Lao Learning - Apprendre la langue lao
Lao Memory - Memoires des lao Archives Ecritures lao
Children & Enfants
Mokhene lao, khaen learning, apprendre le khene Prajña, le savoir, la philosophie
Des molam lao - Chanteurs traditionels laotien Des musiques et anciennes chansons du Laos
Galleries des arts et des photos sur le Laos et les lao Des anciens films du royaume du Laos
Livre d'or sur apprendre la langue lao - guestbook on Lao learning Phoum Panna Lao, Culture générale
Learn Lao language - Apprendre la langue lao
Prononciation des alphabets lao - Lao alphabets pronunciation
Comment écrire des lettres laotiennes - How to write the Lao letters
La grammaire lao - The Lao grammar
La numération Lao - The Lao numeration
Les calendriers lao, The lao calendars
Sara Ai Mai mouane, Sara Ai mai muan
Mae thang 8, Les consonnes finales laotiennes, the Lao final consonnants
Les cours de laotien - Lao courses
Cours de lao niveau débutant - The Lao beginner courses
Les cours de lao niveau intermédiaire, The Lao intermediate language
Les cours avancés de la langue lao - The Lao advanced language
Les cours de lao par modules - The Lao language learning by modules
How to learn the Lao language
Informatique lao
Ecole primaire lao en ligne - The Lao primary school online - ໂຮງຮຽນລາວ
Projet collectif - The collaboration network
Lao contact
How to learn the Lao language

© 2008-2010 Laocom.
 Tous droits réservés.


En lao, il y a 8 consonnes finales







ຫມາຍເຫດ

  1. ຄໍາປຸຣະນະສັງຂຍາ ເເມ່ນຄໍາສັງຂຍາ ທີ່ບອກລໍາດັບ    (ສັງ-ຂະ-ຫຍາ)
  2. ຄໍາປົກຕິສັງຂຍາ ເເມ່ນຄໍາສັງຂຍາ ທີ່ບອກຈໍານວນເລກທັມມະດາ ຫລື ຈະຮຽກເປັນ ຄໍາສັງຂຍາ ລ້າໆ ກໍໄດ້ (ປົກ-ກະ-ຕິ   [ຊຶ່ງມີເຄົ້າມາຈາກບາລີ ປັກຕິ])

  3. ຄໍາສັງຂຍາວິເສດ ເເມ່ນ ຄໍາສັງຂຍາ ທີ່ບອກ ຈໍານວນ ເລກ ທັມມະດາ ເເລະ ບອກ ລັກສນະ(ຊນິດ) ຂອງ ຄໍານາມ ຫລື ຄໍາສັພນາມ (ທີ່ຢູ່ ຂ້າງຫນ້າ) ເຊັ່ນ ເຮືອນຫລັງນຶ່ງ ຄົນສອງຄົນ ເຮືອສາມລໍາ ທ່ານສີ່ທ່ານ ພຣະຫ້າອົງຫລືຫ້າຕົວ ຣົດເຈັດຄັນ  ພວກຂ້າພະເຈົ້າເຈັດຄົນ ທ່ານທັງຫລາຍ ຊຶ່ງ ຫລັງນຶ່ງ ສອງຄົນ ສາມລໍາ ສີ່ທ່ານ ຫ້າອົງ ເຈັດຄັນ ເຈັດຄົນ ທັງຫລາຍ ເຫລົ່ານີ້ ເປັນ ຄໍາສັງຂຍາວິເສດ ສ່ວນ ຄໍາເຫລົ່ານີ້ ຄືດັ່ງຄໍາ ຫລັງ ຄົນ ລໍາ ທ່ານ ອົງ ຄັນ ຄົນ [ທັງ] ບອກລັກສນະ ຫລື ບອກຊນິດ ຂອງ ຄໍາ ທີ່ຢູ່ ຂ້າງຫນ້າ ນັ້ນເອງ

  4. ສະນັ້ນ ການທີ່ເຮົາ ນິຍົມກັນເວົ້າ ໃນ ປັດຈຸບັນນີ້ ດ້ວຍ ການເລີ້ມຂຶ້ນຕົ້ນ ປໂຍກວ່າ ("_ຫລາຍໆທ່ານ ກໍ ໄດ້ກ່າວ ມາເເລ້ວ ..." ກໍບໍ່ຕ່າງຫຍັງ "ຕຸ້ຍໆນາງ ກໍໄດ້ກ່າວ ມາເເລ້ວ..." ເພາະວ່າ ຫລາຍ ເເລະ ຕຸ້ຍ ເປັນ ຄໍາວິເສດ/adjectif) ຊຶ່ງ ສ່ວນມາກ ການປາກເວົ້າ ເເບບນີ້ ທີ່ ໄດ້ເເປ ອອກ ມາຈາກ ພາສາ ຝຣັ່ງອັງກິດ ຈະສອດຄ່ອງ ຫລື ຈະຖືກຕ້ອງ ກັບ ພາສາລາວ ຫລືບໍ່ ກໍຂໍໃຫ້ ທ່ານ ຄິດ ຕາມໃຈຊອບ ເເລະ ຖ້າ ຈະອີງຕາມ ຫລັກ ໄວຍາກອນເເລ້ວ ເຫັນວ່າ ຈະບໍ່ເຂົ້າ ເເນ່ວເເນ້ ກັບ ພາສາລາວ ສິ່ງອັນນີ້ ຄື ຜົນສະທ້ອນ ອັນລົບ ທີ່ນໍາເຂົ້າສູ່  ສັງຄົມລາວ ທັງຊາດ ຍ້ອນ ການຂາດ ຫລັກ ໄວຍາກອນ ນັ້ນເອງ (ຂພຈ ກໍ ເວົ້າຜິດ ເຫມືອນກັນ ຍ້ອນວ່າ ບໍ່ໄດ້ເວົ້າ ຄວາມລາວ ເລື້ອຍ)  [ທ່ານທັງຫລາຍກໍໄດ້ກ່າວມາເເລ້ວ... / [ທ່ານ]ລາງຄົນ ກໍໄດ້ກ່າວມາເເລ້ວ...]

  5. ຄໍາສັງຂຍາວິເສດນີ້ ຄວນມີຫລືບໍ່ຄວນມີ ໃນ ໄວຍາກອນລາວ ເພາະວ່າ ເຮົາໃຊ້ ຄໍາປົກຕິສັງຂຍາ ກັບ ຄໍາປຸຣະນະສັງຂຍາ ກໍພຽງພໍ ກັບ ຄວາມຕ້ອງການ ຊຶ່ງ ການໃຊ້ ຄໍາສັງຂຍາວິເສດ ຈະເປັນ ບັນຫາ ໃນ ການຂຽນ ຫນັງສື ຄໍາໃຜຄໍາມັນ ເເລະ ອີກປະການນຶ່ງ ຄໍາ(ສັບ) ທີ່ບອກ ຈໍານວນ ກໍມີເເລ້ວ ເເລະ ຄໍາ(ສັບ) ທີ່ບອກ ລັກສນະ ຫລື ບອກຊນິດ ກໍມີຢູ່ເເລ້ວ ເຫມືນກັນ ຂ້າພະເຈົ້າ ຈິ່ງຄິດວ່າ ບໍ່ຈໍາເປັນ ເເຕ່ຫາກວ່າ

ຄໍາປົກຕິສັງຂຍາ ເເລະ ສັງຂຍາວິເສດ ໃນພາສາລາວ ເພິ່ນໃຊ້ ພຍັນຊນະກຸ່ມໃດເເນ່ ? (ປົກ-ກະ-ຕິ)

- ຄໍາສັງຂຍາທີ່ຂຽນດ້ວຍ ອັກສອນກາງ ມີຄື  ເຈັດ  ເເປດ  ເກົ້າ  ກື  ຕື້  ຕິ່ວ  ຕົງ  ຕັງ  (ເອັດ)
- ຄໍາສັງຂຍາທີ່ຂຽນດ້ວຍ ອັກສອນສູງ ມີຄື ສູນ ສອງ ສາມ ສີ່ ສິບ ເເສນ ຫ້າ ຫົກ
- ຄໍາສັງຂຍາທີ່ຂຽນດ້ວຍ ອັກສອນຕໍ່າ ມີຄື  ນຶ່ງ  ຊາວ  ລ້ານ
- ຄໍາສັງຂຍາທີ່ຂຽນດ້ວຍ ອັກສອນປະສົມ ມີຄື  (ຫນຶ່ງ)  ຫມື່ນ

ຄໍາປຸຣະນະສັງຂຍາ ໃນພາສາລາວ ທີ່ບອກລໍາດັບ ເພິ່ນໃຊ້ ພຍັນຊນະກຸ່ມໃດເເນ່ ?

- ຈຽງ ບອກລໍາດັບທໍາອິດ ຫລື ລໍາດັບທີນຶ່ງ
- ຍີ່ ບອກລໍາດັບທີສອງ
- ສ່ວນຄໍາປຸຣະນະສັງຂຍາຕົວອື່ນໆ ຈະເປັນຄໍາດຽວກັນກັບ ຄໍາສັງຂຍາ ຂ້າງເທິງນີ້
- ຄໍາ (ອ້າຍ) ຈະບໍ່ຫມາຍເຖິງລໍາດັບ ທີ່ ໃຫຍ່ກວ່າ ສູງກວ່າ ຕລອດໄປ ເເຕ່ ຈະຫມາຍເຖິງ ການທີ່ ເພິ່ນ ຕັ້ງ ຫລື ສົມມຸດເອົາ ສິ່ງໃດສິ່ງນຶ່ງ ຂຶ້ນກ່ອນຫມູ່ ເທົ່ານັ້ນ

ພຍັນຊນະທີ່ໃຊ້ຂຽນຄໍາສັງຂຍາເຫລົ່ານີ້ ມີ ອັກສອນຕໍ່າພຽງສາມຕົວ ຄື ຕົວ ນ ຊ ລ ນອກຈາກນັ້ນ ອັກສອນ ທີ່ ເພິ່ນ ໃຊ້ຂຽນ ຄໍາສັງຂຍາ ມາຈາກຈໍາພວກ ອັກສອນສູງ ເເລະ ອັກສອນກາງ ທັງນັ້ນ ດັ່ງນັ້ນ ການຂຽນ ນຶ່ງ ຫລື ຫນຶ່ງ ເຮົາຄວນຈະໃຊ້ຕົວ ນ ຫລືຕົວ ຫນ ກໍຂໍໃຫ້ທ່ານຄິດເອົາເອງ ເພາະວ່າ ກົດເກນ ການໃຊ້ ຄໍານີ້ ເພິ່ນ ບໍ່ໄດ້ກໍານົດໄວ້ ເເຕ່ຢ່າງໃດ ເເລະ ທາງ ດ້ານໄວຍາກອນ ຄົນລາວ ຍັງບໍ່ທັນໄດ້ຖົກຖຽງກັນ ກ່ຽວກັບ ການໃຊ້ ພຍັນຊນະ ສາມ ຈໍາພວກນີ້ ໂດຍສະເພາະເເລ້ວ ເເມ່ນ ການໃຊ້ ອັກສອນຕໍ່າ ໃນ ການຂຽນ ຄໍາສັບ ທີ່ ມີ ສຽງດຽວກັນ ກັບ ສຽງ ຂອງ ຄໍາສັບ ທີ່ ຂຽນດ້ວຍ ອັກສອນ ຈໍາພວກ ອື່ນ

ສໍາລັບ ຂ້າພະເຈົ້າເເລ້ວ ຂ້າພະເຈົ້າໃຊ້ຕົວ ນ ຂຽນຄໍາສັງຂຍາ ນຶ່ງ ຍ້ອນວ່າ ຕົວ ນ ເປັນພຍັນຊນະປ່ຽວ ເເລະ ຂ້າພະເຈົ້າ ຈະຂຽນໄດ້ໄວກວ່າ ການໃຊ້ ພຍັນຊນະປະສົມ ຫນ ເພາະວ່າ ຕົວຫລ້າຫລັງນີ້ ມີ ສອງຕົວ










Le système de numération lao - (N°3) - The Lao numerals
M. Phouphetlinthong

Vendredi 13 mars 2009 ກຸ່ມອັກຂຣະ   |  ກັບເມືອຫນ້າທໍາອິດ  |  ເເມ່ທັງເເເປດ
ເທິງ/Haut/Up


ພຍັນຊນະ ສຣະ ໄມ້ອັກ ໄມ້ອັງ ໄມ້ອາຍ ໄມ້ອັດ ໄມ້ອັນ ໄມ້ອັບ ໄມ້ອັມ ໄມ້ອາວ
ການຜັນສຽງ
ເເມ່ກະກາ
ເເມ່ກັກ ເເມ່ກັງ
ເເມ່ກັດ ເເມ່ກັນ ເເມ່ກັບ
ເເມ່ກັມ
ເເມ່ກາຍ
ເເມ່ກາວ

© 2008-2010 Laocom Education. All rights reserved.
dernière révision: samedi 27 novembre 2010

Informations modifiables sans préavis.