Lao Learning - Apprendre la langue lao
Lao Memory - Memoires des lao Archives Ecritures lao
Children & Enfants
Mokhene lao, khaen learning, apprendre le khene Prajña, le savoir, la philosophie
Des molam lao - Chanteurs traditionels laotien Des musiques et anciennes chansons du Laos
Galleries des arts et des photos sur le Laos et les lao Des anciens films du royaume du Laos
Livre d'or sur apprendre la langue lao - guestbook on Lao learning Phoum Panna Lao, Culture générale
Learn Lao language - Apprendre la langue lao
Prononciation des alphabets lao - Lao alphabets pronunciation
Comment écrire des lettres laotiennes - How to write the Lao letters
La grammaire lao - The Lao grammar
La numération Lao - The Lao numeration
Les calendriers lao, The lao calendars
Sara Ai Mai mouane, Sara Ai mai muan
Mae thang 8, Les consonnes finales laotiennes, the Lao final consonnants
Les cours de laotien - Lao courses
Cours de lao niveau débutant - The Lao beginner courses
Les cours de lao niveau intermédiaire, The Lao intermediate language
Les cours avancés de la langue lao - The Lao advanced language
Les cours de lao par modules - The Lao language learning by modules
How to learn the Lao language
Informatique lao
Ecole primaire lao en ligne - The Lao primary school online - ໂຮງຮຽນລາວ
Projet collectif - The collaboration network
Lao contact
How to learn the Lao language


© 2008-2010 Laocom.
 Tous droits réservés.




How to play the lao khaen or khene, the Lao mouth organ
ເເຄນເເປດ ຫນ.໑ ຫນ.໒ ຫນ.໓ ຫນ.໔ ຫນ.໕ ຫນ.໖ ຫນ.໗ ຫນ.໘ ຫນ.໙ ຫນ.໑໐ ຫມໍເເຄນ
Des Accords musicaux du Khène
The Chords of the Khene or Khaen - ເເພວເເຄນ

The chords of the Lao Khaen or the Lao khene


ຂອດ ! ຂອດ ອີ່ສັງ ຂອດເງິນ ຂອດຄໍາ ບໍ? ໂອ! ບໍ່ ເເມ່ນ ເດີ ອີ່ນາງ ເອີຍ ບອກ ບັກຫໍາ ເເນ່ ເພິ່ນ ປ່ຽນ ເເລ້ວ
ເພິ່ນ ໃຊ້ ຄໍາລາວ ເເລ້ວ ດຽວນີ້ ເພິ່ນ ບໍ່ ຮຽກ ຂອດ ອີກເເລ້ວ ເພິ່ນ ຮຽກ "ເເພວ"


ຄໍາອະທິບາຍ
ຮູນັບ ສີດໍາ ທຸກຮູ ຂອງ ເເພວ ເເຕ່ລະເເພວ ຈະ ຕ້ອງ ຖືກ ອັດ ສ່ວນ ຮູນັບ ສີຕັບຫມູນັ້ນ ທ່ານ ຈະ ອັດ ຫມົດ ທັງສອງຮູ ຫລື ຈະ ອັດ ຮູໃດ ກໍ ໄດ້ ສຸດເເລ້ວເເຕ່ ຄວາມສະດວກ ຂອງທ່ານ (ຣູປຕາ ໗) ເເຕ່ ຕ້ອງ ອັດ ຮູ ສີຕັບຫມູ ຮູນຶ່ງ ຢ່າງຕໍ່າສຸດ ຍ້ອນວ່າ ງອກຊອນ ຫລື ສຽງຊອນ ມີ ຢູ່ ສອງບ່ອນ ນຶ່ງ ມີ ສຽງດຽວກັນ ນຶ່ງ ເເລະ ມີ ຄື້ນສຽງ ຄື້ນດຽວກັນ ນຶ່ງ ສະນັ້ນ ທ່ານ ຢາກ ອັດ ຮູໃດ ກໍ ໄດ້ ພາຍໃນ ສອງຮູນີ້ ເເຕ່ ຈໍາເປັນ ຈະ ຕ້ອງ ໄດ້ ອັດ ຮູນຶ່ງ (ສໍາລັບ ສຽງເເພວ ພື້ນຖານ)





ສຽງເເພວ (ພື້ນຖານ)
ຕາມທັມມະດາ ເເພວນຶ່ງໆ ຈະ ມີ ສຽງ ສາມສຽງ ຫລື ສາມງອກ ຕໍ່າສຸດ ຊຶ່ງ ສິ່ງ ເຫລົ່ານີ້ ຄື ສິ່ງ ທີ່ ທ່ານ ຄວນ ຈື່ຈໍາ ໄວ້


- ເເພວໂດ ປະກອບດ້ວຍ ງອກໂດ(ງອກ_໑໐) + ງອກມີ(ງອກ_໔) + ງອກຊອນ(ງອກ_໖/໑໑)
- ເເພວຟາ ປະກອບດ້ວຍ ງອກຟາ(ງອກ_໕) + ງອກລາ(ງອກ_໑໒) + ງອກໂດ(ງອກ_໑)
- ເເພວຊອນ ປະກອບດ້ວຍ ງອກຊອນ(ງອກ_໖/໑໑) + ງອກຊີ(ງອກ_໑໓) + ງອກເຣ(ງອກ_໑໔)
- ເເພວຊອນ7 ປະກອບດ້ວຍ ງອກຊີ(ງອກ_໒) + ງອກຟາ(ງອກ_໕) + ງອກຊອນ(ງອກ_໖/໑໑)
- ເເພວເຣເລັກ ປະກອບດ້ວຍ ງອກເຣ(ງອກ_໓) + ງອກຟາ(ງອກ_໕) + ງອກລາ(ງອກ_໑໒)
- ເເພວມີເລັກ ປະກອບດ້ວຍ ງອກມີ(ງອກ_໔) + ງອກຊອນ(ງອກ_໖/໑໑) + ງອກຊີ(ງອກ_໑໓)
- ເເພວລາເລັກ ປະກອບດ້ວຍ ງອກລາ(ງອກ_໑໒) + ງອກໂດ(ງອກ_໑) + ງອກມີ(ງອກ_໑໕)



ສຽງເເພວ ທີ່ ເຮົາ ສາມາດ ຫລິ້ນ ໃສ່ ເເຄນ ໄດ້ ມີ ພຽງເເຕ່ ເຈັດເເພວ ເທົ່ານີ້ ຍ້ອນ ສຽງເເຄນ ຫລື ງອກເເຄນ ບໍ່ ມີ ສຽງຖ່ອງ ນັ້ນເອງ (ເພງໃດ ທີ່ ມີ ງອກ ສຽງຖ່ອງ ບໍ່ຫລາຍ ຖ້າ ທ່ານ ຢາກ ຫລິ້ນ ເເພວ ກ່ຽວຂ້ອງ ໃຫ້ ທ່ານ ອັດ ຮູນັບ ຂອງ ເເພວ ນັ້ນໆ ພຽງ ສອງຮູ ກໍ ໄດ້ ໃນ ກໍຣະນີ ຈໍາເປັນ ເເທນທີ່ ຈະ ຫລິ້ນ ສາມສຽງ)




ຖ້າ ທ່ານ ຫລິ້ນ ສຽງເພງ ສຽງທໍານອງ ຂອງເພງ ຫລື ສຽງ Mélodie ຜູ້ດຽວ (ເປົ່າ ເເຄນ ຜູ້ດຽວ ບໍ່ ໄດ້ ເປົ່າ ຮ່ວມກັບ ຄົນອື່ນ) ຕອນ ທີ່ ທ່ານ ມາ ຢຸດ ຢູ່ ທ້າຍວັກນັ້ນ ໃຫ້ ທ່ານ ພຍາຍາມ ຮູ້ຈັກ ວ່າ ຕອນນັ້ນ ເເມ່ນ ເເພວໃດ ເເລະ ໃຫ້ ທ່ານ ຫລິ້ນ ເເພວນັ້ນ ຮັບຮອງ ວ່າ ເພງ ທີ່ ທ່ານ ເປົ່າ ຢູ່ ນັ້ນ ຈະ ມີ ສຽງ ມ່ວນຂຶ້ນ ກວ່າເກົ່າ


ໃຫ້ ນັດ ກັນ ມາ ຫລິ້ນ ຮ່ວມ ກັບ ພວກຝຣັ່ງ ຄສ.໒໐໑໑ ເດືອນ ໑໐ "Les vents d'Automne" ທີ່ ເປັນ Orchestre à vent ອັນ ໃຫຍ່ໂຕ ເເລະ ຂພຈ ຈະ ເປັນ ຜູ້ ຕິດຕໍ່ ກັບ ເຂົາ ຖ້າ ເຮົາ ເຮັດ ໄດ້ ເພື່ອ ໃຫ້ ເຂົາ ຂຽນ ງອກ ໃຫ້ ເຮົາ ເເລະ ເພື່ອ ພວກເຮົາ ຈະ ຊ້ອມກັນ ໃຫ້ ມີ ຣະດັບ ພ້ອມດ້ວຍ (Chef d'orchestre ເຂົາ ຄົງ ຈະ ບໍ່ ປະຕິເສດ ເພາະ ຂພຈ ຮູ້ ເຂົາ ເເລະ ກໍ ເຄີຍ ໄດ້ເວົ້າ ກັບ ເຂົາເເລ້ວ ຊຶ່ງ ເຂົາ ຈັດ ພິເສດ ສໍາລັບ ລູກສິດ ເເລະ ອາຈານ ຂອງ ໂຮງຮຽນ ດູຣິຍາງ Des élèves des différents Conservatoires)

ວ່າດ້ວຍ ເເພວ ຫລື ສຽງເເພວ
"ຂອດ" ເປັນ ຄໍາ ທີ່ ຢືມ ມາ ຈາກ ພາສາ ອັງກິດ "Chord" ເເລະ ຄໍາ ເເພວ ເປັນ ຄໍາມູນ ຂອງ ລາວ ເເທ້ໆ

໑- "ເເພວ" ທີ່ ເປັນ ກິຣິຍາ ຫມາຍເຖິງ ການປັບສຽງ ເພື່ອ ກໍານົດ ໃຫ້ ມັນ ເຂົ້າ ກັບ ສຽງ ໂດ ເຣ ມີ ຟາ ຊອນ ລາ ຊີ ໂດ ເເຕ່ຫາກວ່າ ສຽງ ເຫລົ່ານີ້ ເປັນ ສຽງປ່ຽວ ຫມາຍຄວາມວ່າ ອັດຮູນຶ່ງ ມັນ ກໍ ດັງ ສຽງນຶ່ງ ອັດ ອີກຮູໃຫມ່ ມັນ ກໍ ມີ ສຽງ ເເບບນຶ່ງ ອີກ ສລຸບເເລ້ວ ຮູນັບ ເເຕ່ລະຮູ ຈະ ກົງ ກັບ ສຽງນຶ່ງ ສຽງດຽວ ເທົ່ານັ້ນ ເເລະ ສຽງ ເເຕ່ລະສຽງ ຈະ ມີ ຄື້ນສຽງ ເເຕກຕ່າງກັນ ສເມີ ນອກຈາກ ສຽງຊອນ ຢ່າງດຽວ ສະນັ້ນ ຖ້າ ຈະ ກ່າວ ໃຫ້ ຖືກ ເເທ້ໆ ເພິ່ນ ຈະ ຮຽກ ສຽງ ດັ່ງກ່າວນີ້ ວ່າ "ງອກ" ເເລະ ຖ້າ ເປັນ ພາສາ ຝຣັ່ງອັງກິດ ເພິ່ນ ຈະ ຮຽກ ໂນັດ[note] ນັ້ນເອງ

"ເເພວ" ທິ່ ເປັນ ກິຣິຍາ ຈະ ເເປ ເປັນ ພາສາ ຝຣັ່ງ ວ່າ "Accorder un son d'où le mot Accord" ຫມາຍຄວາມວ່າ ປັບ ສຽງ ຫລື ກໍານົດ ສຽງ ດ້ວຍເຫດນີ້ ຄໍາ ຂອດ ທີ່ ມາ ຈາກ ຄໍາ ອັງກິດ "Chord" ຊຶ່ງ ຊາວຝຣັ່ງ ຈະ ຮຽກ "Accords" ອັນ ຫມາຍເຖິງ ສິ່ງ ຕ່າງໆ ທີ່ເພິ່ນ ເອົາ ມາ ຕົກລົງກັນ ເເລະ ເພື່ອ ໃຫ້ ຮຽກກັນ ດັ່ງນີ້ ເເລະ/ຫລື ເພື່ອ ໃຫ້ ປະຕິບັດກັນ ດັ່ງນີ້

໒- "ເເພວ" ທີ່ ເປັນ ນາມ ຫມາຍເຖິງ ຮູ ທີ່ ເພິ່ນ ເຈາະ ໃສ່ ເລົາໄມ້ ໃສ່ຕົ້ນເຂົ້າ ສໍາລັບ ເຮັດ ປີ່ ຫລື ເຈາະ ໃສ່ ເລົາອັນອື່ນ ເພື່ອ ເຮັດ ໃຫ້ ມັນ ມີ ສຽງ ດັງອອກມາ ນຶ່ງ ເເພວ ທີ່ ຫມາຍເຖິງ ຊື່ ຂອງ ຜັກ ຊນິດນຶ່ງ ທີ່ ເພິ່ນ ຊອບ ກິນ ກັບ ລາບປາ ນຶ່ງ ເເລະ ເເພວ ໃນ ການບັນເລງເພງ ຫມາຍເຖິງ ບັນດາ ສຽງ ທີ່ ເພິ່ນ ຈັດເຂົ້າ ໃສ່ກັນ ນຶ່ງ (ຫລື Accords) ສະນັ້ນ ສິ່ງ ທີ່ ເຮົາ ຮຽກ ຂອດໂດ ເຮົາ ຄວນ ປ່ຽນ ເເລະ ຕ້ອງ ປ່ຽນ ມາ ຮຽກ ເເພວໂດ ເປັນຕົ້ນ ເເລະ ຮຽກ ເເພວຊີ ເປັນປາຍ ສ່ວນ ສໍານວນ ຄໍາເວົ້າ "ເປັນບ່າວເປັນເເພວ" ອັນນີ້ ຂພຈ ຍັງ ບໍ່ ທັນ ເຂົ້າໃຈ ເທື່ອ

ສລຸບຄວາມ
ຄໍາ "ເເພວ" ບໍ່ ເເມ່ນ ຄໍາ ທີ່ ຂພຈ ເເຕ່ງຂຶ້ນ ມັນ ມີ ມາ ຕັ້ງເເຕ່ໃດໆ ເເລ້ວ ຕ່າງເເຕ່ວ່າ ເຮົາ ເເກ່ງ ຄ້ອນ ກາຍ ຫມາກມ່ວງ ເທົ່ານັ້ນເອງ ເພາະຄິດ ວ່າ ຕົນ ໄດ້ຮຽນ ມາຈາກ ເມືອງນອກ ເເລ້ວ ຮູ້ ທຸກຢ່າງ ຈົນ ບໍ່ ເເນມ ເບິ່ງ ພາສາ ຂອງ ຕົນເອງ ຊໍ້າບໍ່ຫນໍາ ຍັງ ກັບມາ ປະຕິເສດ ພາສາ ຂອງຕົນ ອີກດ້ວຍ

ສຽງເເພວ (ສໍາລັບ ຄົນເກັ່ງ ເເລ້ວ)
ໃຫ້ທ່ານຊ້ອມຫລິ້ນເເພວເຫລົ່ານີ້ ພ້ອມໆກັບຫລິ້ນ ງອກ ຫລື ສຽງ ຕ່າງໆ ຕອນເວລາ ທີ່ ທ່ານ ຫລິ້ນ ເພງນັ້ນ


les accords musicaux pour le Khène ou Khaen du Laos


ຄໍາອະທິບາຍ
ຮູນັບ ສີຕັບຫມູ ເຫລົ່ານີ້ ຖ້າ ເຫັນວ່າ ບໍ່ ມີ ຄວາມຈໍາເປັນ ທ່ານ ກໍ ບໍ່ ຫລິ້ນ ເເລະ ຖ້າ ທ່ານ ຫລິ້ນ ທ່ານ ຢາກ ອັດ ຮູນັບ ສີຕັບຫມູ ຮູນຶ່ງ ສອງຮູ ຫລື ຫມົດທຸກຮູ ກໍ ໄດ້ ຄວບກັນ ກັບ ຮູນັບ ສີດໍາ ຫລື ຈະ ບໍ່ ອັດ ຮູນັບ ສິຕັບຫມູ ຈັກຮູ ກໍ ໄດ້ ເຫມືອນກັນ ຍ້ອນວ່າ (ຣູປຕາ__ໂທ) ບໍ່ ມີ ຄວາມຈໍາເປັນ ນັ້ນເອງ ຕົວຢ່າງ ການຫລິ້ນ ເເພວຊອນ ດ້ວຍ ກີຕາ [Guitare] ທ່ານ ສາມາດ ຈັບ ພຽງເເຕ່ ສາມສາຍ ຫລື ຈະ ຈັບ ສາຍ ທັງຫົກ (ສາຍ) ກໍ ໄດ້

(ເມື່ອ ທ່ານ ຫລິ້ນ ເເພວ ຕ່າງໆ ເຫລົ່ານີ້ ໃຫ້ ພຍາຍາມ ເປົ່າ ລອງເບິ່ງ ກ່ອນ ວ່າ ສຽງເເຄນ ບໍ່ ເເຈດໂພດ ບໍ ເວລາ ທຽບ ສຽງເເຄນ ໃສ່ ສຽງ ນັກຣ້ອງ ຫລັງຈາກນັ້ນ ໃຫ້ ທ່ານ ເລືອກ ອັດ ຮູນັບ ຕາມ ຄວາມຕ້ອງການ ເເຕ່ ໃຫ້ ຖືກ ຕາມ ການບັນຍັດ ຂ້າງເທິງນີ້)

ການຫລິ້ນ ເເພວ ຕ່າງໆ ຈະ ໃຊ້ ນິ້ວມື ໃຫ້ ເປັນ ປໂຍດ ຫລາຍ ທີ່ສຸດ ສະນັ້ນ ຣູປນາມ_໔_ຕຣີ ຈະ ເປັນ ປໂຍດ ຍິ່ງ ໃນ ການໃຊ້ ນິ້ວມື

ຫມາຍເຫດ ກ່ຽວກັບ ສຽງທ່ວງ
ຮູເເປດ ຮູສິບຫ້າ ເເລະ ຮູສິບຫົກ ຊຶ່ງ ຮູ ທັງສາມນີ້ ຫມໍເເຄນ ນິຍົມ ອັດ ໄວ້ ຕລອດ ສຸດເເລ້ວເເຕ່ ກໍຣະນີ ການຫລິ້ນ ກັບ ການທຽບສຽງ ນັ້ນເອງ ດ້ວຍເຫດນີ້ ເເພວລາເລັກ ຈະ ມີ ຮູນັບ ສີຫມາກກ້ຽງ ໃນ ກໍຣະນີ ທີ່ ຮູນັບ ໑໕ ຖືກ ອັດ ໄວ້ ຕລອດ ໃຫ້ ທ່ານ ຄິດເອົາເອງ ຜິວ່າ ທ່ານ ຢາກ ອັດ ຮູ ສີນໍ້າຫມາກກ້ຽງ ທ່ານ ກໍ ອັດ ຜິວ່າ ບໍ່ ຢາກ ອັດ ກໍ ບໍ່ ອັດ ເພາະ ເຖິງຢ່າງໃດ ຮູນັບ ໑໕ ກໍ ຖືກ ອັດ ຢູ່ເເລ້ວ




ຕົວຢ່າງ ການຝຶກຫັດຫລິ້ນ ສຽງເເພວ ໃສ່ກັບເເຄນ

Chanson lao Thaidam lamphanh

Télécharger - ສາກລົງ - Download

ເພງ ໄທດໍາຣໍາພັນ ຫລື ໄທດໍາລໍາພັນ ສໍາລັບ ເເຄນ PDF

La chanson laotienne pour jouer avec du Khène ou Khene, Thaidam Lamphanh ( PDF )
The Lao song called Taidum lumpun for the Khene or Khaen player (  PDF )

ເພງ ຢາດນໍ້າຝົນຢົດນໍ້າຕາ ເພື່ອຫລິ້ນກັບ ເເພວເເຄນ ເເຕ່ງໂດຍ ສ.ເເສງສຸຣິວັນ ເເລະ ຂັບຣ້ອງໂດຍ ຄໍາເຕີມ ຊານຸບານ
Versification de la chanson de Sô Sengsirivanh intitulée « Yad Nam Fonh Yod Nam Ta » en chanson française par Abhay Koupranom
PDF ).

The French song Toi plus moi by Grégoire - Paroles de chanson "Toi plus moi" ( PDF )
ເພງຝຣັ່ງທີ່ຫລິ້ນໃສ່ເເຄນໄດ້ (
PDF )








Vocabulaires - ຄໍາສັບ - Vocabularies


*** ຮູເເພວ
ຫມາຍເຖິງ ຮູ ສອງຮູ ທີ່ ເພິ່ນ ເຈາະໃສ່ ສົ້ນ ຂ້າງໃນ ຂອງ ລູກເເຄນ ເເຕ່ລະລູກ ເພື່ອ ປັບ ສຽງເເຄນ (ເພື່ອ Accorder ສຽງ d'où le mot Accord) ຫລື ເພື່ອ ທຽບ ສຽງເເຄນ ໃຫ້ ກົງ ກັບ ຄື້ນ ຂອງ ສຽງ ໂດ ເຣ ມີ ຟາ ຊອນ ລາ ຊີ ໂດ

*** Accords/Chords   
ເເພວ ຫລື ສຽງເເພວ ຕົວຢ່າງ ເເພວໂດ( C) ຫມາຍເຖິງ accord de Do, Do chord[ຂອດໂດ] (ເມື່ອ ຄໍເເຫບ ຫລື ເວົ້າ ບໍ່ ມີ ສຽງ ລາງເທື່ອ ເພິ່ນ ຕົ້ມນໍ້າ(ຊາ/Tisane) ໃສ່ຜັກເເພວ ກິນ ເພື່ອ ໃຫ້ ໄດ້ຍິນ ສຽງ ຫລື ເພື່ອ ເຮັດ ໃຫ້ ສຽງ ຄືນມ າ ເເຕ່ ຖ້າ ເພິ່ນ ວ່າ ຜູ້ບ່າວຜູ້ເເພວ ຂ້າພະເຈົ້າ ຍັງ ບໍ່ ເຂົ້າໃຈ ໄດ້ ຢ່າງເເນ່ນອນ ເທື່ອ)



*** ສຽງເຕັມ / ສຽງນຶ່ງ ພາສາ ຝຣັ່ງ ຮຽກ ສຽງເຕັມນີ້ວ່າ un ton (ຣູປນາມ 4)

*** ສຽງຖ່ອງ (ເຄິ່ງສຽງ)
ຝຣັ່ງອັງກິດ ຮຽກ ສຽງນີ້ ວ່າ un demi-ton /(semitone, half step, half tone) (ຮູປນາມ 4) ດັ່ງ ມີ/E ຫາ ຟາ/F ເເລະ ຊີ/B ຫາ ໂດ/C ( ດັ່ງ ຖ່ອງຖົງ ເເຕ່ ບໍ່ ເເມ່ນ ທ່ອງທ່ຽວ)

ຫມາຍເຫດ
ຖ່ອງ ເປັນ ຄໍາສັງຂຍາ ເຫມືອນດັ່ງ ດຽວກັນ ກັບ ຄໍາ ເຄິ່ງ ຕາມທັມມະດາເເລ້ວ "ຖ່ອງ" ຄວນ ຢູ່ ຫນ້າ ຄໍານາມ ເພື່ອ ບົ່ງບອກ ຈໍານວນ ເຄິ່ງນຶ່ງ ເເຕ່ ບໍ່ ເເມ່ນ ນຶ່ງເຄິ່ງ "ຖ່ອງ" ຢູ່ ຫລັງ ຄໍານາມ ຍ້ອນ ຄໍານີ້ ເປັນ ຄໍາ ສະເພາະ ເຈາະຈົງ ໃສ່ ພຽງເເຕ່ ສຽງ ເທົ່ານັ້ນ ຂໍ ໃຫ້ ເຂົ້າໃຈ ໄປ ໃນ ທໍານອງນີ້ (ບໍ່ ໄດ້ຂາດ Cohérence) (ບົດຝຶກຫັດ: ຕອນໃດ ເພິ່ນ ໃຊ້ ຖ່ອງ ຕອນໃດ ເພິ່ນ ໃຊ້ ເຄິ່ງ ເເລະ ຄວາມເເຕກຕ່າງ ຣະຫວ່າງ "ຖ່ອງ" ກັບ "ເຄິ່ງ" ?)

*** Accord/Chord ເເພວ  ຫລື   ສຽງເເພວ ເຊັ່ນ ເເພວໂດ ເເພວເຣ ເເພວມີ ເເພວຟາ ເປັນຕົ້ນ ຫມາຍເຖິງ ບັນດາ ສຽງ ຫລື ງອກ ທີ່ ຖືກ ບັນຍັດ ໄວ້ ເພື່ອ ໃຫ້ ຫລິ້ນ ຄວບກັນ ຕາມທັມມະດາ ເເພວ ນຶ່ງໆ ຈະ ມີ ສຽງ ພື້ນຖານ ສາມສຽງ ຫລື ງອກ ສາມງອກ

ເເພວ ຫລື ສຽງເເພວ ເປັນ ຄໍາ ທີ່ ມີ ມາ ເເຕ່ໃດເເລ້ວ ເເຕ່ ເຮົາ ບໍ່ ເຄີຍ ນໍາ ມາ ໃຊ້ ໃຫ້ ເປັນ ຜົນປໂຍດ ໃນ ພາສາ ລາວ ຈັກເທື່ອ ຍ້ອນ ຄົນລາວ ເກັ່ງ ພາສາ ຕ່າງດ້າວ ຫລາຍໂພດ ຫລາຍ ກວ່າ ພາສາ ຂອງ ຕົນເອງ ຈົນ ປ່ອຍ ໃຫ້ ຄໍາ ທີ່ ມີ ຢູ່ເເລ້ວ ຫລື ສິ່ງ ທີ່ ເປັນ ມູນ ຂອງ ຕົນ ຢູ່ເເລ້ວ ສລາຍຕາຍຕົວ ໄປເລີຍ ຈົນ ຕົນເອງ ຄິດ ໄປ ວ່າ ຄໍາລາວ ບໍ່ ມີ ດັ່ງ ຄໍາ ລາຍ ຊຶ່ງ ເປັນ ຄໍາ ທຽບເທົ່າ ກັບ ຄໍາຝຣັ່ງອັງກິດ Gamme /Slide ຄໍາ ເຫລົ່ານີ້ ບໍ່ ເປັນ ຄໍາ ທີ່ ຂ້າພະເຈົ້າ ເເຕ່ງຂຶ້ນ ເເຕ່ ເປັນ ຄໍາ ທີ່ ຂ້າພະເຈົ້າ ນໍາມາໃຊ້ ເພາະ ເປັນ ຄໍາ ທີ່ ມີ ຄວາມຫມາຍ ອັນເເນ່ນອນ ເເລະ ສົມຄວນ ທີ່ ເຮົາ ຈະ ໃຊ້ ເເທນ ຄໍາອັງກິດ ຂອດ[chord] ເພື່ອ ຫລີກລ້ຽງ ການເຂົ້າໃຈຜິດ ກັບ ຄໍາ ພົກຂອດ ຕ່າງໆ ເເລະ ຄໍາ ເຫລົ່ານີ້ ເປັນ ຄໍາລາວ ເຮົາເອງ ອີກດ້ວຍ (ທີ່ ໄດ້ຖ່າຍທອດ ມາຈາກ ປູ່ສັງກະສາ ຍ່າສັງກະສີ) ອັນນີ້ ຄື ເເສງ ສະທ້ອນ ໃນ ການຂຽນ ເປັນ ພາສາ ລາວ ຖ້າ ຄົນລາວ ທີ່ ເຂົ້າໃຈ ພາສາ ຝຣັ່ງອັງກິດ ໄດ້ດີ ສົນໃຈ ຂຽນ ເປັນ ພາສາ ລາວ ພາສາ ລາວ ເເຮງ ຈະ ຮັ່ງມີ ດີຂຶ້ນຕື່ມ ນັບມື້


*** ເເພວເລັກ (A. mineur) Des accords mineurs (ຂ້າພະເຈົ້າ ຮຽກສິ່ງເຫລົ່ານີ້ວ່າ ເເພວເລັກ ຫລື ສຽງເເພວເລັກ ເຊັ່ນ Cm(ເເພວໂດເລັກ) Dm(ເເພວເຣເລັກ) ເປັນຕົ້ນ)
*** ເເພວໃຫຍ່ (A. majeur) Des accords majeurs (ເເພວ ຫລື ສຽງເເພວ ເຊັ່ນ CM ຫລື C (ເເພວໂດ) D(ເເພວເຣ) ດັ່ງນີ້ ເປັນຕົ້ນ)
*** ສຽງທ່ວງ ຖ່ວງ? ຖວ່າງ?
ສຽງທ່ວງ ກົງກັບ ສຽງມີ(E) ທີ່ເພິ່ນຫລິ້ນພ້ອມກັບ ສຽງລາ(A) ຫລື ສຽງ ທີ່ເພິ່ນ ອັດ ຮູນັບ ຂອງມັນໄວ້ ຕລອດ ເວລາ ຕອນທີ່ເພິ່ນພວມເປົ່າເເຄນ ຫລິ້ນສຽງອື່ນຢູ່ນັ້ນ
*** Quarte   ທ່ວງ 4  ຫລື ສຽງທ່ວງສີ່   (ຖ່ວງ ຫມາຍເຖິງ ອາການ ທີ່ ດຶງຈ່ອງໄວ້ ດັ່ງ ຖ່ວງດຶງ)
*** Quinte   ທ່ວງ 5  ຫລື ສຽງທ່ວງຫ້າ (ທ່ວງ = ເຂົ້າກັບເວລາ ທັນເວລາ ພໍດີກັບເວລາ ພ້ອມກັບ?ເວລາ ດັ່ງ "ທ່ວງທາວ")
*** Gamme/slide   ລາຍ
*** Note   ງອກ
*** Octave   ອັດຖາວ ເເຜງມາຈາກ ຄໍາບາລີ ອຕຖ[ອັດຖະ] ເເລະ ເເປວ່າ ເເປດ ເເລະ ເປັນ ຄໍາ ທີ່ ຂ້າພະເຈົ້າ ເເຕ່ງຂຶ້ນມາເອງ ພ້ອມດ້ວຍຄໍາ ອັດເຖ
*** Octet/byte   ອັດເຖ ສໍາລັບ ສື່ມະຕິກ[informatique/informatics]


*** ພິເສດ ເເດ່ ທ່ານ
Do not care = ບໍ່ເຕື້ອງ ດັ່ງ ຕົວຢ່າງ ຂ້າງລຸ່ມນີ້
- ຮອດບໍ່ເຕື້ອງ
- ກົກບໍ່ເຕື້ອງຕີງຕາຍຕັ້ງເເຕ່ງ່າ ບາດວ່າງ່າບໍ່ເຕື້ອງສັງມາເຫລື້ອງຕັ້ງເເຕ່ໃບ (ເເທ້ນໍ)
+_ໃຫ້ເເປຄໍາ ເຕື້ອງ ເເລະ ເຫລື້ອງ ນອກຈາກນັ້ນ ກໍໃຫ້ຊອກຫາ ຄໍາເເປ ເປັນ ຄໍາຝຣັ່ງອັງກິດ ເເລະ ກະຣຸນາ ເເບ່ງປັນ ຄໍາເເປ ຂອງທ່ານ ເເດ່ ຂ້າພະເຈົ້າດ້ວຍ
















Des accords musicaux du khene, khène ou khaen lao par Phouphetlinthong
ວິທີໃຊ້ ເເພວ ສໍາລັບ ເເຄນ ໂດຍ ຄໍາເເພວ ພູເພັຊຣລິນທອງ


apprendre à jouer le khene
How to play the Lao khaen, the Lao mouth organ



Article sur le khene à télécharger par Phouphetlinthong  ສາກເອົາເຣື່ອງເເຄນລາວ
Texte pour le Molam par Okinh Soumlpholphakdy  ກອນລໍາລາວ






Lundi 1er décembre 2008
ກັບເມືອຫນ້າທໍາອິດ ເທິງ/Haut/Up

© 2008-2011 Laocom Education. All rights reserved.
dernière révision: Samedi 29 janvier 2011

Informations modifiables sans préavis.