|
 |
|
|
|
|
|
|
ຖ້າ ທ່ານ ອັດ ຮູນັບ ເເລ້ວ ຈິ່ງ ເປົ່າ ທ່ານ ຈະ ໄດ້ຍິນ ສຽງເເຄນ ດັງ ຂຶ້ນ ເເລະ ສຽງ ທີ່ ດັງ ອອກ ມາ ຈາກ ເເຄນ
ດ້ວຍ ການອັດ ຮູນັບ ລູກເເຄນ ເເຕ່ລະລູກນັ້ນ ເເມ່ນ ສຽງ ໂດ[C] ເຣ[D] ມີ[E] ຟາ[F] ຊອນ[G] ລາ[A] ຊີ[B] ໂດ[C]
ທີ່ ຊ່າງເເຄນ ໄດ້ປັບ ໃສ່ ລູກເເຄນ ເເຕ່ລະລູກ (ເບິ່ງ ຣູປນາມ.3) ຊຶ່ງ ສຽງ ເຫລົ່ານີ້ ມີ ຂຶ້ນມາ ໄດ້ ກໍ ຍ້ອນ ການປັບ ຮູເເພວ
ນັ້ນເອງ ອີກປະການນຶ່ງ ສຽງ ເຫລົ່ານີ້ ເປັນ ສຽງ ມາຕຖານ ຂອງ ເເຄນເເປດ ຊື່ງ ຫມາຍຄວາມວ່າ ເເຄນເເປດ ທຸກດວງ ຈະ ມີ ໂຄງຮ່າງ ເເບບດຽວກັນ ສເມີ
ຈະ ເປັນ ເເຄນໄທລາວ ຫລື ເເຄນໄທອິສານ ເເຫ່ງ ປະເທດ ໄທຍ ກໍດີ ກໍ ເປັນ ເຊັ່ນ ດຽວກັນ ສັນນັ້ນ
ເເຕ່ ຫນ້າເສັຽດາຍ ຢ່າງດຽວ ຄື ເມື່ອ ເເຄນ ດວງໃດ ທີ່ ບໍ່ ຖືກ ເຮັດ ດ້ວຍ ຊ່າງເເຄນ ຄົນ ດຽວກັນ ເເຄນ ດວງນັ້ນ ຈະ ມີ ສຽງ ເເຕກຕ່າງກັນ
(ຕົວຢ່າງ ສຽງໂດ ຂອງ ເເຄຂ ທີ່ ເຮັດ ດ້ວຍ ຊ່າງເເຄນ ຄໍາເເພງ ບໍ່ ມີ ສຽງ ສເມີກັນ ກັບ ສຽງໂດ ຂອງ ເເຄນ ດວງອື່ນ ທີ່ ເຮັດ ດ້ວຍ ຊ່າງເເຄນ ຄໍາພາ)
ດັ່ງນັ້ນ ເພິ່ນ ຄວນ ຈັດ ກອງປະຊຸມ ນານາ ຊາດ ກ່ຽວກັບ ເຣື່ອງ ສຽງເເຄນ ເພື່ອ ລົງ ມະຕິ ໃຫ້ ຊ່າງເເຄນ ທຸກຫົນ ທຸກເເຫ່ງ ປັບ ສຽງເເຄນ ໃຫ້ ຢູ່ ໃນ
ຫລັກ ວິທຍາການ ເເຫ່ງ ມາຕຖານການ[ມາດ-ຕະ-ຖາ-ນະ-ການ] ເເລະ ຫມໍເເຄນ ຈິ່ງ ຈະ ເປົ່າ ເເຄນ ຮ່ວມກັນ ໄດ້ ຫລື ຫລິ້ນ ຮ່ວມ ກັບ
ເຄື່ອງດົນຕຣີ ອັນ ອື່ນອີກ
ສຽງເເຄນ ທຸກສຽງ ຈະ ມີ ສຽງນ້ອຍ ສຽງໃຫຍ່ ສເມີ ນອກຈາກ ສຽງຊອນ ສຽງດຽວ ດັ່ງ ສຽງໂດໃຫຍ່ ເເລະ ສຽງໂດນ້ອຍ ເປັນຕົ້ນ
ອີກປະການນຶ່ງ ງອກ(*) ຂອງ ໂດໃຫຍ່ ກໍ ເປັນ ເເບບນຶ່ງ ເເລະ ງອກ ຂອງ ໂດນ້ອຍ ກໍ ເປັນ ອີກ ເເບບນຶ່ງ
ສະນັ້ນ ກ່ອນ ທ່ານ ຈະ ຈົດ ລາຍເເຄນ ດ້ວຍ ຄວາມເເນ່ນອນ ໄດ້ ກໍ ຕໍ່ໃນເມື່ອ ທ່ານ ໃຊ້ ຖົ່ວງອກ ຫລື ງອກ ທີ່ ຫມາຍໄວ້ ໃນ ຣູປນາມ.3 ຂ້າງເທິງນີ້
ຫລື ທ່ານ ຈະ ໃຊ້ ຕົວເລກ.1 ໄປ ຫາ ຕົວເລກ.16 ກໍ ໄດ້ ເຫມືອນກັນ
ການກໍານົດ ເອົາ ເລກ ມາ ໃຊ້ ເເທນ ງອກ(*)
ໄດ້ຈັດເເຕ່ງຂຶ້ນ ສໍາລັບ ພວກຫມໍເເຄນ ທີ່ ເປົ່າເເຄນ ເກັ່ງ ເເຕ່ ບໍ່ ຮູ້ຈັກ ອ່ານ ບໍ່ ຮູ້ຈັກ ຂຽນ ເພື່ອ ໃຫ້ ພວກທ່ານ ສາມາດ ຖ່າຍທອດ
ວິຊາຄວາມຮູ້ ຂອງ ພວກທ່ານ ດ້ວຍ ການຂຽນ ລາຍເເຄນ ຕ່າງໆ ປະ ໄວ້ ໃຫ້ ເເກ່ ເຍົາວະຊົນ ລຸ້ນຫລັງ ໂດຍ ການກົດ ຕົວເລກ ຕ່າງໆ ເຫລົ່ານີ້ ທີ່ ກົງກັບ ລໍາດັບ
ຂອງ ລູກເເຄນ ເເຕ່ລະລູກ (ຄົນ ທີ່ ອ່ານ ຫນັງສື ບໍ່ ເປັນ ສ່ວນຫລາຍເເລ້ວ ເພິ່ນ ສາມາດ ຂຽນ ຕົວເລກ ເປັນ)
ການສົມມຸດ ໃຊ້ ເລກ ເເທນ ງອກ ໃຫ້ ຖື ເອົາ ຕາມ ລໍາດັບ ຂອງ ລູກເເຄນ ເເຕ່ລະລູກ (ຣູປນາມ.໓ ເເລະ ຣູປນາມ.໕) ດັ່ງນີ້
໑- ລູກເເຄນ ລູກທໍາອິດ ລູກຈຽງ ຫລື ລູກທີນຶ່ງ ໃຫ້ ຖື ເອົາ ລູກເເຄນ ຂອງ ເເພຊ້າຍ ທີ່ ມີ ສຽງໂດ ເປັນ ຫລັກ ໃນ ການເລີ້ມຕົ້ນນັບ ຄື
ລູກ ທີ່ ອັດ ດ້ວຍ ນິ້ວໂປ້ຊ້າຍ ເເລະ ກໍ ໃຫ້ ນັບ ຕໍ່ໆໄປ ຈົນ ໄປ ເຖິງ ລູກເເຄນ ລູກສຸດທ້າຍ ຂອງ ເເພຊ້າຍ ຫລື ຂອງ ເບື້ອງຊ້າຍ
ຫລັງຈາກນັ້ນ
໒- ຈິ່ງ ນັບ ຕໍ່ໄປ ໃສ່ ລູກເເຄນ ຂອງ ເເພຂວາ ທີ່ ເອົາ ນິ້ວໂປ້ຂວາ ອັດ ຮູນັບນັ້ນ ຄື ລູກເເຄນ ທີ່ ມີ ສຽງລາ ຫລື ລູກເເຄນ
ລູກທໍາອິດ ຂອງ ເເພຂວາ ນັ້ນເອງ
ນີ້ ຄື ຫລັກ ທີ່ ຂ້າພະເຈົ້າ ຕັ້ງຂຶ້ນ ສໍາລັບ ຫມໍເເຄນ ທີ່ ອ່ານ ບໍ່ ອອກ ຫລື ຂຽນ ບໍ່ ເປັນ ເທົ່ານັ້ນ ສ່ວນ ພວກ ຫນຸ່ມນ້ອຍນັ້ນ ໃຫ້ ພຍາຍາມ ໃຊ້
ຕົວງອກ ເປັນ ຫລັກ ໃນ ການບັນທຶກ ລາຍເເຄນ ຕ່າງໆ ເພາະວ່າ ຈໍານວນ ງອກ ເຫລົ່ານີ້ ມີ ພຽງເເຕ່ ສິບຫ້າ (ສິບຫົກ) ງອກ ເທົ່ານັ້ນ
(ຫມາຍຄວາມວ່າ ສອງ ອັດຖາວ[ຝຣັ່ງ.octet] ເເລະ ຄໍານີ້ ເປັນ ຄໍາ ທີ່ ເເຜງ ມາ ຈາກ ຄໍາບາລີ ອຕຖ[ອັດຖະ] ເເລະ ເເປວ່າ ເເປດ
ສ່ວນ ຄໍາ ອັດຖາວ(*) ຄໍາ ທີ່ ຂ້າພະເຈົ້າ ເເຕ່ງຂຶ້ນເອງ)
(ເເຜງ ເເປວ່າ ດັດເເປງ)
ວິທີ ເປົ່າ ສຽງນຶ່ງໆນັ້ນ ສໍາລັບ ຂັ້ນ ພື້ນຖານ ຕ້ອງ ອັດ ຮູນັບ ສອງຮູ ໄປ ພ້ອມກັນ ເສັດເເລ້ວ ຈິ່ງ ເປົ່າ ເເຕ່ວ່າ ຮູນັບ ສອງຮູນັ້ນ
ຕ້ອງ ມີ ສຽງດຽວກັນ ດັ່ງ ຕົວຢ່າງ ຕໍ່ໄປນີ້ ຄື ຖ້າ ທ່ານ ຢາກ ເປົ່າ ສຽງ
- ໂດ ທ່ານ ຕ້ອງ ອັດ ຮູນັບ ຂອງ ລູກເເຄນ ລູກຈຽງ ຫລື ລູກນຶ່ງ ພ້ອມດ້ວຍ ລູກສິບ ເເລ້ວ ຈິ່ງ ເປົ່າ
- ເຣ ທ່ານ ຕ້ອງ ອັດ ຮູນັບ ຂອງ ລູກສາມ ເເລະ ລູກສິບສີ່ ພ້ອມໆກັນ ເເລ້ວ ຈິ່ງ ເປົ່າ
- ລາ ທ່ານ ຕ້ອງ ອັດ ຮູນັບຂອງ ລູກເກົ້າ ເເລະ ລູກສິບສອງ ພ້ອມກັນ ເເລ້ວ ຈິ່ງ ເປົ່າ ຯລຯ
|
|
|
|
|
|
|
|
|
***
Accords/Chords : |
ເເພວ ຫລື ສຽງເເພວ
(ໃນເມື່ອ ຄໍເເຫບ ຫລື ເວົ້າ ບໍ່ມີສຽງ ລາງເທື່ອ ເພິ່ນ ຕົ້ມນໍ້າ (ຊາ/Tisane) ໃສ່ ຜັກເເພວ ກິນ
ເພື່ອ ໃຫ້ ໄດ້ຍິນ ສຽງ ຫລື ເພື່ອ ເຮັດໃຫ້ ສຽງ ຄືນມາ ເເຕ່ຖ້າ ເພິ່ນວ່າ ຜູ້ບ່າວຜູ້ເເພວ
ຂ້າພະເຈົ້າ ຍັງ ບໍ່ເຂົ້າໃຈ ໄດ້ ຢ່າງ ເເນ່ນອນ ເທື່ອ) |
*** Gamme/slide : |
ລາຍ |
(**)
Note : |
ງອກ (ຄໍາ ນີ້ ເປັນ ຄໍາ ທີ່ ຄົນລາວ
ຮຽກກັນ ຕອນ ໄປຕົກຢູ່ ເມືອງຝຣັ່ງ ໃຫມ່ໆ
ເເລະ ຄໍານີ້ ມາຈາກ ຄໍາ ຖົ່ວງອກ ນັ້ນເອງ ຍ້ອນ ຮູບ ຂອງ ມັນ ຄືກັນ) |
(*) Octave : |
ອັດຖາວ |
*** Octet/byte : |
ອັດເຖ ສໍາລັບ
ສື່ມະຕິກ[informatique/informatics] |
|
|
|
|
|
|
|
|
|
|
|
|
|
|
|
|
|
|
La
structure du Khene lao, partie 3, par Phouphetlinthong |
|
|
|
|
|
Article sur le khene à
télécharger par Phouphetlinthong ສາກເອົາເຣື່ອງເເຄນລາວ
Texte pour le Molam par Okinh
Soumlpholphakdy ກອນລໍາລາວ |
|