|
 |
|
|
|
|
ຮູບ ຂ້າງເທິງນີ້ ຄື ການໃຊ້ ຕົວເລກ ເເທນ ຕົວງອກ ອີກ ເເບບນຶ່ງ ສໍາລັບ ຫມໍເເຄນ
ທີ່ ເປົ່າ ເເຄນ ເກັ່ງ ເເຕ່ ບໍ່ ຮູ້ຈັກ ອ່ານ ບໍ່ຮູ້ຈັກຂຽນ ດ້ວຍເຫດນີ້ ຂ້າພະເຈົ້າ ຈິ່ງ ໄດ້ຫນໍາ ຄວາມເກົ່າ
ເພື່ອ ໃຫ້ ຫມໍເເຄນ ທີ່ ບໍ່ ມີ ຄວາມສາມາດ ອ່ານ ໄດ້ ຝຶກ ຄວາມເຂົ້າໃຈ ຂອງຕົນ ດ້ວຍ ຮູບ ເເບບໃຫມ່ ນັ້ນເອງ
ການເປົ່າເເຄນ ສ່ວນມາກເເລ້ວ ເພິ່ນ ຈະ ເປົ່າ ສຽງນ້ອຍ ເເລະ ສຽງໃຫຍ່ ຄວບກັນ ໄປ ສເມີ
ຕົວຢ່າງ ຖ້າ ທ່ານ ຢາກ ເປົ່າ
- ສຽງໂດ ທ່ານ ຕ້ອງ ອັດ ຮູນັບ ຂອງ ລູກເເຄນ ລູກທີນຶ່ງ
ເເລະ ຂອງ ລູກທີສິບ (ລູກຈຽງ ຄວບ ກັບ ລູກສິບ) ເເລ້ວ ຈິ່ງ ເປົ່າ
- ສຽງຟາ ທ່ານ ຕ້ອງ ອັດ ລູກເເຄນ ລູກສາມ ຄວບ ກັບ
ຮູນັບ ຂອງ ລູກເເຄນ ລູກສິບສີ່ (3+14)
- ສຽງຊອນ ທ່ານ ຕ້ອງ ອັດ ລູກເເຄນ ລູກຫົກ ຄວບ ກັບ
ຮູນັບ ຂອງ ລູກເເຄນ ລູກສິບເອັດ ຫລື ຈະ ເສີມ ດ້ວຍ ຮູນັບ ຂອງ ລູກເເປດ ກໍ ໄດ້ (6+11+[8]) ເເລະ ຕໍ່ໆໄປ ດັ່ງນີ້
ການຂຽນ ງອກ ກໍ ຂຽນ ເເບບດຽວກັນ ກັບ ການເປົ່າ ຈະ ຂຽນ ຊ້ອນກັນ ຫລື ຈະ ຂຽນ ເປັນ ເເຖວ ໄປ ເລີຍ ກໍ ໄດ້
ເຊັ່ນດຽວກັນ ສຸດເເລ້ວ ເເຕ່ ຄວາມສະດວກ ຂອງ ທ່ານ
|
|
|
|
|
|
***
Accords/Chords : |
ເເພວ ຫລື ສຽງເເພວ
(ໃນເມື່ອ ຄໍເເຫບ ຫລື ເວົ້າ ບໍ່ມີສຽງ ລາງເທື່ອ ເພິ່ນ ຕົ້ມນໍ້າ (ຊາ/Tisane) ໃສ່ ຜັກເເພວ ກິນ
ເພື່ອ ໃຫ້ໄດ້ຍິນ ສຽງ ຫລື ເພື່ອ ເຮັດໃຫ້ ສຽງ ຄືນມາ ເເຕ່ຖ້າ ເພິ່ນວ່າ ຜູ້ບ່າວຜູ້ເເພວ
ຂ້າພະເຈົ້າ ຍັງ ບໍ່ເຂົ້າໃຈ ໄດ້ ຢ່າງ ເເນ່ນອນ ເທື່ອ) |
*** Gamme/slide : |
ລາຍ |
*** Note : |
ງອກ ຫລື ສຽງ
|
(*) Octave : |
ອັດຖາວ (ເປັນຄໍາທີ່
ຂ້າພະເຈົ້າເເຕ່ງຂຶ້ນເອງ) |
*** Octet/byte : |
ອັດເຖ ສໍາລັບ
ສື່ມະຕິກ[informatique/informatics] |
|
|
|
|
|
|
|
|
|
|
|
|
|
|
|
|
|
|
La
méthode de substitution des chiffres aux notes musicales du khene ou
khaen lao par Phouphetlinthong
ວິທີໃຊ້ ເລກ ເເທນ ງອກ ສໍາລັບ ເເຄນ ໂດຍ
ຄໍາເເພວ ພູເພັຊຣລິນທອງ
|
|
|
|
|
|
Article sur le khene à
télécharger par Phouphetlinthong ສາກເອົາເຣື່ອງເເຄນລາວ
Texte pour le Molam par Okinh
Soumlpholphakdy ກອນລໍາລາວ |
|