ຊ້າຍ ເເລະ ເເພຂວາ ຈໍາພວກ ລູກເເຄນ ທັງ ເເປດ ທີ່ ຢູ່ ກໍ້າ ຂວາ ຂອງ ເເພ ຫມາຍເຖິງ ສິ່ງ ທີ່ ເພິ່ນ ນໍາ ເອົາ ມາ ສານ ເອົາ ມາ ຕໍ່າ ເອົາ ມາ ມັດ ຈຸ້ມ ເຂົ້າ ໃສ່ ກັນ ເພື່ອ ເຮັດ ໃຫ້ ມັນ ເປັນ ເເຜ່ນ ເຊັ່ນ ຜ້າເເພ ເປັນຕົ້ນ ເເຕ່ ໃນ ທີ່ນີ້ ສ່ວນມາກ ເເລ້ວ ຈະ ເປັນ ລໍາໄມ້ ທີ່ ເພິ່ນ ເອົາ ມາ ລຽນ ໃຫ້ ຮາບ ພຽງ ກັນ ເຫມືອນ ດັ່ງ ເເພ ທີ່ ໄຫລ ຢູ່ ເທິງ ຫນ້າ ນໍ້າ ນັ້ນເອງ ສ່ວນ ຮູບ ທີ່ ຢູ່ ຂ້າງ ເທິງ ນີ້ ເພິ່ນ ບໍ່ ໄດ້ ຫມາຍເຖິງ ເນື້ອທີ່ ຂ້າງ ຊ້າຍ ຫລື ຂ້າງ ຂວາ ຂອງ ເຕົ້າ ປະການ ໃດ









(*) Accords/Chords : ເເພວ ຫລື ສຽງເເພວ (ໃນ ເມື່ອ ຄໍ ເເຫບ ຫລື ເວົ້າ ບໍ່ ມີ ສຽງ ລາງເທື່ອ ເພິ່ນ ຕົ້ມ ນໍ້າຊາ (ຊາ/Tisane) ໃສ່ ຜັກເເພວ ກິນ ເພື່ອ ໃຫ້ ໄດ້ ຍິນ ສຽງ ຫລື ເພື່ອ ເຮັດ ໃຫ້ ສຽງ ຄືນມາ [ ສຽງ ມີ ບັນຫາ ບໍ່ ເເມ່ນ ສຽງ ບໍ່ ດີ ] ເເຕ່ ຖ້າ ເພິ່ນ ວ່າ ຜູ້ບ່າວຜູ້ເເພວ ຂ້າພະເຈົ້າ ຍັງ ບໍ່ ທັນ ເຂົ້າໃຈ ໄດ້  ຢ່າງ ເເນ່ນອນ ເທື່ອ ---- accord /accorder)
*** Gamme/slide : ລາຍ (ລວດລາຍ ຄົງ ຈະ ເເປ ເປັນ ພາສາ ຝຣັ່ງ ວ່າ Motif ??)
*** Note : ງອກ



*** Octave :
ອັດຖາວ ເເຜງ ມາ ຈາກ ຄໍາບາລີ ອຕຖ[ອັດຖະ] /[aṭṭha] ຊຶ່ງ ເເປວ່າ ເເປດ ສ່ວນ ຄໍາຝຣັ່ງ Octave ນັ້ນ ມາ ຈາກ ເຄົ້າ ລາເເຕັງ Octo (ຊຶ່ງ ມີ ຄໍາ ທຽບ ເທົ່າ ໃນ ພາສາ ເກຣັກ Okta ເຊັ່ນ Octobre  ຫມາຍເຖິງ ເດືອນເເປດ ຊຶ່ງ ກາຍ ມາ ເປັນ ເດືອນສິບ ເເລະ Octogonal ທີ່ ມີ ເເປດ ຂ້າງ ດັ່ງນີ້ ເປັນຕົ້ນ) ຊຶ່ງ ຫມາຍເຖິງ ບັນດາ ສຽງ ເເປດ ສຽງ ທີ່ ໄດ້ ບັນຍັດ ໄວ້ ພາຍໃນ ຖ້າມ ເຈັດ ຖ້າມ ນັ້ນ ຫລື ສຽງ ທີເເປດ ຂອງ ສຽງ ດຽວ ກັນ (ຊື່ ດຽວກັນ) ທີ່ ມີ ສຽງ ສູງກວ່າ ສອງ ທົບ /ສອງ ເທົ່າ (ຄູນ ສອງ/ທະວີຄູນ) ຫລື ທີ່ ມີ ສຽງ ຕໍ່າກວ່າ ສອງ ທົບ /ສອງສ່ວນ (ຫານ ສອງ) ເຊັ່ນ ໂດ(໑) ເຣ(໒) ມີ(໓) ຟາ(໔) ຊອນ(໕) ລາ(໖) ຊີ(໗) ໂດ(໘)

ຄໍາບາລີ ທີ່ ເຫມາະສົມ ສໍາລັບ ການເເປ ເປັນ ສຽງ ໄດ້ ນັ້ນ ຄົງ ເເມ່ນ ຄໍາ ໂຄສ[ໂຄສະ] ບັດນີ້ ຖ້າ ເຮົາ ຈະ ເເຜງ ຄໍາ Octave ມາ ເປັນ ຄໍາ ອັຖໂຄສະ ມັນ ກະ ບໍ່ ເຂົ້າ ກັບ ຄໍາລາວ ໄດ້ ດີ ດ້ວຍເຫດນີ້ ຂ້າພະເຈົ້າ ຈິ່ງ ໃຊ້ ຄໍາ ອັດຖາວ ເເລະ ອັດເຖ ໄປ ກ່ອນ (ຊໍາຊາ ພົບ ກັບ ຄໍາ ໃຫມ່ ທີ່ ອາດ ຈະ ເຫມາະສົມ ກວ່າ ນີ້ ພາສາ ອິນດີ[hindi] ຊຶ່ງ ເປັນ ພາສາ ຖິດ ກັບ ພາສາ ສັນສະກຣິດ ຢູ່ ອິນເດັຽ ນັ້ນ ເເປ ຄໍາ Octave ເປັນ ສປຕກ ເເລະ ອ່ານ ວ່າ ສັປຕະກະ ( सप्टक [sapṭaka] ) ຊຶ່ງ ເຫງົ້າ ສັນສະກຣິດ ສັປຕະ ຫມາຍເຖິງ ເຈັດ ເຫມືອນດັ່ງ ເຄົ້າ ລາຕິນ sept[ເສປຕ໌] ເເຫ່ງ septembre /september ເດືອນເຈັດ ທີ່ ກາຍ ມາ ເປັນ ເດືອນເກົ້າ )  (ອ່ານວ່າ ສັນ-ສະ-ກຫຣິດ ເເຕ່ ອ່ານ ຄໍາ ສະ ບໍ່ ໃຫ້ ເຕັມ ຄໍາ ເຫມືອນ ກັບ ຄໍາລາວ ຫນອງສະ ຊຶ່ງ ພຍາງ ສະ ຈະ ຖືກ ອ່ານ ເຕັມ ຄໍາ)

ຂໍ້ສັງເກດ
[aṭṭha](8)+[dasa](10) = [aṭṭhadasa](18)
dasa (cardinal) / deci    <------>    dasama (ordinal) ທີສິບ / decimal (1/10)
ຊຶ່ງ ຄົນລາວ ນິຍົມ ເວົ້າຄໍາ ທົສວັດ (ຮອບ ຫລື ຂວບ ລະ ໑໐ ປີ) ທັສກະ (໑໐ ປະການ /ກອງ ຫລື ຫມວດ ທີ່ ມີ ໑໐ ຢ່າງ) ຯລຯ

*** Octet/byte : ອັດເຖ ສໍາລັບ ສື່ມະຕິກ[informatique/informatics]











ເຈີດໄປໃສ່ ເຣື່ອງໃຫມ່




ການເເປ ສັບ ຕ່າງດ້າວ ມາ ເປັນ ສັບ ລາວ ຫລື ການຜລິດຄິດເເຕ່ງ ຄໍາສັບ ຂຶ້ນ ໃຫມ່ ໃນ ພາສາ ລາວ ຈະ ມີ ກົດເກນ ຢູ່ ດ້ວຍກັນ ຫລາຍ ກໍຣະນີ ສ່ວນມາກ ເເລ້ວ ການເເຕ່ງ ຄໍາສັບ ລາວ ຂຶ້ນ ໃຫມ່ ເເລະ ການຕັ້ງຊື່ ຕ່າງໆ ນັ້ນ ຄົນລາວ ມັກ ຈະ ອີງ ເອົາ ຕາມ ທັມມະຊາດ ຫລື ອີງ ໃສ່ ທັມມະຊາດ ໃນ ສິ່ງ ທີ່ ເພິ່ນ ຈະ ເເຕ່ງ ຂຶ້ນ ນັ້ນ  ເເລ້ວ ຈິ່ງ ຕັ້ງ ເປັນ ຖ້ອຍ ເປັນ ຄໍາ ຂຶ້ນ ມາ ເເລະ ຫນ້ອຍຫນັກ ຫນ້ອຍຫນາ ທີ່ ເພິ່ນ ຈະ ອີງ ເອົາ ຕາມ ຄວາມຫມາຍ ເຄົ້າ ຫລື ສຽງ ເຄົ້າ ຂອງ ຄໍາ ທີ່ ຢືມ ມາ ໃຊ້ ນັ້ນ ນອກຈາກ ກໍຣະນີ ທີ່ ເພິ່ນ ຫລີກລ້ຽງ ບໍ່ ໄດ້ ເເຕ່ ຈະ ຢູ່ ໃນ ກໍຣະນີ ໃດ ກໍຕາມ ຄໍາ ທີ່ ເພິ່ນ ຈະ ເເຕ່ງ ຂຶ້ນ ມາ ນັ້ນ ເພິ່ນ ຕ້ອງ ໃຫ້ ມັນ ເຂົ້າ ກັບ ສຽງ ສໍານຽງ ການປາກເວົ້າ ຂອງ ຄົນລາວ ສເມີ ເເລະ ກໍ ໃຫ້ ມັນ ສອດຄ່ອງ ກັບ ພາສາ ລາວ ຕື່ມ ອີກດ້ວຍ ດັ່ງ
  • ຣົດໂລ ຊຶ່ງ ມາ ຈາກ ຄໍາຝຣັ່ງ ຣູໂລ[Rouleau] ຫຍໍ້ ມາ ເປັນ ໂລ ຍ້ອນ ຄົນລາວ ນິຍົມ ຫຍໍ້ ຄໍາເວົ້າ
  • ເຢັຽຣະມັນ ຊຶ່ງ ມາ ຈາກ ຄໍາ German ເເທນທີ່ ເພິ່ນ ຈະ ເເປ ເປັນ ເຢີຣມັນ/ເຈິມັນ
  • ເກົາຫລີ ຊຶ່ງ ມາ ຈາກ ຄໍາ Corée/Korea ເເທນທີ່ ເພິ່ນ ຈະ ເເປ ເປັນ ກໍເຣ/ກໍຣິອາ/ໂກຣິຢາ ຯລຯ
  • ງອກ ຫລື ຫມາກຖົ່ວງອກ ສໍາລັບ ບັນທຶກ ສຽງເພງ ນັ້ນ ຍ້ອນ Les notes musicales (ການບັນທຶກ ສຽງເພງ ເເຫ່ງ ສາກົນ) ເປັນ ຮູບ ເເບບ ດຽວ ກັນ ກັບ ຫລື ຄ້າຍ ຄື ກັນ ກັບ ຫມາກຖົ່ວງອກ ທີ່ ບັນຈຸ ຢູ່ ໃນ ຈໍາພວກ ຜັກ ນັ້ນເອງ
  • ປົກຕິ ອ່ານວ່າ ປົກ-ກະ-ຕິ ເເຕ່ ອ່ານ ພຍາງ ກະ ບໍ່ ໃຫ້ ເຕັມ ຄໍາ ຊຶ່ງ ມາ ຈາກ ຄໍາ ບາລີສັນສະກຣິດ ປກຕິ[ປັກຕິ] /[Pakati] ເເທນທີ່ ເພິ່ນ ຈະ ຮັກສາ ເຄົ້າ ປັກ ໄວ້ ເພິ່ນ ພັດ ເເຜງ ຕື່ມ ມາ ເປັນ ປົກ ຢ່າງ ເປັນ ເອກຣັກ ເປັນ ຂອງ ຕົນເອງ ຫມາຍຄວາມວ່າ ໃຫ້ ເຂົ້າ ກັບ ຮີດຄອງ ທໍານອງ ການປາກເວົ້າ ຂອງ ຄົນລາວ
  • ພົລເມືອງ ຊຶ່ງ ມາ ຈາກ ຄໍາບາລີ ພລ (ພະລະ ເເຕ່ ຖ້າ ຕົວ ລ ເປັນ ຕົວ ສະກົດ ຕ້ອງ ອ່ານ ສຽງ ຂອງ ຕົວສະກົດ ອອກ ເປັນ ພັລະ) ເເລະ ເມືອງ ທ ີ່ເປັນ ຄໍາລາວ
  • ສັກດິນາ ຊຶ່ງ ມາ ຈາກ ຄໍາບາລີ ສັກດິ ເເລະ ຄໍາລາວ ນາ (ທົ່ງນາ ໃຮ່ນາ) ເເລະ ອື່ນໆອີກ
ນອກຈາກ ວິທີ ການເເຕ່ງ ເພິ່ນຍັງສງວນ ວິທີ ການອ່ານ ເພີ່ມເຕີມ ຊຶ່ງ ຂ້າພະເຈົ້າ ຈະ ບໍ່ ກ່າວເຖິງ ໃນ ບັ້ນ ນີ້

ສິ່ງ ທີ່ ກ່າວ ມາ ນີ້ ຄື ຄວາມເກັ່ງກ້າ ສາມາດ ຂອງ ຄົນລາວ ໃນ ການຜລິດຄິດເເຕ່ງ ຄໍາສັບ ຂຶ້ນ ໃຫມ່ ເເຕ່ ໃນ ເມື່ອ ເຮົາ ຂາດ ນັກຊ່ຽວຊານ ທາງ ດ້ານ ນີ້ ຫລື ຂາດ ຫລັກ ວິທຍາການ ເຮົາ ຈິ່ງ ມັກ ຈັບຜິດ ຈັບຖືກ ກັນ ຢູ່ ຕລອດ ເວລາ ເຈົ້າກະວ່າຜູ່ນັ້ນຜິດ ຂ້ອຍກະວ່າຂ້ອຍຜູ້ນຶ່ງລະ  ຍ້ອນວ່າ ຕົນເອງ ກໍ ຂາດ ພື້ນຖານ ຢູ່ ເເລ້ວ ເເທນທີ່ ຈະ ຟັງ ໄປ ກ່ອນ ວ່າ ສິ່ງ ທີ່ ເຂົາ ເວົ້າ ຖືກ ຫລື ຜິດ ປະການ ໃດ ຈິ່ງ ຄ່ອຍ ຕິ ຫລັງຈາກ ພິສູດ ເສັດ ເເລ້ວ ດັ່ງ ຄໍາ ທີ່ ຈະ ພາ ໃຫ້ ເກີດ ປັນຍາ ສີ່ ຄໍາ ນີ້ ຄື ສຸ ຈິ ປຸ ລິ ອັນ ມີ ຄວາມຫມາຍ ດັ່ງນີ້
- ສຸ ເປັນ ຄໍາ ທາຕຸ ຫລື ທາດ ເເລະ ເເປ ວ່າ ຟັງ ດັ່ງ ສຸຕະ (ຟັງໃຫ້ ດີໆ ມັນ ຈະ ພາ ໃຫ້ ສມອງ ປອດໂປ່ງ ສາຍຕາ ຍາວ)
- ຈິ ເປັນ ຄໍາ ທາຕຸ ຫລື ທາດ ເເລະ ເເປ ວ່າ ຄິດ ດັ່ງ ຈິນຕາ (ຟັງ ເເລ້ວ ໃຊ້ ຈິດ ຄິດ ເບິ່ງ ວ່າ ອັນໃດ ຖືກ ຜິດ ມິດ ສັດຕຣູ)
- ປຸ ເປັນ ຄໍາ ທາຕຸ ຫລື ທາດ ເເລະ ເເປວ່າ ຖາມ ດັ່ງ ປຸດສາພຍາກອນ (FAQ) ຖາມຕອບ ຄື ການເເລກປ່ຽນ

- ລິ ເປັນ ຄໍາ ທາຕຸ ຫລື ທາດ ເເລະ ເເປວ່າ ຂຽນ ດັ່ງ ລິຂສິດ ລິຂິຕະ (ຂຍາຍ ຂໍ້ຄວາມ ຕ່າງໆ ເເລ້ວ ບັນທຶກ ໄວ້)


ສລຸບ ເລ້ວ ໃນ ກໍຣະນີ ບາງອັນ ຂ້າພະເຈົ້າ ຈໍາເປັນ ຕ້ອງ ໄດ້ ເເຕ່ງ ຄໍາສັບ ຂຶ້ນ ໃຫມ່ ຍ້ອນວ່າ ຄໍາສັບ ທີ່ ມີ ຄວາມຫມາຍ ຕາມ ຄວາມຕ້ອງການ ນັ້ນ ບໍ່ ມີ ໃນ ພາສາ ລາວ (ຫລື ບໍ່ ຮູ້) ເເລະ/ຫລື ຍ້ອນ ຢາກ ໃຫ້ ມັນ ມີ ດີ ຂຶ້ນ ໄດ້ ໃນ ພາສາ ລາວ ໂດຍ ບໍ່ ມີ ຈຸດປະສົງ ຈະ ໃຫ້ ຜູ້ອື່ນ ຖື ເອົາ ເປັນ ຫລັກ ເເຕ່ຫາກວ່າ ຖ້າ ມີ ທ່ານ ຜູ້ໃດ ຢາກ ເອົາ ຖ້ອຍຄໍາ ເຫລົ່າ ນີ້ ໄປ ຕິ ໄປ ໃຊ້ ໄປ ດັດເເປງ ໄປ ພັທນາ ຂຶ້ນ ຕື່ມ ກໍ ຂໍ ໃຫ້ ທ່ານ ນໍາ ໄປ ໃຊ້ ຕາມໃຈ ຊອບ

ດ້ວຍຄວາມໂຄຣົບ

















La structure du Khene lao par Phouphetlinthong

apprendre à jouer le khene - Learn to play the lao khaen
How to play the Lao khaen, the Lao mouth organ



Article sur le khene à télécharger par Phouphetlinthong  ສາກເອົາເຣື່ອງເເຄນລາວ
Texte pour le Molam par Okinh Soumlpholphakdy  ກອນລໍາລາວ





Lundi 1er décembre 2008
ກັບເມືອຫນ້າທໍາອິດ ເທິງ/Haut/Up

© 2008-2011 Laocom Education. All rights reserved.
dernière révision: Samedi 29 janvier 2011

Informations modifiables sans préavis.